ຫມີແພນດາ ຈີນ ດຶງດູດນັກທ່ອງທ່ຽວ ແລະ ເຮັດຫນ້າທີ່ການທູດທົ່ວໂລກ

23/09/2026 18:46
Email Print 83
KPL - Asean 2024 ຈີນ ບໍ່ພຽງກາຍເປັນຕົວແບບ ໃນການອະນຸລັກຫມີແພນດາ ຂອງໂລກ ແຕ່ມັນຍັງເປັນ ສັນຍາລັກສັນ ຕິພາບ ແລະ ເຮັດຫນ້າທີ່ ການທູດນຸ້ມນວນທີ່ສຸດ ຜ່ານສາຍຕານັກທ່ອງທ່ຽວທົ່ວໂລກ ໃນຂະນະທີ່ ນະຄອນເຊິງຕູ,ແຂວງເສສວນຄື" ຖິ່ນກໍາເນີດ ຂອງ ໝີແພນດາ“

ຂປລ. ຈີນ ບໍ່ພຽງກາຍເປັນຕົວແບບ ໃນການອະນຸລັກ ຫມີແພນດາ ຂອງໂລກ ແຕ່ມັນຍັງເປັນ ສັນຍາລັກສັນຕິພາບ ແລະ ເຮັດຫນ້າທີ່ ການທູດນຸ້ມນວນທີ່ສຸດ ຜ່ານສາຍຕາ ນັກທ່ອງທ່ຽວ ທົ່ວໂລກ ໃນຂະນະທີ່ ນະຄອນເຊິງຕູ,ແຂວງເສສວນຄື" ຖິ່ນກໍາເນີດ ຂອງ ໝີແພນດາ“ ໂດຍຄາດວ່າ ການທ່ອງທ່ຽວຊົມຫມີແພນດາ ສາມາດດຶງດູດ ນັກທ່ອງທ່ຽວ ໄດ້ຫລາຍກວ່າ 6 ລ້ານຄົນຕໍ່ປີ. ຄາດວ່າ ປີ 2026 ນີ້ ອາດຈະສູງເຖິງ 7-8 ລ້ານຄົນ.

ໃນວັນທີ 22 ກັນຍາ 2026 ຜ່ານມາ, ສື່ມວນຊົນ ຕ່າງປະເທດ, ພ້ອມດ້ວຍ ຄະນະນັກສຶກສາ ຕ່າງປະເທດປະມານ 30 ຄົນ ຈາກມະຫາວິທະຍາໄລການເງິນ ແລະ ເສດຖະກິດ ຕາເວັນຕົກສຽງໃຕ້ ຂອງ ນະຄອນເຊິງຕູ, ແຂວງເສສວນ ໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ສວນໝີແພນດາຂອງຈີນ ໃນເມືອງມຽນຢາງ (ສູນຄົ້ນຄວ້າ ອະນຸລັກໝີແພນດາ ຈີນ ສາຂາມຽນຢາງ),ແຂວງເສສວນ.

ຕາມຂໍ້ມູນຂອງສວນດັ່ງກ່າວ ໄດ້ລາຍງານວ່າ: ແຂວງເສສວນ ໄດ້ຕັ້ງໃຈພັດທະນາ ແລະ ຂະຫຍາຍບ່ອນຢູ່ອາໄສຂອງຫມີແພນດາແຫ່ງໃຫມ່ ເພີ່ມຂຶ້ນອີກ ຢູ່ສາຂາເມືອງມຽນຢາງ ເພື່ອຮອງຮັບການເຕີບເສດຖະກິດ, ການທ່ອງ ທ່ຽວ, ສ້າງວຽກເຮັດງານທໍາ ແລະ ອື່ນໆ. ສວນຫມີແພນດາມຽນຢາງແຫ່ງໃໝ່ນີ້ ໄດ້ລົງທຶນເຖິງ 1,500 ລ້ານຢວນ, ກວມເອົາ ເນື້ອທີ່ 120 ເຮັກຕາ ກໍ່ສ້າງໃນ ປີ 2024, ສໍາເລັດ ແລະ ເປີດໃຫ້ບໍລິການປີ 2025.

ໃນນີ້ ໄດ້ແບ່ງເປັນ 5 ເຂດນິເວດ: ເຂດປູກຕົ້ນໄມ້ໄຜ່, ໜອງນໍ້າອອ້ມຮອບ, ເຂດລົມລະດູຮ້ອນ, ຮ່ອມພູລະດູໃບໄມ້ຫລົ່ນ, ປ່າໄມ້ສົນ ລະດູໜາວ. ມີຄອກ 54 ຫລັງຄົບ ວົງຈອນ: ເພາະພັນ, ລ້ຽງລູກ, ສະແດງ, ກູ້ໄພ. ວາງແຜນລ້ຽງ 50  ໂຕ, ມີສັດຄູ່ 5 ຊະນິດ (ແພນດາແດງ, ລິງດັງຄຳ, ກວາງ...). ປະຈຸບັນມີແພນດາ 21 ໂຕ, ແພນດາແດງ 14 ໂຕ.

ນອກຈາກ ການຊົມໝີແພນດາແລ້ວ, ນັກທ່ອງທ່ຽວ ຍັງສາມາດເບິ່ງລູກໝີແພນດານ້ອຍ ເພີ່ມຄວາມເຂົ້າໃຈກ່ຽວກັບຊີວະວິທະຍາ, ການອະນຸລັກຄວາມຫລາກຫລາຍທາງຊີວະນາໆພັນ ແລະ ເປັນສະຖານທີ່ປະດິດສ້າງ ວິທະຍາສາດເຕັກໂນໂລຊີ ດ້ານການອະນຸລັກໝີແພນດາ. ຄົນຮັກສິລະປະ ກໍສາມາດເຂົ້າຊົມງານວາງສະແດງ ທີ່ກ່ຽວກັບ ໝີແພນດາ ທີ່ຫໍພິພິທະພັນ ສິລະປະໝີແພນດາ ແລະ ຮ້ານຂາຍເຄື່ອງສິ່ງລະນຶກ.

ນອກຈາກນັ້ນ ນະຄອນເສິງຕູ ແມ່ນສູນກາງຫລັກ ຂອງໂລກ: ສູນຄົ້ນຄວ້າ ເພາະພັນໝີແພນດາ ເຊິງຕູ ໄດ້ສ້າງຕັ້ງໃນປີ 1987 ປະຈຸບັນ ລວມມີ 244 ໂຕ, ໃຫຍ່ທີ່ສຸດ ໃນ ໂລກ. ປະຊາກອນ ແພນດາປ່າໃນຈີນ ເພີ່ມຂຶ້ນຈາກ 1,100 ໂຕ (ປີ 1980) ເປັນ 1,900 ໂຕ, ແພນດາລ້ຽງຂອງຈີນ ໃນໂລກອາດຈະມີ ຈໍານວນເຖິງ 700-800 ໂຕ. ໄລ່ເຖີງປັດຈຸ ບັນຄາດວ່າ ມີໝີແພນດາຂອງຈີນນີ້ ກະຈາຍ ຢູ່ໃນ 18 ປະເທດ ແລະ 20 ສະຖາບັນ, ໂດຍທໍາຫນ້າທີ່ ຄ້າຍວຽກງານການທູດ ເພື່ອສົ່ງເສີມສາຍພົວພັນ ທີ່ດີ ລະຫວ່າງປະເທດ, ການແລກປ່ຽນ ການ ຮ່ວມມື ດ້ານວິໄຈທີ່ເປັນຄັງຄວາມຮຸ້ ແລະ ອື່ນໆ./

KPL