ຮອງປະທານສະພາແຫ່ງຊາດລາວ ສໍາເລັດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

29/04/2025 12:38
Email Print 83
KPL - Asean 2024 ຂປລ. ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍ ສະຫາຍ ພົທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 20-26 ເມສາ 2025.



ຂປລ. ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍ ສະຫາຍ ພົທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ
, ຮອງປະທານສະພາແຫ່ງຊາດລາວ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 20-26 ເມສາ 2025.

ໂອກາດນີ້, ສະຫາຍ ພົທ ສຸວອນ ເລືອງບຸນມີ ໄດ້ພົບປະເຮັດວຽກ ແລະ ປຶກສາຫາລືກັບຝ່າຍຫວຽດນາມ ນຳໂດຍ ສະຫາຍ ເຈິ່ນ ກວາງ ເຟືອງ ກໍາມະການສູນກາງພັກກອມມູນິດ ຫວຽດນາມ, ຮອງປະທານສະພາແຫ່ງຊາດ ດ້ວຍບັນຍາກາດ ໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມຖານສະຫາຍອ້າຍນ້ອງ ເຊິ່ງຈຸດປະສົງຂອງການໄປຢ້ຽມຢາມຄັ້ງນີ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໂດຍສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ; ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍ ຈໍາວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ເພື່ອປະຕິບັດຕາມຜົນຂອງ ການພົບປະລະຫວ່າງສະຫາຍ ຮອງປະທານສະພາແຫ່ງລາວ ແລະ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃນເດືອນຕຸລາ 2024 ໃນການແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດພາລະບົດບາດ ຂອງສະພາແຫ່ງຊາດ, ຮ່ວມກັນຕິດຕາມກວດກາ ແລະ ຊຸກຍູ້ການຮັກສາ ຄວາມສະຫງົບຊາຍແດນ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ໃນເຂດຫ່າງໄກທຸລະກັນດານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຊົນນະບົດ.


ຈາກນັ້ນ, ສະຫາຍ ພົທ ສຸວອນ ເລືອງບຸນມີ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິ່ນ ແທັງ ເໝີນ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານ ສະພາແຫ່ງຊາດເຊິ່ງສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນ ຂອງແຕ່ລະປະເທດໃຫ້ກັນຊາບ; ຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ທີ່ນັບມື້ແຕກດອກ ອອກຜົນຍິ່ງຂຶ້ນ. ພ້ອມນີ້, ສະຫາຍປະທານສະພາ ແຫ່ງຊາດຫວຽດນາມ ຍັງໄດ້ໃຫ້ທິດຊີ້ນໍາໃນການພົວພັນຮ່ວມມື ໃນຕໍ່ໜ້າລະຫວ່າງອົງການ ນິຕິບັນຍັດຂອງສອງປະເທດ ຕາມບົດບັນທຶກຂອງສອງສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ; ເພີ່ມທະວີການຮ່ວມມື ໃຫ້ເລິກເຊິ່ງກວ່າເກົ່າ, ຮ່ວມກັນຕິດຕາມກວດກາ ແລະ ຊຸກກຍູ້ການຈັດຕັ້ງປະຕິບັດ ຂໍ້ຕົກລົງຕ່າງໆ ທີ່ສອງປະເທດໄດ້ ລົງນາມຮ່ວມກັນ ໂດຍສະເພາະຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ແລະ ຊ່ວຍເຫລືອເພື່ອການພັດທະນາ, ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຫ່າງໄກ ທຸລະກັນດານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຕາມບໍລິເວນຊາຍແດນຂອງສອງປະເທດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດ ຖະສະພາພາກພື້ນ ແລະ ສາກົນ.


ພ້ອມກັນນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມແຂວງເຊີນລາ ແລະ ແຂວງດຽນບຽນ ເຊິ່ງໄດ້ພົບປະເຮັດວຽກກັບຄະນະພັກ, ຄະນະນໍາກໍຄື ສະພາປະຊາຊົນ ຂອງສອງແຂວງ ໂດຍໄດ້ປຶກສາຫາລື, ຕິດຕາມກວດກາການປະຕິບັດ ບັນດາໂຄງການພັດທະນາຊົນນະບົດ ເຂດຫ່າງໄກສອກຫລີກ ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ຮັບຟັງການລາຍງານ ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ. ນອກຈາກນັ້ນ, ຍັງໄດ້ທ່ຽວຊົມສະຖານທີ່ ທ່ອງທ່ຽວທາງປະຫວັດສາດ ຈໍານວນໜຶ່ງຂອງແຂວງດຽນບຽນ.

ນອກຈາກນັ້ນ, ຄະນະຜູ້ແທນລາວ ໄດ້ມີໂອກາດພົບປະຢ້ຽມຢາມ ພະນັກງານສະຖານເອກ ອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຕື່ມອີກ.

KPL