ກອງປະຊຸມສະເຫລີມສະຫລອງ ການສ້າງຕັ້ງສະຫະພັນກຳມະບານ ທົ່ວປະເທດຈີນ ຄົບຮອບ 100 ປີ

29/04/2025 16:56
Email Print 83
KPL - Asean 2024 ກອງ​ປະ​ຊຸມ ສະ​ເຫລີມ ​ສະ​ຫລອງ ການ​ສ້າງ​ຕັ້ງ ​ສະ​ຫະ​ພັນ​ ກຳ​ມະ​ບານ​ ທົ່ວ​ປະ​ເທດ​ຈີນ ຄົບ​ຮອບ 100 ປີ ​ກໍ​ຄື ​ກອ​ງ​ປະ​ຊຸມ ​ຍ້ອງ​ຍໍ ​ສັນ​ລະ​ເສີນ ​ແບບ​ຢ່າງ​ ຜູ້ອອກ​ແຮງ​ງານ ແລະ ພະ​ນັກ​ງານ ​ຜູ້​ດີ​ເດັ່ນ ​ທົ່ວ​ປະ​ເທດຈີນ​ ໄດ້​ຈັດ​ຂຶ້ນ ​ຢູ່​ຫໍ​ສະ​ພາ ​ປະ​ຊາ​ຊົນ ​ທີ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຢ່າງ​ຄຶກ​ຄື້ນ​

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງ​ປະ​ຊຸມ ສະ​ເຫລີມ ​ສະ​ຫລອງ ການ​ສ້າງ​ຕັ້ງ ​ສະ​ຫະ​ພັນ​ ກຳ​ມະ​ບານ​ ທົ່ວ​ປະ​ເທດ​ຈີນ ຄົບ​ຮອບ 100 ປີ ​ກໍ​ຄື ​ກອ​ງ​ປະ​ຊຸມ ​ຍ້ອງ​ຍໍ ​ສັນ​ລະ​ເສີນ ​ແບບ​ຢ່າງ​ ຜູ້ອອກ​ແຮງ​ງານ ແລະ ພະ​ນັກ​ງານ ​ຜູ້​ດີ​ເດັ່ນ ​ທົ່ວ​ປະ​ເທດຈີນ​ ໄດ້​ຈັດ​ຂຶ້ນ ​ຢູ່​ຫໍ​ສະ​ພາ ​ປະ​ຊາ​ຊົນ ​ທີ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຢ່າງ​ຄຶກ​ຄື້ນ​ ໃນ​​ວັນ​ທີ 28 ເມ​ສານີ້. ທ່ານ​ ສີ ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມ  ແລະ ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ ໂດຍ​ກ່າວ​ເນັ້ນໜັກ​ວ່າ: ໃນ​ຍຸກ​ໃໝ່ ແລະ ຂະ​ບວນ​ການ​ເດີນ​ທາງ​ອັນ​ໃໝ່, ຕ້ອງ​ເຕົ້າ​ໂຮມ​ກຳ​ລັງ​ ທີ່​ໃຫຍ່​ຫລວງ​ ຂອງ​ຊົນ​ຊັ້ນ​ກຳ​ມາ​ຊີບ ແລະ ປະ​ຊາ​ຊົນ ​ຜູ້ອອ​ກ​ແຮງ​ງານ ​ທີ່ກວ້າງ​ໃຫຍ່ ໄພ​ສານ ​ໂດຍ​ປິ່ນ​ອ້ອມ​ໜ້າ​ທີ່​ໃຈ​ກາງ​ ຂອງ​ພັກ​ຢ່າງ​ແໜ້ນ​ແຟ້ນ, ເຮັດ​ໃຫ້​ແຜນການ​ອັນ​ຍິ່ງ​ໃຫຍ່​ທີ່​ຈະສ້າງ​ປະ​ຊາ​ຊາດ​ຈີນ ​ໃຫ້​ຈະ​ເລີນ ​ຮຸ່ງ​ເຮືອງ​ ຄືນ​ໃໝ່​ ປາ​ກົດຜົນ​ເປັນ​ຈິງ​ ຢ່າງ​ໜັກ​ແໜ້ນ. ເນື່ອງ​ໃນ​ໂອ​ກາດ ​ວັນ​ກຳ​ມະ​ກອນ ​ສາ​ກົນ ວັນ​ທີ 1 ພຶດ​ສະ​ພາ​ ໃກ້​ຈະໝູນ​ວຽນ​ ມາ​ເຖິງນີ້, ທ່ານ​ ສີ ​ຈິ້ນ​ຜິງ ​ໄດ້​ຕາງ​ໜ້າ​ ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ, ສະ​ແດງ​ ຄວາມຢື້​ຢາມ​ ຖາມ​ຂ່າວ ​ຢ່າງ​ສຸດ​ອົກ ​ສຸດ​ໃຈ​ຕໍ່ ​ກຳ​ມະ​ກອນ ​ບັນ​ດາ​ເຜົ່າ ຊາວ​ກະ​ສິ​ກອນ ປັນ​ຍາ​ຊົນ ແລະ ປະ​ຊາ​ຊົນ ​ຜູ້​ອອກ​ແຮງ​ງານ​ອື່ນໆ ​ໃນ​ທົ່ວ​ປະ​ເທດ ພ້ອມ​ດ້ວຍ ​ອົງ​ການ​ຈັດ​ຕັ້ງ​ ກຳ​ມະ​ບານ​ທຸກ​ຂັ້ນ ແລະ ພະ​ນັກ​ງານ​ ກຳ​ມະ​ບານ ​ທຸກ​ຖ້ວນ​ໜ້າ, ສະ​ແດງ ​ຄວາມ​ອວຍ​ພອນ ​ອັນ​ປະ​ເສີດ​ ຕໍ່​ເພື່ອນ​ມິດ​ ກຳ​ມະ​ບານ​ ແລະ ວົງ​ກາ​ນ​ແຮງ​ງານ​ ຂອງ​ເຂດ​ບໍ​ລິ​ຫານ ​ພິ​ເສດ ​ຮົງ​ກົງ, ເຂດ​ບໍ​ລິ​ຫານ​ ພິ​ເສດ​ ມາ​ກາວ ແລະ ເຂດ​ໄຕ້​ຫວັນ ພ້ອມ​ທັງ​ ສະ​ແດງ​ ຄວາມ​ຊົມ​ເຊີຍ ​ຢ່າງ​ສຸດ​ອົກ​ສຸດ​ໃຈ ​ຕໍ່​ແບບ​ຢ່າງ​ ຜູ້​ອອກ​ແຮງ​ງານ ແລະ ພະ​ນັກ​ງານ​ ຜູ້​ດີ​ເດັ່ນ ​ທົ່ວ​ປະ​ເທດຈີນ ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ ສັນ​ລະ​ເສີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL