ຄົນເຂົ້າ-ອອກເມືອງຜ່ານດ່ານຕາລົ້ວ ທີ່ຕັ້ງຢູ່ຊາຍແດນຈີນ-ມຽນມາ ມີຫລາຍກວ່າ 1 ລ້ານເທື່ອຄົນ


ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ອີງຕາມຕົວເລກ ຂໍ້ມູນຈາກ ດ່ານກວດກາ ຄົນເຂົ້າ-ອອກເມືອງ ຕາລົ້ວ ທີ່ຕັ້ງຢູ່ ຊາຍແດນ ຈີນ-ມຽນມາ ແຈ້ງໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ຍອດຈໍານວນ ຄົນເຂົ້າ-ອອກເມືອງ ຜ່ານດ່ານຕາລົ້ວ ທີ່ຕັ້ງຢູ່ຊາຍແດນຈີນ-ມຽນມາ ມີຫລາຍກວ່າ 1 ລ້ານເທື່ອຄົນ ເພີ່ມຂຶ້ນ 31,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2024, ໃນນັ້ນ, ສະເພາະ ເດືອນມິຖຸນາ ຜ່ານມາ, ຈໍານວນ ຄົນເຂົ້າ-ອອກເມືອງ ສະເລ່ຍແລ້ວ ມີຫລາຍກວ່າ 6.000 ເທື່ອຄົນຕໍ່ວັນ. ນັບແຕ່ ຕົ້ນປີນີ້ມາ, ການຄ້າ ຕາມຊາຍແດນ ຈີນ-ມຽນມາ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ເຮັດໃຫ້ຍອດ ຈໍານວນຄົນ, ລົດ ແລະ ສິນຄ້າ ທີ່ເຂົ້າ-ອອກເມືອງ ຜ່ານດ່ານຕາລົ້ວ ເພີ່ມຂຶ້ນ ຢ່າງວ່ອງໄວ. ໃນໄຕມາດທີ 2 ຂອງປີນີ້, ຍອດຈໍານວນຄົນ ເຂົ້າອອກ-ເມືອງ ຜ່ານດ່ານດັ່ງກ່າວ ໄດ້ຮັກສາ ສະພາບ ການເຕີບໂຕ ຢ່າງແຂງແຮງ ຄືໄຕມາດ ທໍາອິດ ຂອງປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ