ຮວຜທ ດຳເນີນກອງປະຊຸມຄົບຄະນະ ບໍລິຫານງານພັກ ຄັ້ງທີ I ສະໄໝທີ I

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ I ສະໄໝທີ I ປະຈໍາໄຕມາດ I ປີ 2025 ໃນວັນທີ 29 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນ, ມີສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະເຂົ້າຮ່ວມ.
ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຄະນະປະຈຳພັກ, ຫົວໜ້າຫ້ອງສຶກສາໂຮງຮຽນ ໄດ້ຜ່ານບົດສະຫລຸບຫຍໍ້ ຕີລາຄາການນຳພາຂອງຄະນະພັກ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບປະຈຳໄຕມາດທີ I ແລະ ທິດທາງແຜນການ ປະຈໍາໄຕມາດທີ II ປີ 2025 ໄດ້ຍົກໃຫ້ເຫັນສະພາບ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ແລະ ການນຳພາປັບປຸງ ກໍ່ສ້າງກົມກອງ ແຕ່ຍ້ອນພາຍໃຕ້ການນຳພາ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄື ການນຳພາ-ຊີ້ນຳຂອງຄະນະປະຈໍາພັກ, ຄະນະບໍລິຫານງານພັກໂຮງຮຽນ ຈຶ່ງເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານ ມີຜົນສຳເລັດໃນຫລານດ້ານ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກຂັ້ນເທິງວາງອອກ. ໃນນີ້, ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຂອບເຂດກົມກອງຕັ້ງທັບ ພົວພັນກັບອຳນາດການປົກຄອງທ້ອງຖິ່ນ ແລະ ບ້ານປະຊາຊົນ, ບົນພື້ນຖານປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ, ຈັດຕັ້ງລະບອບປະຈຳການ 3 ຂັ້ນ ຕະຫລອດ 24 ຊົ່ວໂມງຢ່າງເຂັ້ມງວດ ເຮັດໃຫ້ສະພາບໃນຂອບເຂດ ຮັບຜິດຊອບມີຄວາມສະ ຫງົບປອດໄພ 100%. ພ້ອມນີ້, ໄດ້ຖືວຽກງານສຶກສາ ອົບຮົມ-ການເມືອງແນວຄິດ ໃຫ້ພະນັກງານ ສະມາຊິກພັກ-ນັກຮົບ ເປັນວຽກສໍາຄັນສອດຫ້ອຍເຂົ້າໃນ ທຸກຂົງເຂດວຽກງານຂອງກົມກອງ ຕິດພັນກັບການສ້າງຂະບວນການຕ່າງໆ ຢ່າງມີບັນຍາກາດຟົດຟື້ນ ແລະ ເອົາໃຈໃສ່ປັບປຸງລະບຽບແບບ ແຜນປະຕິບັດຕາມຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄື ຂອງໂຮງຮຽນວາງອອກ, ປະຕິບັດໂຄງການຫລັກສູດ ການຮຽນ-ການສອນ, ອົບຮົມ-ຫັດແອບ ຖືກຕ້ອງຕາມກຳນົດເວລາ ແລະ ວຽກງານປີ່ນອອ້ມອື່ນຂອງກົມກອງກໍມີຜົນສຳເລັດເປັນຢ່າງສູງ. ໃນກອງປະຊຸມຄະນະພັກແຕ່ລະສະຫາຍ ກໍໄດ້ພ້ອມກັນປະກອບຄຳເຫັນ ໃສ່ບົດສະຫລຸບຢ່າງມີເນື້ອໃນເລິກເຊິ່ງ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຮຽກຮ້ອງໃຫ້ຄະນະພັກໂຮງຮຽນ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ; ປະຕິບັດຄຳແນະນຳ ແລະ ຄຳສັງຂອງຄະນະພັກຊວງປ້ອງກັນປະເທດ ກໍຄື ທິດຊີ້ນຳຂອງຄະນະພັກໂຮງຮຽນ ໃຫ້ຖືກຕ້ອງ ແລະ ເປັນເອກະພາບ; ຍົກສູງບົດບາດການນຳພາຂອງພັກ ເຂົ້າໃນທຸກຄົງເຂດວຽກງານ ບົນພື້ນຖານລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບ ຢ່າງລະອຽດຈະແຈ້ງ; ກໍ່ສ້າງໜ່ວຍພັກ ປອດໃສ ເຂົ້ມແຂງ ໜັກແໜ້ນ, ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ, ສ້າງກົມກອງວັດທະ ນະທຳ-ນັກຮົບວັດທະນະທຳ; ຍຶດໝັນ ແລະ ປະຕິບັດຢ່າງເຂັ້ມງວດ ຕາມ 5 ຫລັກການ 3 ທິດນຳ ກໍ່ສ້າງ ແລະ ປັບປຸງພັກ; ພະນັກງານ, ສະມາຊິກພັກ, ນັກຮົບ ທຸກສະຫາຍ ຕ້ອງເຊີດຊູນ້ຳໃຈຄວາມຮັບຜິດຊອບ ຍົກສູງຄຸນນະ ພາບໃນການຈັດຕັ້ງປະຕິບັດ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ຮັກສາແໜ້ນຄວາມສາມັກຄີ, ປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ ແລະ ເຂົ້າຮ່ວມທຸກຂະບວນການໃຫ້ຟົດຟື້ນ, ພ້ອມກັນນຳເອົາແຜນການ ໃນຕໍ່ໜ້າໄປຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳຕົວຈິງ.
ຂ່າວ: ໂອລິນ ມິ່ງມີໄຊ