ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ປີນີ້ ຂະແໜງ ກະສິກຳ-ສິ່ງແວດລ້ອມ ຈະປ່ອຍປາໃຫ້ໄດ້ 65 ລ້ານກວ່າໂຕ

ຂປລ. ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ຈະສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນ ທົ່ວປະເທດ ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໃຫ້ໄດ້ຫລາຍກວ່າ 65 ລ້ານໂຕ. ໃນຂະນະທີປີ 2024 ຜ່ານມາ, ສາມາດ ປ່ອຍປາໄດ້ 64 ລ້ານໂຕ.
ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13/7/2025) ໃນວັນທີ 7 ກໍລະກົດ 2025 ນີ້ວ່າ: ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ໃນປີນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ: “ຊົມເຊີຍ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ”, “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທໍາມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫລອດໄປ”, “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງປວງຊົນທັງຊາດ” ເຊິ່ງຂະແໜງ ກະສິກໍາ ແລະ ສິ່ງແວດລ້ອມ ຈະປ່ອຍປາຄືນສູ່ແຫ່ງນ້ຳທຳມະຊາດ ໃຫ້ໄດ້ຫລາຍກວ່າ 65 ລ້ານໂຕ. ຢ່າງໃດກໍຕາມ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ເຊິ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ເຊິ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້, ວັນດັ່ງກ່າວ ຍັງກົງກັບ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ. ໃນແຕ່ລະປີ ພວກເຮົາ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄື ທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດ, ປົກປັກຮັກສາລະບົບນິເວດແຫລ່ງນໍ້າ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ, ທັງເປັນການ ຈາລຶກບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ ເຊິ່ງໃນແຕ່ລະປີ ກໍມີມວນຊົນເຂົ້າຮ່ວມກິດຈະກໍາຕ່າງໆ ຢ່າງເປັນຂະບວນຟົດຟື້ນ.
ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ, ຊັບໃນດິນ-ສິນໃນນໍ້າ, ມີຊະນິດປາພື້ນເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະ ແມ່ນຊະນິດປາທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັ້ງ ແລະ ຊະນິດອື່ນໆ ຊຶ່ງຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນ ຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າ ຂອງຊາດລາວເຮົາ. ປັດຈຸບັນ, ທົ່ວປະເທດມີ ສູນ, ສະຖານີ ທີ່ຜະລິດລູກປາ ຂອງລັດ ຈໍານວນ 50 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫລາຍກວ່າ 140 ກວ່າແຫ່ງ ແລະ ການຜະລິດລູກປາແບບຄອບຄົວ ມີຫລາຍກວ່າ 400 ແຫ່ງ, ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນ ຖານປະມານ 290 ລ້ານກວ່າໂຕ ຫລື ເທົ່າກັບ 73% ຂອງແຜນການ ແລະ ມີວັງສະຫງວນປາ ຫລາຍກວ່າ 1.100 ວັງ.
ພ້ອມນີ້, ທ່ານ ນາງ ຈັນທະຄອນ ບົວລະພັນ ຍັງໄດ້ຕາງໜ້າໃຫ້ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ພໍ່ແມ່ປະຊາຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນ ຮ່ວມແຮງ ຮ່ວມໃຈ ພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ປາ ແລະ ສັດນໍ້າ ໃຫ້ຫລາຍຂຶ້ນ ໂດຍຈັດພິທີການສະເຫລີມສະຫລອງ ແລະ ກິດກະຈກຳ ໃນວັນປ່ອຍປາ ແລະ ສັດນ້ຳ ໃນປີນີ້ ໂດຍອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ, ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸ້ມເຟືອຍ, ບ່ອນໃດມີເງື່ອນໄຂ ກໍໃຫ້ເລີ່ມຈັດຕັ້ງປະຕິບັດ ແຕ່ດຽວນີ້ເປັນຕົ້ນໄປ ໂດຍບໍ່ໃຫ້ລໍຖ້າ ຮອດວັນທີ 13 ກໍລະກົດ. ທັງນີ້, ກໍເພື່ອ ປ່ອຍປາ ແລະ ສັດນໍ້າ ຄືນສູ່ແຫລ່ງນໍ້າທໍາມະຊາດ ເພີ່ມຄວາມອຸດົມສົມບູນ ທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງ ປາ ແລະ ສັດນໍ້າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກ ເຊັ່ນຫລານ ຂອງພວກເຮົາຕະຫລອດໄປ ແລະ ໃຫ້ຜູ້ປະກອບການ ແລະ ປະຊາ ຊົນລາວບັນດາເຜົ່າ ລ້ຽງປາ ແລະ ສັດນໍ້າ ໃຫ້ຖືກຕ້ອງຕາມ ກົດໝາຍ ເພື່ອເປັນການ ສ້າງເສດຖະກິດ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດໃຫ້ຫລາຍຂຶ້ນ.
ຂ່າວ: ທະນູທອງ
ຂໍ້ມູນ-ພາບ: ສາວລາວໃຕ້