ກະຊວງ ຜທ ປາຖະກະຖາວັນສ້າງຕັ້ງພັກ ຕິດພັນກັບມູນເຊື້ອກະຊວງ ຄົບຮອບ 49 ປີ

21/02/2025 18:33
Email Print 83
KPL - Asean 2024 ຂປລ. ກະຊວງແຜນການ ແລະ ການລົງທຶນ(ຜທ) ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025) ແລະ ມູນເຊື້ອປະຫວັດສາດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງແຜນການ ແລະ ການລົງທຶນ (ຜທ) ຕະຫຼອດໄລຍະ 49 ປີ (20 ກຸມພາ 1976 - 20 ກຸມພາ 2025) ໃນວັນທີ 21 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ຜທ, ມີຄະນະບໍລິຫານງານພັກ, ຄະນະນໍາກະຊວງ ແລະ ພະນັກງານ-ສະມາຊິກພັກ ພາຍໃນກະຊວງ ເຂົ້າຮ່ວມ.



ຂປລ. ກະຊວງແຜນການ ແລະ ການລົງທຶນ(ຜທ) ຈັດປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
  (22 ມີນາ 1955- 22 ມີນາ 2025) ແລະ ມູນເຊື້ອປະຫວັດສາດຄວາມເປັນມາ
, ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງແຜນການ ແລະ ການລົງທຶນ (ຜທ) ຕະຫຼອດໄລຍະ 49 ປີ (20 ກຸມພາ 1976 - 20 ກຸມພາ 2025) ໃນວັນທີ 21 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ຜທ, ມີຄະນະບໍລິຫານງານພັກ, ຄະນະນໍາກະຊວງ ແລະ ພະນັກງານ-ສະມາຊິກພັກ ພາຍໃນກະຊວງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ເພັດ ພົມພິພັກ ໄດ້ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ໂດຍໄດ້ໃຫ້ຮູ້ເຖິງຂະບວນວິວັດແຫ່ງການກຳເນີດຂອງ ພັກ ປປ ລາວ ຊຶ່ງເປັນພັກທີ່ເປັນຕົວແທນ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານທີ່ແທ້ຈິງ, ເປັນພັກທີ່ຖືເອົາການຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ເປັນທິດນໍາພື້ນຖານ ໃນການເຄື່ອນໄຫວຂອງຕົນ, ພ້ອມທັງໄດ້ຍົກໃຫ້ເຖິງຜົນງານ 70 ປີ ແຫ່ງການນໍາພາ-ຊີ້ນໍາ ຂອງ ພັກ ໃນແຕ່ໄລຍະ ນັບແຕ່ການນໍາພາເຮັດການປະຕິວັດຊາດປະຊາທິປະໄຕ, ການນໍາພາປົກປັກຮັກສາລະບອບໃໝ່ ແລະ ສ້າງພື້ນຖານເສດ ຖະກິດ-ສັງຄົມ, ການນໍາພາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການ ຊຶ່ງໄດ້ກຳນົດແນວທາງປ່ຽນແປງໃໝ່ ໂດຍເລີ່ມຈາກປ່ຽນແປງໃໝ່ ດ້ານເສດຖະກິດ ເປັນຕົ້ນ ການປ່ຽນແປງໃໝ່ດ້ານນະໂຍບາຍເສດຖະກິດ ໂດຍຮັບຮູ້ ແລະ ນໍາໃຊ້ເສດຖະກິດຫລາຍພາກສ່ວນ, ເສດຖະກິດຕະຫລາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ຫັນເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງພາຕົນເອງ, ກຸ້ມຕົນເອງ ໄປສູ່ເສດຖະກິດສິນຄ້າ. ໃນກອງປະຊຸມໃຫຍ່ ຄັ້ງທີ V ຫາ ຄັ້ງທີ XI ຂອງພັກ ກໍໄດ້ສືບຕໍ່ນໍາພາຈັດຕັ້ງຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫລຸບຕີລາຄາ, ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ໃນແຕ່ລະໄລຍະ ຢ່າງເປັນລະບົບ, ຕໍ່ເນື່ອງ ທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ.




ຈາກນັ້ນ, ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ຜທ ກໍໄດ້ປາຖະກະຖາວັນສ້າງຕັ້ງກະຊວງ ແຜນການ ແລະ ການລົງທຶນ ໂດຍໃຫ້ຮູ້ເຖິງສະພາບແວດລ້ອມ ທີ່ພາໃຫ້ມີການສ້າງຕັ້ງກະຊວງດັ່ງກ່າວ ໂດຍສະເພາະນັບແຕ່ປີ 1965 ເປັນຕົ້ນມາ ຮອດປີ 1975 ທ່າມກາງການຕໍ່ສູ້ອັນທໍລະຫົດອົດທົນ ແລະ ລະອິດລະອ້ຽວ
, ພິລະອາດຫານ ຊຶ່ງ ພັກ ປປ ລາວ ກໍຄື ແນວລາວຮັກຊາດ ກໍໄດ້ສ້າງຕັ້ງກຸ່ມວຽກເສດຖະກິດ ໂດຍມີວຽກແຜນການຂຶ້ນກັບ ແລະ ໄລຍະການເຕີບໃຫຍ່ຂະຫຍາຍຂອງກະຊວງມາເຖິງປັດຈຸບັນ. ຕະຫລອດໄລຍະ 49 ປີຜ່ານມາ, ການປະຕິບັດໜ້າທີ່ຂອງ ກະຊວງ ຜທ ໃນເງື່ອນໄຂທີ່ປະເທດພວກເຮົາ ໄດ້ຜະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ອັນເນື່ອງຈາກໄດ້ຮັບຜົນກະທົບທັງທາງກົງ ແລະ ທາງອ້ອມຂອງການຜັນແປສະພາບການຂອງໂລກ-ພາກພື້ນ ແລະ ສະພາບຄວາມຫຍຸ້ງຍາກຕ່າງໆ ຂອງພາຍໃນປະເທດ,  ແຕ່ພາຍໃຕ້ການຊີ້ນໍາຂອງສູນກາງພັກ, ລັດຖະບານ, ການສະໜັບສະໜູນຊ່ວຍເຫລືອຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ລວມທັງເພື່ອນມິດສາກົນ ບວກກັບຄວາມພະຍາຍາມສູງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງເປັນເຈົ້າການ ໄດ້ເຮັດໃຫ້ວຽກງານ ຜທ ໄດ້ຮັບການປັບປຸງ, ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ລວມທັງປະລິມານ ແລະ ຄຸນນະພາບ, ສາມາດປະຕິບັດບົດບາດເປັນເສນາທິການທີ່ເຂັ້ມແຂງ ໃຫ້ແກ່ລັດຖະບານ ໃນແຕ່ລະໄລຍະເປັນກ້າວໆມາ.

ຂ່າວ-ພາບ: ສຸກສະຫວັນ

KPL