ສະຫລຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024
ຂປລ. ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 3 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາ, ບັນດາຄະນະພັກ, ອົງການນໍາແຕ່ລະຂັ້ນ ແລະ ອົງການຈັດຕັ້ງກວດກາພັກ-ລັດ ຢູ່ແຕ່ລະບ່ອນໄດ້ດໍາເນີນການເຄື່ອນໄຫວ ປະຕິບັດວຽກງານຢ່າງເຄັ່ງຮ້ອນຕາມພາລະບົດບາດ, ໄດ້ສຸມໃສ່ວຽກງານ ຕາມມະຕິຂອງສະພາແຫ່ງຊາດ, ປະຕິບັດການກວດກາຕາມປະກົດການ ການລະເມີດ ຕາມຄໍາຮ້ອງ-ຄໍາສະເໜີ ແລະ ຕາມການຕົກລົງມອບໝາຍຂອງຂັ້ນເທິງ. ກອງປະຊຸມຄັ້ງນີ້, ຈະໄດ້ສະຫລຸຕີລາຄາຄືນຜົນໄດ້ຮັບທັງໝົດ, ນັບທັງດ້ານດີຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ເຊິ່ງຈະໄດ້ຄົ້ນຄວ້າປຶກສາຫາລືບັນຫາຕ່າງໆ ໃຫ້ເລິກເຊິ່ງເຮັດໃຫ້ຜົນສໍາເລັດ ທີ່ຍາດມາໄດ້ກໍຄືດ້ານທີ່ຍັງອ່ອນ-ຄົງຄ້າງ, ໄດ້ຮັບການພິຈາ ລະນາ ຢ່າງຖືກຕ້ອງຊັດເຈນຕາມຄວາມເປັນຈິງ, ສາມາດຖອດຖອນໃຫ້ໄດ້ບົດຮຽນ ກໍຄື ບັນຫາຕົວຈິງ ເພື່ອເປັນບ່ອນອີງ ໃຫ້ການປັບປຸງແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ລົງເລິກຄົ້ນຄວ້າປຶກ ສາຫາລື ແລະ ປະກອບຄຳຄິດ-ຄຳເຫັນຕໍ່ຮ່າງບົດສະຫລຸບ ຕີລາຄາການເຄື່ອນໄຫວ ວຽກງານຕິດຕາມກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີ, ການຕິດຕາມ-ກວດກາ ການແກ້ໄຂຜົນຂອງການກວດກາ. ພ້ອມນີ້, ຍັງຈໄດ້ຕີລາຄາເຖິງການປັບປຸງພາຍໃນຂອງຄະນະກວດກາ ແລະ ອົງການກວດກາແຕ່ລະຂັ້ນ ໂດຍສະເພາະ ແມ່ນການປັບປຸງກົງຈັກການຈັດຕັ້ງ ປີ 2024 ລວມທັງການປຶກສາຫາລືກ່ຽວກັບ ທິດທາງແຜນການ ເຄື່ອນໄຫວ ວຽກຈຸດສຸມໃນປີ 2025 ຕື່ມອີກ.
ທ່ານ ຄໍາພັນ ພົມມະທັດ ຍັງໃຫ້ຮູ້ອີກວ່າ: ປີ 2025 ເປັນປີມ້ວນທ້າຍ ໃນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ຈຶ່ງມີຄວາມຈໍາເປັນຕ້ອງປະຕິບັດ ວຽກງານດ້ວຍຈິດໃຈບຸກບືນສູງສຸດ; ຕ້ອງຮັບການປະຕິບັດຢ່າງແຂງແຮງ ໃນຂົງເຂດວຽກງານ. ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະນຳບາງເນື້ອໃນ ເອກະສານທີ່ສຳຄັນຈຳນວນໜຶ່ງ ເພື່ອເປັນບ່ອນອີງໃຫ້ ຄະນະກວດກາກະຊວງ-ອົງການ ແລະ ບັນດາແຂວງໃນການຈັດຕັ້ງປະຕິບັດ.