ສອງກະຊວງການຕ່າງປະເທດ ລາວ-ກູບາ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

21/02/2025 18:21
Email Print 83
KPL - Asean 2024 ຂປລ. ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ​ຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະ​ນະ​ ໄດ້ເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ​ ໃນວັນທີ 20-21 ກຸມພາ 2025



ຂປລ. ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ​ຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
, ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ  ພ້ອມຄະ​ນະ​ ໄດ້ເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ​ ໃນວັນທີ 20-21 ກຸມພາ 2025 ເພື່ອເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມືທີ່ເປັນມູນ​ເຊື້ອດີ​ງາມ​ມາດົນນານ ແລະ ຄວາມສາມັກຄີ ຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງ​ຊາດ ລາວ ແລະ ກູບາ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.




ໃນວັນທີ
21 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະສອງຝ່າຍຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ກູບາ ພ້ອມຄະນະ ທີ່ ກະຊວງການຕ່າງປະເທດ.

ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຈົນເຖິງປັດຈຸບັນ ເຊິ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິ ຂອງການນໍາຂັ້ນສູງຂອງສອງປະເທດ ກໍຄື ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ​ທິ​ການ​ໃຫຍ່, ປະທານ​ປະເທດ ແຫ່ງ ສປປ ລາວ ໃນປີ 2023 ຜ່ານມາ. ພິເສດໃນປີ 2024 ສອງປະເທດໄດ້ຈັດງານສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ, ກູບາ-ລາວ ທີ່ ນະຄອນຫລວງວຽງຈັນ ແລະ ຕາງໜ້າໃຫ້ ພັກ-ລັດຖະບານກູບາ ເຂົ້າຮ່ວມງານໂດຍ ສະຫາຍ Juan Esteban Lazo Hernandez ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ ກູບາ, ຜູ້ຕາງໜ້າພິເສດ ແຫ່ງ ສ ກູບາ ເຊິ່ງຖືເປັນປີທີ່ມີຄວາມໝາຍສໍາຄັນ, ທັງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.




ການພົບປະໃນຄັ້ງນີ້
, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ພ້ອມທັງກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງປະເທດ ກໍຄື ບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ, ລວມທັງກໍານົດທິດທາງແຜນການຮ່ວມມື ຂະແໜງການຕ່າງໆ ໃນຕໍ່ໜ້າ ເປັນຕົ້ນ ດ້ານການເມືອງ, ສາທາລະນະສຸກ, ການສຶກສາ, ກິລາ, ການຄ້າ-ການລົງທຶນ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ, ຫລາຍຝ່າຍ ໂດຍສະເພາະ ໃນເວທີ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77 ແລະ ຈີນ, ລວມທັງ ໃນເວທີອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການພາຍໃນທີ່ພົ້ນເດັ່ນຂອງຕົນ, ແລກປ່ຽນຄຳຄິດຄຳເຫັນຕໍ່ ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.




ໃນໂອກາດດຽວກັນ
, ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່ ແລະ ສະແດງຄວາມມຸ່ງໝັ້ນ ທີ່ຈະຮ່ວມເຮັດວຽກກັບສະຫາຍລັດຖະມົນຕີ ຢ່າງສະໜິດແໜ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງສອງພັກ, ສອງລັດ ກໍຄື ປະຊາຊົນສອງ​ຊາດ ລາວ ແລະ ກູບາ, ພ້ອມທັງເຊື້ອເຊີນ ສະຫາຍ ທອງສະຫວັນ ພົມວິຫານ ຢ້ຽມຢາມກູບາໃນໂອກາດທີ່ເໝາະສົມ.

ໃນຕອນທ້າຍ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ແລະ ຢ້ຳຄືນເຖິງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ຂະແໜງການຕ່າງໆຂອງ ລາວ ແລະ ກູບາ ຢ່າງສຸດຄວາມສາມາດ, ພ້ອມທັງຈະຫາໂອກາດ ກະກຽມຢ້ຽມຢາມກູບາ ໃນເວລາທີ່ເໝາະສົມ. ພ້ອມດຽວກັນ, ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງໝັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ພາບ: ຂັນໄຊ

KPL