ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ແນໃສ່ຮັດແໜ້ນການ ຮ່ວມມືດ້ານການຄ້າ-ການລົງທຶນ ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ, ນັກທຸລະກິດ, ຜູ້ປະ ກອບການທັງ ລາວ ແລະ ຈີນ ເຂົ້າຮ່ວມ.
ງານພົບປະຄັ້ງນີ້, ບັນດາຕົວແທນຈາກບໍລິສັດຈີນ ໄດ້ຂຶ້ນນຳສະເໜີທຸລະກິດຂອງຕົ້ນ ເພື່ອສະ ແດງສັກກະຍາພາບ, ສະແດງຄວາມສາມາດ ໃນການປະດິດສ້າງເຕັກໂນໂລຊີ, ພ້ອມທັງສະແດງຄວາມປາຖະໜາຢ່າງໜັກແໜ້ນໃນການຮ່ວມມືກັບບໍລິສັດຢູ່ ສປປ ລາວ. ການພົບປະດັ່ງກ່າວ, ເປັນເວທີໜຶ່ງທີ່ມີຄວາມສຳຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມື ທາງດ້ານເສດຖະກິດ-ສັງຄົມ ຂອງສອງປະ ເທດ ລາວ-ຈີນ ໂດຍສະເພາະການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການຄ້າ-ການລົງ ທຶນ ຂອງບັນດານັກທຸລະກິດ ລາວ-ຈີນ ເພື່ອເຊື່ອມໂຍງ ແລະ ແບ່ງປັນແນວຄວາມຄິດ ໃນການຊຸກຍູ້ການພັດທະນາທາງດ້ານການຄ້າ ແລະ ອຸດສາຫະກຳ ລະຫວ່າງ ລາວ-ຈີນ.
ໂອກາດດຽວກັນນີ້, ວັນທີ 4 ກໍລະກົດ 2025 ກໍໄດ້ມີພິທີລົງນາມ ເພື່ອຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງບັນດາບໍລິສັດຈາກ ສປ ຈີນ ແລະ ລາວ ຈຳນວນໜຶ່ງ. ໃນນັ້ນ, ບໍລິສັດ ຢູ້ສີ່ຮົ່ງເຊີງ ເທັກໂນໂລຍີ ຈຳກັດ ແລະ ບໍລິສັດ ຊີ່ງລົງຕ້າ; ບໍລິສັດຜະລິດອຸປະກອນກະສິກໍາ ຢຸຊີຊີນທຽນລີ້ຈຳ ກັດ ແລະ ບໍລິສັດ ລາວຈີຕ້າເພີ່ງ ຈໍາກັດ ໄດ້ລົງນາມໃນສັນຍາການຊື້-ຂາຍ ເພື່ອລົງເລິກການຮ່ວມມືລະ ຫວ່າງສອງຝ່າຍ ໃນຂະແໜງການຂອງຕົນ; ບໍລິສັດຢູ້ສີ່ລ່ຽນລີໂບ ເທຣດດິ້ງຈຳກັດ ເຊັນສັນຍາຊື້-ຂາຍ ກັບ ບໍລິສັດໄທລາດສະວົງຈໍາກັດ; ບໍລິສັດຢຸຊີກາວຊີ່ງຊູການລົງທຶນຈໍາກັດ ແລະ ບໍລິສັດ ລາວເໜືອລອງຊານ ກໍ່ສ້າງຄົບວົງຈອນ ຈຳກັດ ໄດ້ຮ່ວມກັນລົງນາມ ສັນຍາຍຸດທະສາດການຮ່ວມມື ດ້ານການສະແດງສິນຄ້າຢຸນນານ (ປູເສັ້ນທາງໃໝ່ໃຫ້ແກ່ຜະລິດຕະພັນພິເສດ ຂອງແຂວງຢຸນນານ ເຂົ້າສູ່ຕະຫລາດລາວ ແລະ ອາຊີຕາເວັນອອກສ່ຽງໃຕ້).
ທ່ານ ຊາງ ຢູ (Zhang You) ຫົວໜ້າຫ້ອງການຜູ້ຕາງໜ້າ ການຄ້າແຂວງຢຸນນານ ປະຈຳນະ ຄອນຫລວງວຽງຈັນ ໄດ້ກ່າວວ່າ: ການລົງນາມຄັ້ງນີ້, ເປັນການສ້າງປະຊາຄົມ ທີ່ມີອະນາຄົດຮ່ວມກັນ ລະຫວ່າງ ຈີນ-ລາວ ແນໃສ່ຊຸກຍູ້ໃຫ້ວິສາຫະກິດ ນຳໃຊ້ຄວາມໄດ້ປຽບຂອງທາງລົດໄຟ ລາວ-ຈີນ ເພື່ອເພີ່ມທະວີການຮ່ວມມື ດ້ານເສດຖະກິດ-ການຄ້າ ໃນພາກພື້ນ ແລະ ຮ່ວມກັນສ້າງແແຜນ ເພື່ອພັດທະ ນາໃຫ້ມີຄຸນນະພາບສູງ. ພິທີລົງນາມ ໃນຄັ້ງນີ້, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ອັນໜັກແໜ້ນ ແລະ ໝາກຜົນແຫ່ງການຮ່ວມມື ດ້ານເສດຖະກິດ-ການຄ້າ ລະຫວ່າງ ຈີນ-ລາວ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການຮ່ວມມື ໃນພາກພື້ນໃນອະນາຄົດ.
ຂ່າວ: ທະນູທອງ
ພາບ: ເກດສະໜາ