ສາລະວັນສໍາ ເລັດກອງປະຊຸມຄົບຄະນະ ບໍລິຫານພັກແຂວງ ເປີດກວ້າງຄັ້ງທີ 19 ສະໄໝທີ IX

ຂປລ. ກອງປະຊຸມຄົບຄະນະບໍລິຫານພັກ ແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IXໄດ້ເປີດຂຶ້ນ ແລະ ສໍາເລັດ ໃນວັນທີ 7 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ, ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ, ມີສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງສຸມໃສ່ອອກແຮງແຂ່ງຂັນກັນສ້າງຜົນງານ ເພື່ອຂຳນັບຮັບຕ້ອນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ X ເຊິ່ງອັນທີ່ຜ່ານໄປໃໝ່ໆນີ້ ແມ່ນໄດ້ສໍາເລັດກອງປະຊຸມທາບທາມ ບຸກຄະລາກອນ ຜູ້ອອກສະໝັກ ຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ X (ຮອບ II) ດ້ວຍຜົນສຳເລັດອັນຈົບງາມ. ຕະຫລອດໄລຍະ 6 ເດືອນຜ່ານມາ ຄະນະບໍລິຫານງານພັກແຂວງ ຍັງຍຶດໝັ້ນຕໍ່ອຸດົມການຂອງພັກ, ເດັດດ່ຽວພ້ອມກັນນຳພາ-ຊີ້ນຳ ຄະນະພັກແຕ່ລະຂັ້ນ ແລະ ແກ້ໄຂຄວາມບັນຫາຫຍຸ້ງຍາກຕ່າງໆ ທີ່ພວກເຮົາພົບພໍ້ ເຮັດໃຫ້ສະພາບການຄ່ອຍໆດີຂຶ້ນ ແລະ ເຮັດໃຫ້ທົ່ວແຂວງສືບຕໍ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍໜັກແໜ້ນ.
ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງເຜີຍແຜ່ມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝທີ XI, ຮ່າງບົດຕີລາຄາການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຕົ້ນປີ ແລະທິດທາງ 6 ເດືອນ ປີ 2025, ທິດທາງຈຸດສຸມ 3 ເດືອນ (7, 8, 9) ປີ 2025. ໃນນັ້ນ, ເຫັນວ່າເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຈັ່ງຫວະທີ່ດີ, ອັນສໍາຄັນແມ່ນສຸມໃສ່ ການພັດທະນາເສດຖະກິດ ຂອງແຂວງໃຫ້ເຂັ້ມ ແຂງ ຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່, ດຶງດູດຍາດແຍ່ງການລົງທຶນພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ຢ່າງແຂງແຮງ ໃນການແກ້ໃຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນຕາມມະຕິ 19/ກມສພ,ຄໍາສັ່ງ 13/ນຍ ແລະຂໍ້ຕົກລົງ 116/ນຍ ເພື່ອສ້າງໃຫ້ລວມ ຍອດຜະລິດຕະພັນພາຍໃນປະຕິບັດໄດ້ 5.165 ຕື້ກີບ, ເທົ່າກັບ 56,8% ຂອງແຜນການ, ອັດຕາການຂະຫຍາຍຕົວ ຂອງເສດຖະກິດຢູ່ໃນລະດັບ 4,6% ຂອງແຜນ ການປີ, ການລົງທຶນພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ 818 ຕື້ກ່ວາກີບ ເທົ່າກັບ 44,60% ຂອງແຜນການ. ໃນນັ້ນ, ທຶນລັດປະຕິບັດໄດ້ 59,67 ຕື້ກີບ, ທຶນຊ່ວຍເຫລືອ 38,5 ຕື້ກີບ, ທຶນເອກະຊົນພາຍໃນ ແລະ ຕ່າງປະ ເທດ 229 ຕື້ກີບ,ແຫລ່ງທຶນອື່ນປະຕິບັດໄດ້ 652,81 ຕື້ກີບ ລື່ນແຜນ 10,5%; ການຈັດຕັ້ງປະຕິບັດການຈັດເກັບ ລາຍຮັບເຂົ້າງົບປະມານຂອງລັດ (ຮອດວັນທີ 27 ມິຖຸນາ 2025) ບັນລຸໄດ້ 164,55 ຕື້ກີບເທົ່າກັບ 59,88% ຂອງແຜນການປີ. ໃນນັ້ນ, ສູນກາງຄຸ້ມຄອງປະຕິບັດໄດ້ 55,89 ຕື້ກີບເທົ່າກັບ 55,01%, ແຂວງຄຸ້ມຄອງປະຕິບັດໄດ້ 108,65 ຕື້ກີບ ເທົ່າກັບ 62,74% ຂອງແຜນການປີ; ດ້ານລາຍຈ່າຍປະຕິບັດໄດ້ 354,15 ຕື້ກີບ ເທົ່າກັບ 56,51% ຂອງແຜນການປີ ໂດຍຈັດລຽງບຸລິມະສິດໃນການຈ່າຍ ເປັນຕົ້ນ ເບີກຈ່າຍເງິນເດືອນ, ເງິນນະໂຍບາຍເປັນປົກກະຕິ.
ຈາກນັ້ນ, ກອງປະຊຸມຍັງໄດ້ລາຍງານຄວາມຄືບໜ້າ ການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X, ຄວາມຄືບໜ້າການກະກຽມ ປັບປຸງກົງຈັກການຈັດຕັ້ງ ເປົ້າໝາຍບັນດາພະແນກການທີ່ໂຮມ ແລະໂອນວຽກເຂົ້າກັນ, ຜົນກະທົບຈາກພະຍຸວູທິບ ໃນວັນທີ 12-13 ມິຖຸນາ 2025 ແລະ ຕອບໂຕ້ໄພພິບັດທີ່ອາດຈະເກີດຂຶ້ນໃນລະດູຝົນ, ວຽກງານການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ.
ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເພື່ອເປັນການຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ສໍາເລັດຜົນຕາມຄາດໝາຍ.
ຂ່າວ-ພາບ: ແກ້ວວິໄລ ດວງຄໍາ