ສສ ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດພັດທະນາພາຍໃນປີ 2045

21/02/2025 21:50
Email Print 83
KPL - Asean 2024 ບັນດາ ເປົ້າໝາຍ ພັດທະນາທີ່ ສສ ຫວຽດນາມ ວາງອອກ ກຳນົດ ການເຕີບໂຕເຖິງ 8% ຂຶ້ນໄປໃນປີ 2025 ແລະ ເຕີບໂຕ 2 ຕົວເລກ ໃນຊຸມປີຕໍ່ໄປ; ມຸ່ງໂປເຖິງ 2 ເປົ້າໝາຍ ຍຸດທະສາດ 100 ປີ; ສູ້ຊົນຮອດປີ 2030 ສສ ຫວຽດນາມ ແມ່ນປະເທດ ພວມພັດທະນາ, ມີອຸດສາຫະກຳ ທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນ ປະເທດ ພັດທະ ນາ ທີ່ມີລາຍຮັບສູງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 21ກຸມພານີ້, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ບັນດາ ເປົ້າໝາຍ ພັດທະນາທີ່ ສສ ຫວຽດນາມ ວາງອອກ ກຳນົດ ການເຕີບໂຕເຖິງ 8% ຂຶ້ນໄປໃນປີ 2025 ແລະ ເຕີບໂຕ 2 ຕົວເລກ ໃນຊຸມປີຕໍ່ໄປ; ມຸ່ງໂປເຖິງ 2 ເປົ້າໝາຍ ຍຸດທະສາດ 100 ປີ; ສູ້ຊົນຮອດປີ 2030 ສສ ຫວຽດນາມ ແມ່ນປະເທດ ພວມພັດທະນາ, ມີອຸດສາຫະກຳ ທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນ ປະເທດ ພັດທະນາ ທີ່ມີລາຍຮັບສູງ. ນີ້ແມ່ນຈຸດເວລາ ທີ່ທົ່ວປະເທດ ເພີ່ມລະດັບຄວາມໄວ, ບືນຕົວຂຶ້ນ,ໝູນ ໃຊ້ທຸກໂອກາດ ເພື່ອນຳປະເທດຊາດ “ກ້າວໄປໄວ, ແຮງ, ໃກ, ບືນຕົວສູງ” ກ່ວາອີກ ບົນເສັ້ນທາງພັດທະນາ. ສຳລັບ ມາດຕະການ ຈຸດສຸມ ຕ້ອງຜັນຂະຫຍາຍ ໃນທັນທີ ໃນເດືອນກຸມພາ ແລະ ໄຕມາດທີ 1, ລວມມີ: ສູ້ຊົນ ລະດັບການເຕີບໂຕ ຈີດີພີ(GDP) ບັນລຸ 8% ຂຶ້ນໄປ;  GDP ສະເລ່ຍຕໍ່ ຫົວຄົນ ຫລາຍກວ່າ 5.000 ໂດລາສະຫະລັດ; ລະດັບເພີ່ມ ສະເລ່ຍ CPI ປະມານ 4,5-5%; ສືບຕໍ່ສ້າງລະບອບ ລະບຽບການ ໃຫ້ສົມບູນແບບ; ຮັບປະກັນ ກົງຈັກ ການຈັດຕັ້ງ ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ຍູ້ແຮງການປະຕິຮູບ ບໍລິຫານ, ການເຫັນເປັນດີຈີຕອນ; ສຸມໃສ່ເຮັດໃໝ່ ບັນດາກຳລັງໜູນ ເຕີບໂຕແບບເກົ່າ ແລະ ຊຸກຍູ້ ບັນດາກຳລັງ ເຕີບໂຕໃໝ່; ຍູ້ແຮງ ການປ່ອຍເງິນ ລົງທຶນ ພາກລັດ; ຍູ້ແຮງການປ້ອງກັນ ຕ້ານການສໍ້ລາດ ບັງຫລວງ, ໄພຫຍໍ້ທໍ້, ການຟູມເຟືອຍ; ເພີ່ມທະວີ ການພົວພັນ ຕ່າງປະເທດ, ເຊື່ອມຕົວເຂົ້າກັບສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL