ຫວຽດນາມ - ສ.ອາເມລິກາ ສືບຕໍ່ຮ່ວມມື-ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເນື່ອງໃນໂອກາດ ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍ ຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ເດີນທາງໄປ ເຂົ້າຮ່ວມ ວາລະ ປຶກສາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81 ຢູ່ ສ.ອາເມລິກາ, ໃນຕອນເຊົ້າ ວັນທີ 21 ກັນຍາ, ຢູ່ນະຄອນນິວຢອກ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ ໄດ້ພົບປະກັບ ທ່ານ John Noh, ຜູ້ຊ່ວຍວຽກລັດຖະມົນຕີ ກະຊວງ ສົງຄາມ ສ.ອາເມລິກາ.
ໂດຍ ທ່ານ John Noh ໄດ້ຢັ້ງຢືນວ່າ: ກະຊວງ ສົງຄາມ ສ.ອາເມລິກາ ສະໜັບສະໜູນ ຢ່າງແຮງ ແລະ ໃຫ້ຄຳໝັ້ນ ສັນຍາ ໃນການ ສືບຕໍ່ ຮ່ວມມື ຢ່າງແໜ້ນແຟ້ນ ກັບ ຫວຽດນາມ ໂດຍສະເພາະ ຂົງເຂດ ການແກ້ໄຂ ຜົນຮ້າຍຢ້ອນຫລັງ ຈາກ ສົງຄາມ, ນີ້ແມ່ນບຸລິມະສິດ ແຖວໜ້າ ໃນການຮ່ວມມື ປ້ອງກັນ ຊາດ ລະຫວ່າງ ສອງຝ່າຍ.
ທ່ານ ຟານວັນຢາງ ຫວັງວ່າ: ໃນໄລຍະຈະມາເຖິງນີ້, ສອງຝ່າຍ ຈະສືບຕໍ່ສົມທົບກັນ ຜັນຂະຫຍາຍບັນດາ ເນື້ອໃນການຮ່ວມມື, ສຸມໃສ່ເຂົ້າບັນດາຂົງເຂດຄື: ຮ່ວມມືແກ້ໄຂຜົນຮ້າຍ ຢ້ອນຫລັງຈາກສົງຄາມ; ຮ່ວມມືຊອກຫາ, ທ້ອນໂຮມ, ກຳນົດອັດຖິ ພົນທະຫານຂອງທັງ ສ.ອາເມລິກາ ແລະ ຫວຽດນາມ ໃນໄລຍະສົມຄາມ; ເຈລະຈາ ນະໂຍບາຍ ການປ້ອງກັນຊາດສອງຝ່າຍ ອື່ນໆ. ທ່ານ ຟານວັນຢາງ ສະເໜີໃຫ້ ສ.ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງ ຈາກສົງຄາມ, ຜັນຂະຫຍາຍ ບັນດາ ໂຄງການ ໜູນຊ່ວຍ ປະຊາຄົມ ແລະ ແກ້ໄຂບ ບັນຫາສິ່ງແວດລ້ອມຕ່າງໆ./
