ຝຶກອົບຮົມຫົວ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນ ຕິດຈອດ 3 ປະເທດ

08/07/2025 14:46
Email Print 83
KPL - Asean 2024 ຂປລ. ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາກະຊວງກ່ຽວຂ້ອງ ຈັດພິທີເປີດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດ ຈອດລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໃນວັນທີ 8 ກໍລະກົດ 2025



ຂປລ. 
ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ
, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍບັນດາກະຊວງກ່ຽວຂ້ອງ ຈັດພິທີເປີດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດ ຈອດລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະນໍາ, ບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງ  ແລະ ສໍາມະນາກອນຂອງ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າຮ່ວມ.



ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ຈະໃຊ້ເວລາ 8 ວັນ
, ແຕ່ວັນທີ 8-15 ກໍລະກົດ, ມີຜູ້ເຂົ້າຮ່ວມຈາກ ສປປ ລາວ, ຫວຽດນາມ   ແລະ ກໍາປູເຈຍ  ໂດຍສໍາມະນາກອນຈາກ 3 ປະເທດ ຈະໄດ້ແລກປ່ຽນບົດຮຽນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ ໂດຍຈະລົງເລິກແລກປ່ຽນ 6 ຫົວຂໍ້ສໍາຄັນຄື: ບົດບາດຂອງ ພັກປະຊາຊົນ ປະຕິວັດລາວ ໃນເວທີສາກົນ;  ການພົວພັນທີ່ເປັນມູນເຊື້ອ ລາວ-ຫວຽດນາມ-ກໍາປູເຈຍ;  ການກໍ່ສ້າງ ແລະ ປ້ອງກັນຊາຍແດນມິດຕະພາບ, ສັນຕິພາບ ແລະ ການຮ່ວມມື ຂອງ 3 ປະເທດ;  ຍຸດທະສາດການພັດທະນາ ເສດຖະກິດ-ການຄ້າ ຂອງ 3 ປະເທດ ໃນສະພາບການເຊື່ອມໂຍງພາກພື້ນ ແລະ ສາກົນ; ຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນສະພາບການເຊື່ອມໂຍງສາກົນ;  ການຮ່ວມມືດ້ານການທ່ອງທ່ຽວ ແລະ ວັດທະນະທໍາຂອງ 3 ປະເທດ. ນອກນີ້, ສໍາມະນາກອນ ຍັງຈະໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດສໍາຄັນຈໍານວນໜຶ່ງຢູ່ ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຕື່ມອີກ.



ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້
, ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນການພົບປະຂອງການນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງຮ່າໂນຍ, ສສ ຫວຽດນາມ ໃນເດືອນກັນຍາ 2021, ຍົກໃຫ້ເຫັນມູນເຊື້ອການພົວພັນອັນດີງາມ ທີ່ເປັນມໍລະດົກອັນລໍ້າຄ່າ ທີ່ມີລັກສະນະພິເສດຂອງ 3 ພັກ ທີ່ມີມາແຕ່ດົນນານ, ເຄີຍຄ່ຽງບ່າຄ່ຽງໄຫລ່ກັນຕໍ່ສູ້ ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄື ການປະສານສົມທົບ ແລະ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ສໍາມະນາກອນທັງ 3 ປະເທດ ເອົາໃຈໃສ່ແລກປ່ຽນກັນຢ່າງກົງໄປກົງມາ, ພ້ອມທັງ ອວຍພອນໃຫ້ການຝຶກອົບຮົມ ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ຄຕພ

KPL