ກຳປູເຈຍ-ສສ ຫວຽດນາມ ສູ້ຊົນວົງເງິນການຄ້າໃຫ້ບັນລຸ 20 ຕື້ໂດລາສະຫະລັດ

21/02/2025 21:53
Email Print 83
KPL - Asean 2024 ທ່ານ ຮຸນມາເນັດ, ນາຍົກລັດຖະມົນຕີ ຈຳປູເຈຍ ສະເໜີໃຫ້ ກຳປູເຈຍ ແລະ ສສ ຫວຽດນາມ ອຳນວຍ ຄວາມສະດວກ ໃຫ້ແກ່ ການຂົນສົ່ງ ສິນຄ້າ ຜ່ານແດ່ນ ເພື່ອແນໃສ່ ນຳວົງເງິນການຄ້າ ສອງຝ່າຍບັນລຸ 20 ຕື້ໂດລາ ສະຫະລັດ ໂດຍໄວ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ຮຸນມາເນັດ, ນາຍົກລັດຖະມົນຕີ ຈຳປູເຈຍ ສະເໜີໃຫ້ ກຳປູເຈຍ ແລະ ສສ ຫວຽດນາມ ອຳນວຍ ຄວາມສະດວກ ໃຫ້ແກ່ ການຂົນສົ່ງ ສິນຄ້າ ຜ່ານແດ່ນ ເພື່ອແນໃສ່ ນຳວົງເງິນການຄ້າ ສອງຝ່າຍບັນລຸ 20 ຕື້ໂດລາ ສະຫະລັດ ໂດຍໄວ. ພ້ອມທັງ ຊຸກຍູ້ ການເຊື່ອມຕໍ່ ຄົມມະນາຄົມ, ນັບທັງທາງບົກ, ທາງອາກາດ ແລະ ທາງນໍ້າ ລະຫວ່າງ ສອງປະເທດ ໂດຍໄວ ເພື່ອອຳນວຍ ຄວາມສະດວກ ໃຫ້ການຈໍລະຈອນ ສິນຄ້າ ແລະ ແລກປ່ຽນ ການທ່ອງທ່ຽວ ຫລາຍກວ່າອີກ, ຄົ້ນຄວ້າ ເປີດສາຍການບິນ ໂດຍກົງເຊື່ອມຕໍ່ ນະຄອນ ຮະລອງ ແລະ ນະຄອນ ຊຽມຣຽບ ໂດຍໄວ,ຜັນຂະຫຍາຍ ປະຕິບັດ ການເຊື່ອມຕໍ່ ການທ່ອງທ່ຽວ ລະຫວ່າງ ສອງປະເທດ ກຳປູເຈຍ - ຫວຽດນາມ ແລະ 3 ປະເທດ ກຳປູເຈຍ - ສປປ ລາວ - ສສ ຫວຽດນາມ ພິຈາລະຈາ ເປີດດ່ານຊາຍແດນ ຕື່ມອີກ. ພາຍຫລັງ ທ່ານ ຫງວຽນມິງຫວູ, ເອກອັກຄະລັດຖະທູດ ສະແດງເປັນກຽດ ເມື່ອໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ; ພ້ອມທັງ ຕີລາຄາສູງ ການພັດທະນາ ໃນທຸກດ້ານຂອງ ກຳປູເຈຍ. ທ່ານ ຫງວຽນມິງຫວູ, ເອກອັກຄະລັດຖະທູດ ປາດຖະໜາວ່າ ກຳປູເຈຍ ຈະສືບຕໍ່ ສ້າງເງື່ອນໄຂ ເພື່ອໃຫ້ປະຊາຄົມ ເຊື້ອຊາດ ຫວຽດນາມ ມີຊີວິດການເປັນຢູ່ ເປັນປົກກະຕິ, ເຊື່ອມຕົວ ເຂົ້າກັບ ສັງຄົມ ປະເທດ ປະຈຳຖິ່ນ, ມີການປະກອບສ່ວນ ຢ່າງແທດຈິງ ເຂົ້າໃນການພັດທະນາຂອງ ກຳປູເຈຍ ແລະ ສາຍພົວພັນ ສອງປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL