ສາຍການບິນຫວຽດເຈັດໄດ້ຮັບ 3 ລາງວັນລະດັບສາກົນ

ຂປລ. ສາຍການບິນຫວຽດເຈັດ (Vietjet ) ໄດ້ຮັບລາງວັນລະດັບສາກົນເຖິງ 3 ລາງວັນໄດ້ແກ່: ບໍລິສັດໃນຝັນທີ່ໜ້າເຮັດວຽກນຳ, ການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມທີ່ດີທີ່ສຸດ ແລະ ນາຍຈ້າງທີ່ດີທີ່ສຸດໃນໂລກ ທີ່ກອງປະຊຸມ HRD ຂອງໂລກຄັ້ງທີ 33 ທີ່ນະຄອນ Mumbai, ປະເທດອິນເດຍ. ໃນຖານະສາຍການບິນຍຸກໃໝ່, Vietjet ໄດ້ຮັບການຍອມຮັບກ່ຽວກັບລະບົບການບໍລິຫານຈັດການຊັບພະຍາກອນມະນຸດທີ່ມີປະສິດທິຜົນ, ສະຫວັດດີການຂອງພະນັກງານທີ່ມີການແຂ່ງຂັນ ແລະ ສະພາບແວດລ້ອມການເຮັດວຽກທີ່ສະໝ່ຳສະເໝີ. ປະຕິບັດການເຮືອບິນໃໝ່ທີ່ມີປະສິດທິພາບ ແລະ ປະຢັດນໍ້າມັນ, ສາຍການບິນໄດ້ສືບຕໍ່ການຂະຫຍາຍຕົວແບບຍືນຍົງທີ່ສອດຄ່ອງກັບເປົ້າໝາຍ ESG. ນອກຈາກນີ້, Vietjet ຍັງໄດ້ລົງທຶນພັດທະນາແຫລ່ງຊັບພະຍາກອນມະນຸດດ້ານການບິນຜ່ານບັນດາໂຄງການຝຶກອົບຮົມລະດັບສາກົນຢູ່ສະຖາບັນການບິນ Vietjet (VJAA).
ກອງປະຊຸມໃຫຍ່ຂອງປີນີ້ໄດ້ສຳຫລວດຫາວິທີການປະດິດສ້າງໃນການບໍລິຫານຈັດການຊັບພະຍາກອນມະນຸດ, ຄາດວ່າ AI (ປັນຍາປະດິດ) ຈະມີບົດບາດສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານ ແລະ ການກຽມພ້ອມໃນອະນາຄົດ. Vietjet, ຜູ້ປະດິດສ້າງເຕັກໂນໂລຊີ, ກໍາລັງສ້າງມາດຕະຖານອຸດສາຫະກໍາໃໝ່ໂດຍການເຊື່ອມໂຍງ AI ເຂົ້າໃນຫລາຍດ້ານຂອງການດໍາເນີນງານຕ່າງໆ, ໂດຍສະເພາະໃນການບໍລິຫານຈັດການຊັບພະຍາກອນມະນຸດ ແລະ ຄວາມຍືນຍົງຂອງບໍລິສັດ. ປັດຈຸບັນ Vietjet ມີພະນັກງານທີ່ມີ ວັດທະນະທໍາຫລາຍກວ່າ 6.000 ຄົນທີ່ມາຈາກ 50 ປະເທດ. ສາຍການບິນໄດ້ຮັບການໃຫ້ກຽດດ້ວຍລາງວັນລະດັບສາກົນທີ່ມີຊື່ສຽງຫລາຍຢ່າງ, ລວມທັງ “ຜູ້ຈ້າງງານທີ່ດີທີ່ສຸດຂອງອາຊີ” ແລະ “500 ແບຣນຊັ້ນນໍາທຳອິດຂອງອາຊີ.” ໃນຕົ້ນປີ 2025, ສາຍການບິນໄດ້ຮັບການຍົກຍ້ອງອີກຄັ້ງໜຶ່ງຈາກການຈັດອັນດັບສາຍການບິນໃຫ້ເປັນ “ຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ສຸດໃນໂລກ”, ໃນຂະນະດຽວກັນຍັງຮັກສາລະດັບຄວາມປອດໄພລະດັບ 7/7 ດາວ ທີ່ສູງທີ່ສຸດໃນທົ່ວໂລກ. Vietjet ຍັງໄດ້ຖືກຈັດອັນດັບຢ່າງຕໍ່ເນື່ອງໃນບັນດາຜູ້ໃຫ້ບໍລິການທີ່ມີລາຄາປະຢັດ ແລະ ປອດໄພທີ່ສຸດໃນທົ່ວໂລກ.
ລາງວັນດັ່ງກ່າວຖືກປະກາດໃນຂະນະທີ່ Vietjet ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຢ່າງຕໍ່ເນື່ອງ ເຊິ່ງໄດ້ສອດຄ່ອງກັບແຜນການເຕີບໂຕຍຸດທະສາດ. ສຳລັບຜູ້ໂດຍສານຈາກລາວ, Vietjet ສະເໜີຖ້ຽວບິນໂດຍກົງທີ່ເຊື່ອມຕໍ່ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີ່ມິງ ແລະ ຮ່າໂນ້ຍທີ່ເປັນ 2 ນະຄອນໃຫຍ່ທີ່ສຸດຂອງຫວຽດນາມ, ນັກທ່ອງທ່ຽວມີທາງເລືອກການບິນຈໍານວນຫລວງຫລາຍ ເພື່ອໄປທ່ຽວເມືອງສຳຄັນ ແລະ ສະຖານທີ່ທ່ອງທ່ຽວຕ່າງໆໃນທົ່ວພາກພື້ນອາຊີປາຊີຟິກ, ລວມທັງຈີນ, ຍີ່ປຸ່ນ, ເກົາຫລີໃຕ້, ອົດສະຕຣາລີ ແລະ ອິນເດຍ, ດ້ວຍເຄືອຂ່າຍການບິນທີ່ກຳລັງເຕີບໂຕຂອງ Vietjet.