ເລີ່ມການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນຈີນ-ລາວ-ກຳປູເຈຍ

29/04/2025 18:00
Email Print 83
KPL - Asean 2024 ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນ ຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ການຂົນສົ່ງ ທາງບົກ ໂດຍກົງ ຂ້າມຊາຍແດນ ລະຫວ່າງ ສປ ຈີນ-ສປປ ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນການ ເມື່ອບໍ່ດົນມານີ້, ລົດຂົນສົ່ງ ສິນຄ້າ ທີ່ບັນຈຸ ພັດລົມ ແຂວນເພດານ, ຖັງນ້ຳຢາງ(ປຼາສະຕິກ) ແລະ ເຄື່ອງໃຊ້ ປະຈຳວັນອື່ນໆ ເລີ່ມແລ່ນອອກຈາກ ນະຄອນຄຸນໝິງ ຂອງ ສປ ຈີນ, ມີແຜນການຜ່ານນະຄອນຫລວງວຽງຈັນ ຂອງ ສປປ ລາວ, ສຸດທ້າຍໄປຮອດນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ. ການຂົນສົ່ງໂດຍກົງຄັ້ງນີ້ ນຳໃຊ້ຮູບແບບການຂົນສົ່ງທີ່ນຳໃຊ້ຕູ້ສິນຄ້າ ຫລື ຕູ້ຄອນເທນເນີ ໜ່ວຍດຽວ” “ລົດຄັນດຽວ”, ດ້ວຍການແຈ້ງລ່ວງໜ້າ, ການລ໊ອກ ແບບເອເລັກໂຕຣນິກ, ການຂົນສົ່ງ ຜ່ານຫລາຍປະເທດ ແລະ ເຕັກນິກ ຈໍລະຈອນສິນຄ້າ ແບບອັດສະລິຍະ, ໂດຍບໍ່ຕ້ອງປ່ຽນລົດ, ບໍ່ຕ້ອງປ່ຽນ ຕູ້ຄອນເທນເນີ, ບໍ່ຕ້ອງຖ່າຍສິນຄ້າ ແລະ ຍົກສູງປະສິດທິພາບ ການຂົນສົ່ງ ຢ່າງຫລວງຫລາຍ. ເມື່ອທຽບກັບຮູບແບບ ການຂົນສົ່ງ ແບບດັ້ງເດີມ, ຄາດຄະເນວ່າ ຈະຫລຸດເວລາການຂົນສົ່ງຂາ ໄປລົງເຫລືອ 6 ຫາ 8 ວັນ, ຍົກສູງປະສິດທິພາບ ຫລາຍກວ່າ 40%, ເພື່ອຫລຸດ ຄວາມສ່ຽງ ດ້ານການສູນເສຍ ຂອງສິນຄ້າ ໃນການຂົນສົ່ງ ຢ່າງມີປະສິດທິຜົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL