ນວ ຈະສຸມໃສ່ ແກ້ໄຂໜີ້ສິນໂຄງການ ລົງທຶນຂອງລັດ ໃຫ້ສຳເລັດຕາມເປົ້າໝາຍ

08/07/2025 15:22
Email Print 83
KPL - Asean 2024 ຂປລ. ໃນວາລະດຳເນີນກອງ​ປະຊຸມ​ສະ​ໄໝສາມັນ ເທື່ອ​ທີ 9 ຂອງສະພາ​ປະຊາຊົນ ນະຄອນຫລວງ​ວຽງຈັນ (ນວ) ຊຸດ​ທີ II ໃນວັນທີ 8 ກໍລະກົດ 2025 ນີ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ຂອງບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນວ ໃນຫລາຍບັນຫາສຳຄັນ



ຂປລ. ໃນວາລະດຳເນີນກອງ​ປະຊຸມ​ສະ​ໄໝສາມັນ ເທື່ອ​ທີ 9 ຂອງສະພາ​ປະຊາຊົນ ນະຄອນຫລວງ​ວຽງຈັນ (ນວ) ຊຸດ​ທີ
II ໃນວັນທີ 8 ກໍລະກົດ 2025 ນີ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ຂອງບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນວ ໃນຫລາຍບັນຫາສຳຄັນ ທີ່ຕິດພັນກັບຂະແໜງແຜນການ ແລະ ການລົງທຶນ ໂດຍສະເພາະແມ່ນ ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຢູ່ນະຄອນຫລວງວຽງຈັນ ໃນໄລຍະຜ່ານມາ ໄດ້ມີການແກ້ໄຂ ແລະ ຈັດຕັ້ງປະຕິບັດຄືແນວໃດ.

ຕໍ່ກັບບັນຫາດັ່ງກ່າວ,ທ່ານ ນາງ ບົວວອນ ສຸກລາແສງ  ຊີ້ແຈງວ່າ: ເພື່ອຮັບປະກັນໃຫ້ແກ່ການແກ້ໄຂບັນ ຫາໜີ້ສິນຢູ່ ນະຄອນຫລວງວຽງຈັນ ມີປະສິດທິພາບປະສິດທິຜົນສູງຂຶ້ນ ໃນໄລຍະຜ່ານມາ ນະຄອນຫລວງວຽງຈັນ ໄດ້ມີການຄົ້ນຄວ້າ ແລະ ອອກຂໍ້ຕົກລົງຂອງທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະແກ້ໄຂ ໜີ້ສິນໂຄງການລົງທຶນຂອງລັດ ຢູ່ ນວ, ຜ່ານການຈັດຕັ້ງປະຕິບັດ ເຫັນ ວ່າສາມາດແກ້ໄຂບັນຫາໜີ້ສິນໃຫ້ຫລຸດລົງ ແລະ ມີອັນພົ້ນເດັ່ນໃນຫລາຍດ້ານ. ໃນນັ້ນ, ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ມາຮອດປີ 2024, ນວ ມີໜີ້ສິນໂຄງການລົງທຶນຂອງລັດ ທັງໝົດ 247 ໂຄງການ, ລວມມູນຄ່າຄ້າງຊຳລະທັງໝົດ 1.663,12 ຕື້ກີບ. ໃນນັ້ນ, ໜີ້ສິນເກົ່າ (ປີ 2015 ຄືນຫລັງ) ມີທັງໝົດ 45 ໂຄງການ, ລວມມູນຄ່າຄ້າງຊຳລະ 331,03 ຕື້ກີບ; ໂຄງການໜີ້ສິນແຕ່ປີ 2016 ຮອດປັດຈຸບັນ  ມີທັງໝົດ 202 ໂຄງການ, ລວມມູນຄ່າຄ້າງຊຳລະ 1.332,09 ຕື້ກີບ. ສໍາລັບ ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຢູ່ນະຄອນຫລວງວຽງຈັນ ໃນປີ 2024 ໄດ້ອີງໃສ່ແຫລ່ງງົບປະມານຈາກ 3 ແຫລ່ງຕົ້ນຕໍ ເປັນຕົ້ນ ງົບປະມານການລົງທຶນຂອງລັດປະຈຳປີ, ບ້ວງຈົດຮັບ-ຈົດຈ່າຍ ແລະ ລາຍຮັບຈາກເງິນເກີນແຜນໃນແຕ່ລະປີ. ໃນນັ້ນ, ໃນປີ 2024 ນະຄອນຫລວງວຽງຈັນ ໄດ້ຮັບອະນຸມັດງົບປະມານການລົງທຶນຂອງລັດ ຈຳນວນ 190,93 ຕື້ກີບ, ໄດ້ຈັດສັນມາແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ 24,92 ຕື້ກີບ, ແກ້ໄຂໜີ້ຈໍານວນ 247 ໂຄງການ ແລະ ສາມາດປົດໂຄງການໜີ້ສິນໄດ້ 12 ໂຄງການ; ແກ້ໄຂໜີ້ສິນດ້ວຍເງິນເກີນແຜນປະຈຳປີ 2023 ຈັດຕັ້ງປະຕິບັດ ປີ 2024 ຈຳນວນ 35,23 ຕື້ກີບ, ຊຶ່ງລວມມີ 235 ໂຄງການ ແລະ ສາມາດປົດໂຄງການໜີ້ສິນໄດ້ 6 ໂຄງການ, ລວມມູນຄ່າໂຄງການ 26,29 ຕື້ກີບ; ບ້ວງຈົດຮັບ-ຈົດຈ່າຍ ດັດແກ້ 6 ເດືອນທ້າຍປີ 2024 ຈໍານວນ 48,79 ຕື້ກີບ. ໃນນັ້ນ ໄດ້ມາຊຳລະໃຫ້ໂຄງການໜີ້ສິນ ຈໍານວນ 15,34 ຕື້ກີບ, ຊຶ່ງສາມາດປົດໂຄງການໜີ້ສິນໄດ້ 7 ໂຄງການ, ລວມມູນ ຄ່າໂຄງການ 33,93 ຕື້ກີບ.

ໃນປີ 2024 ນະຄອນຫລວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ, ລວມມູນຄ່າໂຄງການ 103,71 ຕື້ກີບ ເຮັດໃຫ້ໂຄງການລົງທຶນຂອງລັດຫລຸດລົງ, ຊຶ່ງມາຮອດປັດຈຸບັນ ໜີ້ສິນໂຄງການລົງທຶນຂອງລັດ ຍັງມີທັງໝົດ 250 ໂຄງການ, ລວມມູນຄ່າຄ້າງຊຳລະທັງໝົດ 2.139,81 ຕື້ກີບ. ໃນນັ້ນ, ໜີ້ສິນເກົ່າແຕ່ປີ 2015 ຄືນຫລັງ ຍັງເຫລືອ 44 ໂຄງການ, ລວມມູນຄ່າຄ້າງຊຳລະ 307,92 ຕື້ກີບ ແລະ ໂຄງການໜີ້ສິນແຕ່ປີ 2016 ຮອດປັດຈຸບັນ ມີທັງໝົດ 206 ໂຄງການ, ລວມມູນຄ່າຄ້າງຊຳລະ 1.831,89 ຕື້ກີບ.

ສໍາລັບ ທິດທາງໃນການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດໃນຕໍ່ໜ້າ ນະຄອນຫລວງວຽງຈັນ ຈະສູ້ຊົນ ແລະ ສຸມໃສ່ການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດແຕ່ ປີ 2015 ຄືນຫລັງ ຈໍານວນ 44 ໂຄງການໃຫ້ສໍາເລັດ ຕາມມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VII.

ຂ່າວ: ທະນູທອງ

ພາບ: ແສງຈັນ

KPL