ສ.ອາເມລິກາ ຈະປັບປ່ຽນ ບຸກຄະລາກອນ ທາງການທູດ ໃນ ສປຈີນ-ເຂດຮົງກົງ ກວມເອົາ 10%
Email
Print
83

KPL - Asean 2024
ເຊົາ ໄຊນາ ມໍຣນິງ ຟົສ (South China Morning Post) ລາຍງານ ໂດຍ ອ້າງຕາມ ຂໍ້ມູນຈາກ ແຫລ່ງຂ່າວ ວ່າ: ກະຊວງ ການຕ່າງປະເທດ ສ.ອາເມລິກາ ມີແຜນ ຈະປັບປ່ຽນ ຈຳນວນ ບຸກຄະລາກອນ ການທູດ ສ.ອາເມລິກາ ໃນສປຈີນ ແລະ ເຂດຮົງກົງ ປະມານ 10%

ຂປລ. ສຳນັກຂ່າວ ຕ່າງປະເທດລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 20 ກຸມພາ, ເຊົາ ໄຊນາ ມໍຣນິງ ຟົສ (South China Morning Post) ລາຍງານ ໂດຍ ອ້າງຕາມ ຂໍ້ມູນຈາກ ແຫລ່ງຂ່າວ ວ່າ: ກະຊວງ ການຕ່າງປະເທດ ສ.ອາເມລິກາ ມີແຜນ ຈະປັບປ່ຽນ ຈຳນວນ ບຸກຄະລາກອນ ການທູດ ສ.ອາເມລິກາ ໃນສປຈີນ ແລະ ເຂດຮົງກົງ ປະມານ 10% ໂດຍ ຈະຄວບຄຸມ ທັງເຈົ້າໜ້າທີ່ ການທູດ ຊາວສ.ອາເມລິກາ ແລະ ບຸກຄະລາກອນ ທ້ອງຖິ່ນ , ຊຶ່ງຜູ້ທີ່ຕ້ອງພົ້ນ ຈາກ ຕຳແໜ່ງ ກ່ອນກຳນົດ ຈະໄດ້ຮັບອີເມລແຈ້ງໃຫ້ຮູ້ ຢ່າງໄວທີ່ສຸດ ໃນວັນທີ 21 ກຸມພານີ້.
ມາດຕະການ ດັ່ງກ່າວ ຈະສົ່ງຜົນກະທົບຕໍ່ ບຸກຄະລາກອນ ທາງການທູດ ປະຈຳ ສະຖານ ເອກອັກຄະລັດຖະທູດ ສ.ອາເມລິກາ ໃນນະຄອນຫລວງ ປັກກິ່ງ , ສະຖານກົງສູນ ໃນເມືອງ ກວ່າງໂຈວ , ມືອງຊຽງໄຮ້, ເມືອງເສີນຫຍາງ, ເມືອງອູ່ຮັ່ນ ແລະ ສະຖານ ກົງສູນປະຈຳເຂົດຮົງກົງ./