ຫົວພັນ ສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງ ຄັ້ງທີ IX

29/04/2025 12:47
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ສະຫະພັນກຳມະບານ ແຂວງຫົວພັນ ສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງ ໃນວັນທີ 25 ເມສາ 2025



ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ສະຫະພັນກຳມະບານ ແຂວງຫົວພັນ ສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງ ໃນວັນທີ
25 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ພອງທຳ ທໍາມະທອງ ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງ, ມີສະຫາຍ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ປະທານສະຫະພັນກໍາມະບານ 10 ເມືອງ, ຮາກຖານອ້ອມຂ້າງແຂວງ ແລະ ຜູ້ແທນສົມບູນເຂົ້າຮ່ວມ.


ກອງປະຊຸມໄດ້ຮັບຟັງບົດລາຍງານ ການເມືອງທັງສອງພາກ, ບົດສະຫລຸບແຜນພັດທະນາ ວຽກງານກຳມະບານ ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ບົດສໍາຫລວດ ການນຳພາຄະນະ ບໍລິຫານງານ ສະໄໝທີ VIII ໂດຍໄດ້ສັງເກດຕີລາຄາຄືນ ເຊິ່ງຍົກໃຫ້ເຫັນດ້ານດີ ຜົນງານທີ່ຈັດຕັ້ງປະຕິບັດໄດ້ ໃນໄລຍະຜ່ານມາ ແລະ ຂໍ້ຄົງຄ້າງບາງດ້ານ ທີ່ຈະໄດ້ພ້ອມກັນເອົາໃຈ ໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ໃນໄລຍະ 5 ປີຜ່ານມາ ຄະນະບໍລິຫານງານສະຫະພັນກຳມະບານ ແຂວງຫົວພັນ ຊຸດທີ VIII ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານ ມີຜົນສຳເລັດຫລາຍດ້ານ ໂດຍສະເພາະ ຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ມະຕິຄໍາສັ່ງ, ກົດລະບຽບຂອງລັດ ແລະ ບັນດານິຕິກໍາຕ່າງໆຢ່າງທົ່ວເຖິງ. ທົ່ວແຂວງຫົວພັນມີ 12 ສະຫະພັນກຳມະບານ, ມີ 489 ຮາກຖານ ໃນນີ້, ຮາກຖານກໍາມະບານ ທີ່ຂຶ້ນກັບສະຫະພັນກໍາມະບານເມືອງ 430 ຮາກຖານ, ຮາກຖານອ້ອມຂ້າງແຂວງ 59 ຮາກຖານ, ມີສະມາຊິກກໍາມະບານທັງໝົດ 8.914 ສະຫາຍ ຍິງ 3.989 ສະຫາຍ, ມີກໍາມະບານອາຊີບ 76 ສະຫາຍ ຍິງ 31 ສະຫາຍ, ເຄິ່ງອາຊີບ 904 ສະຫາຍ ຍິງ 419 ສະຫາຍ, ສະມາຊິກກໍາມະບານເປັນສະມາຊິກພັກ 4.364 ສະຫາຍ ຍິງ 1.687 ສະຫາຍ, ເປັນສະມາຊິກຊາວໜຸ່ມ 2.569 ສະຫາຍ ຍິງ 1.229 ສະຫາຍ, ເປັນສະມາຊິກແມ່ຍິງ 2.197 ສະຫາຍ. ພ້ອມນີ້, ສະຫະພັັນກໍາມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການປະຕິບັດໜ້າທີ່ວິຊາສະເພາະ ສາມາດຮັບຮອງກໍາມະບານ 5 ເປັນເຈົ້າໄດ້ 10 ສະຫະພັນກໍາມະບານເມືອງ, 1 ສະຫະພັນກໍາມະບານແຂວງ ແລະ 52 ຮາກຖານອ້ອມຂ້າງແຂວງ ປະຕິບັດໄດ້ 100% ມອບທຸງໄຊກໍາມະບານ ໃຫ້ແກ່ສະຫະພັນກຳມະບານເມືອງ ແລະ ຮາກຖານ 65 ຜືນ, ປະກາດນາມມະຍົດ 5 ເປັນເຈົ້າໄດ້ 10 ເມືອງ ແລະ 52 ຮາກຖານອ້ອມຂ້າງແຂວງ ສະເໜີສູນກາງກຳມະບານລາວຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ 5 ເປັນເຈົ້າ ຕິດພັນວຽກງານຮອບດ້ານ ຂອງກຳມະບານເຊັ່ນ: ຫລຽນກາກຳມະບານ 625 ໜ່ວຍ, ຍ້ອງຍໍສູນກາງສະຫະພັນ ກໍາມະບານລາວ 4.674 ໃບ, ສະເໜີທຸງໄຊຂອງກໍາມະບານ 1 ຜືນ. ວຽກງານກອງທຶນ ເພື່ອເຮັດໃຫ້ສະມາຊິກກໍາມະບານ, ກຳມະກອນຊາວຜູ້ອອກແຮງງານ ໃນທົ່ວແຂວງຫົວພັນ ມີຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວລາເຈັບເປັນ ແລະ ເສຍຊີວິດ. ປັດຈຸບັນສະຫະພັນກຳມະບານແຂວງ ມີສະມາຊິກກອງທຶນ 20 ພັນກວ່າຄົນ, ມີເງິນກອງທຶນ 1,80 ຕື້ກວ່າກີບ.


ສໍາລັບແຜນການ 5 ປີໃນຕໍ່ໜ້າ, ຄະນະສະຫະພັນກໍາມະບານ ແຂວງຫົວພັນ ຈະສືບຕໍ່ ເພີ່ມທະວີການໂຄສະນາ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຮັບຮູ້, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປັບປຸງການຈັດຕັ້ງກໍາມະບານແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ບຳລຸງ-ກໍ່ສ້າງ ພະນັກງານກຳມະບານ ໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານກຳມະບານ ໃນສະເພາະໜ້າ ແລະ ຍາວນານ, ສືບຕໍ່ຂະຫຍາຍ ການຈັດຕັ້ງ ແລະ ສະມາຊິກກໍາມະບານ ໃຫ້ກວ້າງຂວາງ, ຊຸກຍູ້ຂະບວນການແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດພັນກັບການປະຕິບັດ ວຽກງານວິຊາສະເພາະ, ເສີມຂະຫຍາຍການພົວພັນຮ່ວມມື ກັບກຳມະບານກັບເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ ຕາມແນວທາງນະໂຍບາຍ ການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາບົດຮຽນ ແລະ ທຶນຮອນມາພັດທະນາວຽກງານກໍາມະບານ ໃຫ້ໃຫ້ກວ້າງຂວາງ ແລະ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມນີ້ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນກຳມະບານຊຸດໃໝ່ ໂດຍເລືອກເອົາສະຫາຍ ນາງ ພອງທໍາ ທຳມະທອງ ເປັນປະທານ ແລະ ສະຫາຍ ນາງ ສິມພອນປັນຍາບຸນ ເປັນຮອງປະທານ ແລະ ສະຫາຍ ຄໍາຜີວ ສີລະທົນ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ບຸນແສງ ຈັນພະທອງ ແລະ ສະຫາຍ ນາງ ອຸລາ ເທບພະວົງ ເປັນຮອງປະທານກວດກາ ສະຫະພັນກຳມະບານແຂວງ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານ ສະຫະພັນກຳມະບານ ແຂວງຫົວພັນ ໃນຕໍ່ໜ້າ ໃຫ້ນັບມື້ມີທ່າກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ ແລະ ໄດ້ຮັບຜົນສໍາເລັດຕາມແຜນທີ່ວາງໄວ້.




ຂ່າວ-ພາບ: ນິດຖະໜອມ

KPL