ສີລັງກາ ຈະໃຊ້ຊຸດກວດສານເສບຕິດ ແຄມທາງສະກັດຄົນຂັບລົດເມົາຢາ
ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ: ທ່ານ ປຣິຍັນທາ ວີຣະສຸລິຍາ ຜູ້ບັນຊາການ ຕຳຫລວດ ແຫ່ງຊາດສີລັງກາ ລະບຸວ່າ: ເຈົ້າໜ້າທີ່ ຕຳຫລວດ ສີລັງກາ ຈະນຳໃຊ້ຊຸດກວດຫາ ສານເສບຕິດ ທີ່ສາມາດນຳໃຊ້ໄດ້ທັນທີ ຢູ່ພາກສະໜາມ ພາຍໃນ 2-3 ເດືອນຕໍ່ໜ້າ ເຊິ່ງເປັນ ສ່ວນໜຶ່ງ ຂອງ ຄວາມພະຍາຍາມ ປາບປາມການຂັບຂີ່ ຍານພາຫະນະໃນຂະນະທີ່ ມີອາການມຶນເມົາ ຈາກສານເສບຕິດ.
ເຈົ້າໜ້າທີ່ ຕຳຫລວດ ກ່ຽວຂ້ອງ ກວດພົບເຫັນ ການປ່ຽນແປງ ຂອງ ສາເຫດທີ່ພາໃຫ້ເກີດ ອຸບັດເຫດຮ້າຍແຮງ ເທິງທ້ອງຖະໜົນ ໂດຍການໃຊ້ ຢາເສບຕິດ ເຊິ່ງໄດ້ກາຍເປັນ ເລື່ອງທີ່ໜ້າ ເປັນຫ່ວງ ຫລາຍຂຶ້ນ ເຊິ່ງປະຕິບັດການ ນຳຮ່ອງເມື່ອບໍ່ດົນມານີ້ ເພື່ອໃຫ້ລົດເມໂດຍສານ ພົບວ່າ ຄົນຂັບຫລາຍກວ່າ 5% ມີອາການມຶນເມົາ ຈາກສານເສບຕິດ.ປັດຈຸບັນ, ຜູ້ຂັບຂີ່ທີ່ຕ້ອງສົງໄສ ວ່າມີອາການມຶນເມົາ ສານເສບຕິດ ຈະຕ້ອງຖືກສົ່ງຕົວ ເຂົ້າຮັບການກວດ ທາງການແພດ ເຊິ່ງແຕກຕ່າງ ຈາກກໍລະນີ ເມົາເຫລົ້າ ທີ່ສາມາດກວດ ວັດແທກໄດ້ ຢູ່ຈຸດເກີດເຫດ ແລະ ເຈົ້າໜ້າທີ່ຕຳຫລວດໄດ້ກຳນົດໃຫ້ຜູ້ຂັບຂີ່ ທີ່ກ່ຽວຂ້ອງກັບ ອຸບັດເຫດຮ້າຍແຮງ ຕ້ອງເຂົ້າຮັບການກວດ ຫາສານເສບຕິດ ນຳອີກດ້ວຍ./
