ສປ ຈີນ ຈັດງານຕະຫລາດນັດສິນຄ້າຂາເຂົ້າ-ອອກ ຄັ້ງທີ 137

29/04/2025 17:10
Email Print 83
KPL - Asean 2024 ງານ​ຕະຫລາດ​ນັດ ​ສິນຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ຄັ້ງ​ທີ 137 ໄລ​ຍະ​ທີ​ສອງ​ໄດ້​ສຳເລັດລົງ ເມື່ອບໍ່ດົນມານີ້, ​ຕາມ​ຂໍ້​ມູນ​ ຈາກ​ສູນ​ການ​ຄ້າ ​ກັບ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ ເຊິ່ງ​ເປັນຝ່າຍ​ ຮັບ​ຜິດ​ຊອບ​ ຈັດ​ງານ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດທ້າຍເດືອນເມ​ສາ​ນີ້, ໄດ້​ມີ​ຜູ້​ຊື້​ຈາກ​ຕ່າງ​ປະ​ເທດ 224.372 ຄົນ ທີ່​ມາ​ຈາກ 219 ປະ​ເທດ ​ແລະ ​ເຂດ​ແຄວ້ນທົ່ວ​ໂລກ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ງານ​ຕະຫລາດ​ນັດ ​ສິນຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ຄັ້ງ​ທີ 137 ໄລ​ຍະ​ທີ​ສອງ​ໄດ້​ສຳເລັດລົງ ເມື່ອບໍ່ດົນມານີ້, ​ຕາມ​ຂໍ້​ມູນ​ ຈາກ​ສູນ​ການ​ຄ້າ ​ກັບ​ຕ່າງ​ປະ​ເທດ​ຂອງ ສປ ​ຈີນ ເຊິ່ງ​ເປັນຝ່າຍ​ ຮັບ​ຜິດ​ຊອບ​ ຈັດ​ງານ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ: ຮອດທ້າຍເດືອນເມ​ສາ​ນີ້, ໄດ້​ມີ​ຜູ້​ຊື້​ຈາກ​ຕ່າງ​ປະ​ເທດ 224.372 ຄົນ ທີ່​ມາ​ຈາກ 219 ປະ​ເທດ ​ແລະ ​ເຂດ​ແຄວ້ນທົ່ວ​ໂລກ ​ໄດ້​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ ເຊິ່ງ​ເປັນ​ຈຳ​ນວນ​ຫລາຍ​ທີ່​ສຸດ ​ໃນ​ປະ​ຫວັດ​ສາດ.ງານ​ຕະຫລາດ​ນັດ​ ສິນຄ້າ ຂາ​ເຂົ້າ-ຂາ​ອອກ ​ຂອງ​ ສປ ຈີນ ຄັ້ງ​ນີ້​ ພາຍ​ໃຕ້​ຫົວ​ຂໍ້​ວ່າ "ການ​ຜະ​ລິດ​ ທີ່​ກ້າວ​ໜ້າ" "ເຄື່ອງ​ເຟີ​ນີ​ເຈີ​ແລະ​ ການ​ປະ​ດັບ​ເຮືອນ ​ທີ່​ມີ​ຄຸນ​ນະ​ພາບ" ແລະ "ຊີ​ວິດ​ທີ່​ດີ​ງາມ". ການ​ວາງ​ສະ​ແດງ​ຢູ່​ໜ້າ​ຮ້ານ​ ຫລື ອອ​ຟ​ລາຍ​ ໃນ​ໄລ​ຍະ​ທີ​ສອງ ​ທີ່​ມີ​ຫົວ​ຂໍ້​ວ່າ"ເຄື່ອງ​ເຟີ​ນີ​ເຈີ ​ແລະ​ ການ​ປະ​ດັບ​ເຮືອນ ​ທີ່​ມີ​ຄຸນ​ນະ​ພາບ" ​ມີ​ເນື້ອ​ທີ່ 515.000 ຕາ​ແມັດ, ຈຳ​ນວນ​ຮ້ານ​ວາງ​ສະ​ແດງ​ມີ 24.735 ຮ້ານ, ວິ​ສາ​ຫະ​ກິດ​ ເຂົ້າ​ຮ່ວມ​ງານ​ມີ 10.313 ແຫ່ງ, ຫລາຍກວ່າ​ ຄັ້ງ​ຜ່ານ​ມາ 273 ແຫ່ງ, ວິ​ສາ​ຫະ​ກິດ​ດີ​ເດັ່ນ ​ທີ່​ມີ​ເອ​ກະ​ລັກ ​ພິ​ເສດ​ ທີ່​ເຂົ້າ​ຮ່ວມ​ງານ​​ມີ 2.400 ກວ່າ​ແຫ່ງ ທຽບ​ໃສ່ ​ຄັ້ງ​ຜ່ານ​ມາ, ​ເພີ່ມ​ຂຶ້ນ 100 ແຫ່ງ​ເມື່ອ​ທຽບ​ໃສ່​ ຄັ້ງ​ຜ່ານ​ມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL