ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ຂປລ. ວັນທີ 10 ມິຖຸນາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົດສະຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ລັດເຊຍ, ສ ເກົາຫລີ, ສ ອາເມລິກາ ແລະ ກອງ ປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມື ອາຊຽນ-ການາດາ (2024-2027), ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ຮ່ວມກັບ ທ່ານ ນາງ ອານິຕາ ອາແນນ ລັດຖະມົນຕີຕ່າງປະເທດການາດາ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ກັບຄວາມຄືບໜ້າ ການຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ການາດາ (2021-2025) ແລະ ຢໍ້າຄືນຄວາມໝາຍໝັ້ນ ໃນການເລັ່ງລັດການເຈລະຈາແຜນປະຕິບັດງານ ສະບັບໃໝ່ (2026-2030) ເພື່ອໃຫ້ສາມາດຮັບຮອງເອົາພາຍໃນ ປີນີ້. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດຂະບວນການ ເຈລະຈາສັນຍາເຂດ ການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດພາຍໃນປີ 2026 ນີ້.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ສະແດງຄວາມຍິນດີ ຕໍ່ຜົນສໍາເລັດການຈັດຕັ້ງ ປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ພ້ອມທັງຊຸກຍູ້ການເຈລະຈາ ເພື່ອຍົກລະດັບສັນຍາ ການຄ້າດ້ານສິນຄ້າ ອາຊຽນ-ອິນເດຍ (AITIGA) ໃຫ້ສໍາເລັດໂດຍໄວ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການ ຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ທາງດ້ານການເຊື່ອມຈອດ ໃຫ້ເປັນຮູບປະທໍາ ເປັນຕົ້ນ ໂຄງການທາງດ່ວນ ສາມຝ່າຍ ອິນເດຍ-ມຽນມາ-ໄທ ເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອິນເດຍ ສະບັບໃໝ່ (2026-2030) ເພື່ອຈັດຕັ້ງຜັນຂະຫຍາຍ ການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອິນເດຍ ໃນ 5 ປີຕໍ່ໜ້າ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ໄດ້ສະແດງຄວາມໝາຍໝັ້ນ ໃນການສືບຕໍ່ຈັດຕັ້ງ ຜັນຂະຫຍາຍ ເອກະສານຜົນກອງປະຊຸມ ສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງ ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນປີ 2024ແລະ ໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ (2025-2029). ໃນໂອກາດດັ່ງກ່າວ, ອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາຖະແຫລງການຮ່ວມ ວ່າດ້ວຍອະນາຄົດຮ່ວມກັນຂອງອາຊຽນ ແລະ ອົດສະຕຣາລີແລະ ໄດ້ເຫັນດີດ້ານຫລັກການ ໃນການຮັບຮອງເອົາ ຖະແຫລງການຮ່ວມ ວ່າດ້ວຍການປ້ອງກັນຂໍ້ຂັດແຍ່ງ ແລະ ການຈັດ ການກັບວິກິດການ ໃນໂອກາດກອງປະຊຸມສຸດ ຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ເພື່ອສະເຫລີມສະຫລອງ ປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາທີ່ຍັງຄົງຄ້າງສໍາລັບປີດັ່ງກ່າວ ໃຫ້ເປັນຮູບປະທໍາ. ກອງປະຊຸມ ໄດ້ຮັບຊາບ ຄວາມຄືບໜ້າຂອງການເຈ ລະຈາສັນຍາເຂດການຄ້າເສລີ ອາຊຽນ-ຈີນ ສະບັບ 3.0 ທີ່ເຫັນວ່າຢູ່ໃນຂັ້ນຕອນສຸດທ້າຍແລ້ວ. ພິເສດ ກອງປະຊຸມ ໄດ້ຮັບຮອງເອົາ ແຜນປະຕິບັດງານອາຊຽນ-ຈີນ ສະບັບໃໝ່ (2026-2030) ເພື່ອຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ຈີນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ ການກຳນົດເອົາປີ 2026 ເປັນປີສະເຫລີມສະຫລອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ.
ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ນິວຊີແລນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໄລຍະ 50ປີ ຜ່ານ ມາ ແລະ ໄດ້ເຫັນດີເຮັດວຽກຮ່ວມກັນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງ ການພົວພັນ ຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50 ປີ. ພ້ອມນີ້, ໄດ້ເຫັນດີດ້ານຫລັກການໃນການຮັບຮອງເອົາ ຮ່າງຖະ ແຫລງການວິໄສທັດຜູ້ນໍາ ວ່າດ້ວຍຄົບຮອບ 50ປີ ແຫ່ງການພົວພັນຮ່ວມມືອາຊຽນ-ນິວຊີແລນ ໃນໂອກາດກອງ ປະຊຸມສຸດຍອດສະເຫລີມສະຫລອງດັ່ງກ່າວ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ໄດ້ທົບທວນຄືນການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດ ງານການຮ່ວມມືອາຊຽນ-ຣັດ ເຊຍ (2021-2025). ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການຮ່າງແຜນປະຕິບັດງານ ການຮ່ວມມືອາຊຽນ-ລັດເຊຍ ສະບັບໃໝ່ (2026-2030) ເພື່ອໃຫ້ສໍາເລັດໃນທ້າຍປີນີ້. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເຫັນດີໃຫ້ສືບຕໍ່ ເສີມຂະຫຍາຍການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມື ອາຊຽນ-ຣັດເຊຍ ໂດຍສະເພາະ ໃນຂົງເຂດການຄ້າ ແລະ ການລົງທຶນ, ພະລັງງານ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງຊາວໜຸ່ມ, ວັດທະນະທຳ ແລະ ການສຶກສາ, ການປ່ຽນແປງດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ ແລະ ສາທາລະນະສຸກ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍເອກະສານ ຜົນຂອງ ກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງ ການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນ ທັນວາ 2023 ທີ່ໂຕກຽວ ກໍຄື ຖະແຫລງການຮ່ວມວິໄສທັດ ຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການ ຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຖະແຫລງການດັ່ງກ່າວ ໃຫ້ເປັນຮູບປະທໍາ. ພ້ອມນີ້, ກອງປະຊຸມ ໄດ້ເຫັນ ດີສືບຕໍ່ຮັດແໜ້ນການຮ່ວມມື ໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ການຄ້າດີຈິຕອນ, ເຕັກໂນໂລຊີການ ເງິນ, ການຫັນເປັນດີຈິຕອນ, ປັນຍາປະດິດ, ການຫັນປ່ຽນເປັນພະລັງງານສະອາດ, ການພັດທະນາຊັບພະຍາກອນ ມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ ເກົາຫລີ ໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືອາຊຽນ-ສ ເກົາຫລີ ຄົບຮອບ 36 ປີ ແລະ ສະແດງຄວມໝາຍໝັ້ນ ໃນການສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ໃນນີ້, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີ ຄວາມສົນໃຈຮ່ວມກັນ ເປັນຕົ້ນ ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານສະອາດ, ການເງິນ, ການສຶກສາ, ການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາ, ວັດທະນະທຳ ແລະ ກະສິກຳ. ພ້ອມນີ້, ກອງປະຊຸມ ໄດ້ ເຫັນດີຮັບຮອງເອົາແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ສ ເກົາຫລີ ສະບັບ ໃໝ່ (2026-2030).
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ອາເມລິກາ ໄດ້ທົບທວນຄືນການຮ່ວມມື ອາຊຽນ-ສ ອາເມລິກາ ໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ການຮັດແໜ້ນການຮ່ວມມື ໃນຂົງເຂດທີ່ສໍາຄັນ ເປັນຕົ້ນ ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ນະວັັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພາຍະກອນ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີດ້ານຫລັກການ ໃນການຮັບຮອງເອົາ ຖະແຫລງການວິໄສທັດຮ່ວມຜູ້ນໍາ ອາຊຽນ-ສ ອາເມ ລິກາ ວ່າດ້ວຍການສົ່ງເສີມ ອາຊຽນ ແລະ ອາເມລິກາ ທີ່ເຂັ້ມແຂງ, ປອດໄພ, ແລະ ສົມບູນພູນສຸກຍິ່ງຂຶ້ນ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ສ ອາເມລິກາ ຄັ້ງທີ 13 ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 26 ໄດ້ທົບທວນຄືນການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະ ຫຍາຍແຜນວຽກການຮ່ວມມື ອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ພ້ອມນີ້, ກອງປະຊຸມໄດ້ສະໜັບສະໜູນ ຂໍ້ສະເໜີຂອງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ເພື່ອອອກ ຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການຮ່ວມມື ດ້ານການເງິນ ເພື່ອຮັບຮອງເອົາໃນກອງ ປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 28 ໃນເດືອນ ຕຸລາ 2025.