ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ-ອຸປະທູດ ຕ່າງປະເທດ ປະຈໍາລາວ
ຂປລ. ໃນວັນທີ 31 ມັງກອນ 2025 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Ambassador Grata Endah Werdaningtyas) ເອກອັກຄະລັດຖະທູດ ແຫ່ງ ສ ອິນໂດເນເຊຍ ປະຈໍາ ສປປ ລາວ ໂດຍທ່ານໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມື ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ຕະຫລອດໄລຍະ 6 ທົດສະວັດ ທີ່ຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957.
ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ເຊິ່ງສະແດງອອກ ໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງປະເທດ ຢ່າງເປັນປົກກະຕິ. ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນ ຕີຕ່າງປະເທດອາຊຽນ ແບບວົງແຄບ (AMM Retreat) ໃນວັນທີ 19 ມັງກອນ 2025 ຜ່ານມາ ທີ່ ລັງກາວີ, ປະເທດມາເລເຊຍ ກໍໄດ້ພົບປະສອງຝ່າຍຮ່ວມກັບ ທ່ານ Sugiono ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ພັດທະນາ ການຮ່ວມມືດ້ານເສດຖະກິດ ຂອງສອງປະເທດ ທີ່ມີທ່າແຮງບົ່ມຊ້ອນ ກໍຄື ການຄ້າ ແລະ ການລົງທຶນ ໂດຍສະເພາະ ການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ອື່ນໆ. ເພື່ອສືບຕໍ່ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງການຮ່ວມມືຢ່າງໃກ້ຊິດ ໂດຍສະເພາະ ການເປັນປະທານຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 (JCBC-6) ເຊິ່ງຝ່າຍລາວ ຈະເປັນເຈົ້າພາບ ພາຍໃນປີ 2025 ໃນເວລາທີ່ສອງຝ່າຍມີຄວາມສະດວກ, ກອງປະ ຊຸມດັ່ງກ່າວ ແມ່ນກົນໄກທີ່ສຳຄັນໃນການຕິດຕາມ ແລະ ຊຸກຍູ້ການຮ່ວມມືຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່. ນອກນັ້ນ, ສອງຝ່າຍໄດ້ເຫັນດີ ເປັນເອກະພາບຈະສືບຕໍ່ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ຂອບການຮ່ວມມືອາຊຽນ ແລະ ເວທີສະຫະປະຊາຊາດ.
ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ປະຈໍາ ສປປ ລາວ. ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ອຸປະທູດ ພ້ອມຄະນະ ແລະ ຕີລາສູງຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ເຊິ່ງສະແດງອອກໃນການພົບປະແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ, ພິເສດ ແມ່ນການຢ້ຽມຢາມທາງການ ສປປ ລາວ ຈໍານວນ 2 ຄັ້ງ ໃນປີ 2024 ຂອງ ທ່ານ ຊາວີເອ ເບັດແຕນລ໌ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຕ່າງປະເທດ, ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທໍາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ, ພ້ອມທັງໄດ້ລົງນາມຮ່ວມ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (TAC) ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາ ຊຽນ ທີ່ ນະຄອນຫລວງວຽງຈັນ. ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ການພັດທະນາໃຫ້ແກ່ ສປປ ລາວ ໃນຫລາຍຂະແໜງການ ເຊັ່ນ: ສາທາລະນະສຸກ, ການສຶກສາ, ພັດທະນາຊັບພະຍາກອນມະນຸດ, ພັດທະນາຊົນນະບົດ, ດ້ານອຸດສາຫະກຳທ່ອງທ່ຽວ-ໂຮງແຮມ ແລະ ການບໍລິການ, ດ້ານການເງິນ-ທະນາຄານ ແລະ ດ້ານພັດທະນາພື້ນຖານ ໂຄງລ່າງຂອງພາກລັດ. ນອກນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ແລກປ່ຽນການຢ້ຽມຢາມ, ສືບຕໍ່ຊຸກຍູ້ການສົ່ງເສີມການຮ່ວມມື ທາງດ້ານການຄ້າ-ການລົງທຶນ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອເປັນການສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.
ຂ່າວ-ພາບ: ກຕທ