ບຸນນະມັດສະການ ຜາສາດຫີນ ວັດພູຈໍາປາສັກ ປີນີ້ ມີຫລາຍກິດຈະກຳ ທີ່ໜ້າທ່ຽວຊົມ

03/02/2025 15:56
Email Print 83
KPL - Asean 2024 ຂປລ. ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານ ຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ.



ຂປລ. ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ປະຈໍາປີ
2025 ຈະຈັດຂຶ້ນໃນວັນທີ 10-12 ກຸມພາ 2025, ພາຍໃນງານ ຈະມີຫລາຍກິດຈະກໍາທີ່ໜ້າທ່ຽວຊົມ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮ່ວມງານ.




ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດໃນວັນທີ
3 ກຸມພາ 2025 ນີ້ວ່າ: ບຸນນະມັດສະການຜາສາດຫີນ ວັດພູຈໍາປາສັກ ໃນປີນີ້, ຜູ້ເຂົ້າຮ່ວມຈະໄດ້ຊົມການສະແດງບົດຟ້ອນສິ ລະປະພື້ນເມືອງ, ການສະແດງສິລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດ ຄວາມເປັນມາແຫ່ງການກຳເນີດ ຂອງວັດພູຈຳປາສັກ. ພ້ອມນີ້, ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ), ການແຂ່ງຂັນກິລາພື້ນເມືອງຫລາຍປະເພດ, ແຕ່ລະຄືນ ຍັງມີການສະແດງສິລະປະ ຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງແຂວງຈໍາປາສັກ. ໃນໄລຍະດຽວກັນ ກໍຈະມີການຈັດບຸນກາເຟ ຢູ່ເມືອງປາກຊ່ອງ. ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ໂດຍຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນ, ການສະແດງສິລະປະລະຄອນຍ້ອນຍຸກ ແລະ ການນໍາແຂວງຈໍາປາສັກ ຈະກ່າວເປີດງານຢ່າງເປັນທາງການ. ພ້ອມນີ້, ຈະມີການຈຸດພຸໄຟ, ແສງ, ສີ, ສຽງ ຕື່ມອີກ. ສ່ວນວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກັອບຄົນຈົນ, ກິລາແລ່ນເປົ໋າ ແລະ ອື່ນໆ. ການຈັດງານໃນປີນີ້, ທາງແຂວງໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລາຍ ເປັນຕົ້ນ ບັນດາແຂວງຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ ແລະ ບັນດາທູດປະເທດເພື່ອມິດ ທີ່ປະຈຳຢູ່ ສປປ ລາວ ເຂົ້າມາຮ່ວມງານ ເພື່ອເສີມຂະຫຍາຍມູນເຊື້ອ ປະຫວັດສາດ, ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້, ທັງເປັນການດຶງດູດນັກທ່ອງທ່ຽວ ຕື່ມອີກ.

ທ່ານ ໂສມ ບຸດຕະກຸນ ຍັງໃຫ້ຮູ້ອີກວ່າ: ໃນວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງ ເປັນວັນບຸນມາຄະບູຊາ, ເປັນວັນທີ່ມີຄວາມສໍາຄັນ ທາງພຸດທະສາສະໜາ, ຕອນເຊົ້າ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນ ທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ ແລະ ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.

ຜາສາດຫີນວັດພູຈໍາປາສັກ ເປັນສະຖານທີ່ທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າ ເປັນມໍລະດົກໂລກ ໃນວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງ ດ້ານປະຫວັດສາດ ແລະ ວັດທະນະທໍາ ຂອງຊາດລາວເຮົາ ມາແຕ່ສະໄໝບູນຮານນະການ.




ຂ່າວ-ພາບ: ທູນທອງໃຈ

KPL