ການກຳເນີດຂະຫຍາຍໂຕຂອງກອງທັບປະຊາຊົນລາວ
*ພາຍຫລັງກອງປະທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງໃນວັນທີ 20 ມັງກອນ 1949 ຊຶ່ງເປັນໄລຍະແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ; ກອງທັບເຮົາໄດ້ເປັນກອງນຳໜ້າ ໃນການໂຄສະນາປະກອບອາວຸດ, ເຮັດໜ້າທີ່ສູ້ຮົບຕີສັດຕູ, ທັງປຸກລະດົມຂົນຂວາຍໂຄສະນາ, ສ້າງຮາກຖານການເມືອງປະຕິວັດ. ໃນລະດູແລ້ງ ປີ 1952-1953, ກຳລັງປະກອບອາວຸດເຮົາ ພ້ອມກັບກຳລັງອາສາສະໝັກຫວຽດນາມ ໄດ້ເປີດບັ້ນຮົບປົດປ່ອຍຊຳເໜືອ ແລະ ເຄິ່ງໜຶ່ງຂອງແຂວງຊຽງຂວາງ. ໃນໄລຍະປີ 1953-1954, ເພື່ອສົມທົບກັບສະໜາມຮົບດຽນບຽນຟູ, ກອງທັບເຮົາພ້ອມກັບກອງທະຫານອາສາສະໝັກຫວຽດນາມ ກໍ່ໄດ້ເປີດບັ້ນຮົບຫລາຍແຫ່ງຢູ່ພາກໃຕ້, ພາກກາງ ແລະ ພາກເໜືອ; ປົດປ່ອຍເຄິ່ງໜຶ່ງຂອງປະເທດ ແລະ ປົດປ່ອຍປະຊາຊົນໄດ້ສ່ວນຫລາຍ. ກອງທັບເຮົາໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, 3 ປະເພດກຳລັງກໍ່ໄດ້ກາຍເປັນຮູບຮ່າງຂຶ້ນຄື: ກຳລັງຫລວງ, ກຳລັງທ້ອງຖິ່ນ ແລະ ກຳລັງກອງຫລອນໄດ້ຮັບການສ້າງຕັ້ງຂຶ້ນຢ່າງຕໍ່ເນື່ອງ.
ຕົກມາໃນສະໄໝຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພວກລູກແຫລ້ງຕີນມືໃນໄລຍະແຕ່ປີ 1954-1975 ແມ່ນໄລຍະທົດສອບທີ່ດຸເດືອດທີ່ສຸດ, ສັບສົນຮ້ອຍແປດພັນປະການ, ແຕ່ກອງທັບທີ່ໜຸ່ມນ້ອຍຂອງພວກເຮົາ ຊ້ຳພັດເຕັມໄປດ້ວຍຄວາມພິລະອາດຫານ, ຕໍ່ສູ້ເດັດດ່ຽວ ແລະ ຍາດເອົາໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ຂຶ້ນໄປເລື້ອຍໆ ເປັນຕົ້ນແມ່ນໄດ້ຕໍ່ສູ້ປົກປັກຮັກສາສອງແຂວງເຕ້ົາໂຮມ (ຫົວພັນ ແລະ ຜ້ົງສາລີ) ຢ່າງມີໄຊ. ພ້ອມກັນນັ້ນ, ກໍ່ໄດ້ປັບປຸງກໍ່ສ້າງກຳລັງຢ່າງຮອບດ້ານ ເຊັ່ນ: ການເມືອງ, ວັດທະນະທຳ, ວິຊາສະເພາະ ແລະ ສຸຂະພາບ. ໄຊຊະນະສອງແຂວງເຕົ້າໂຮມບວກກັບການຕໍ່ສູ້ການເມືອງຂອງປະຊາຊົນໃນທົ່ວປະເທດບັງຄັບໃຫ້ສັດຕູຕ້ອງຍອມເຊັນສັນຍາວຽງຈັນ ປີ 1957 ແລະ ປະຕິບັດການລວມລາວ ຄັ້ງທີ1 ເພື່ອສະແດງເຈດຕະ ນາຂອງຝ່າຍປະຕິວັດ ແລະ ເພື່ອ ຜົນປະໂຫຍດອັນສູງສົ່ງຂອງປະເທດລາວ, ພັກໄດ້ຕົກລົງໃຫ້ 2 ກອງພັນ ຄື: ກອງພັນທີ 1 ຕັ້ງຢູ່ຊຽງເງິນ ແຂວງຫລວງພະບາງ ແລະ ກອງພັນທີ 2 ຕັ້ງຢູ່ທົ່ງໄຫຫີນ ແຂວງ ຊຽງຂວາງ ເຂົ້າລວມກັບຝ່າຍຣາຊະອານາຈັກທີ່ປະກອບມີ 1.500 ຄົນ. ນອກນັ້ນ, ລົງໄປທ້ອງຖິ່ນເພື່ອສືບຕໍ່ຂົນຂວາຍປະຊາຊົນກໍ່ສ້າງຮາກຖານ ແລະ ຕໍ່ສູ້ກັບສັດຕູທາງດ້ານກົດໝາຍ.
ໃນໄລຍະລວມລາວຄ້ັງນ້ີ, ພວກປະຕິການຂວາຈັດນິຍົມອາເມລິກາ ໄດ້ລົງມືປາບປາມການເຄື່ອນໄຫວຂອງຜູ້ຮັກຊາດ ແລະ ພະນັກງານການປະຕິວັດທ່ີກັບຄືນທ້ອງຖ່ິນຢ່າງໂຫດຮ້າຍປ່າເຖື່ອນ. ຮ້າຍແຮງກວ່ານັ້ນພວກມັນໄດ້ໃຊ້ທະຫານ 10 ກວ່າກອງພັນປິດລ້ອມຫວັງດັບສູນ 2 ກອງພັນຝ່າຍປະເທດລາວ ແລະ ຈັບບັນດາຜູ້ນຳຂອງແນວລາວຮັກຊາດເຂົ້າຄຸກທີ່ໂພນເຄັງ ເພື່ອປະຕິບັດຕາມແຜນການຫັນທິດຕໍ່ສູ້ຂອງສູນກາງ; ເວລາ 19 ໂມງຂອງວັນທີ 18 ພຶດສະພາ 1959, ກອງພັນທີ 2 ໄດ້ຜ່າວົງປິດລ້ອມຂອງສັດຕູໄປສູ່ເຂດທ່ີໝ້ັນດ້ວຍຄວາມປອດໄພ. ຕໍ່ຈາກນັ້ນ ກອງພັນທີ 1 ກໍ່ໄດ້ ເລັດລອດອອກມາຫາເຂດທີ່ໝັ້ນປອດໄພເຊ່ັນດຽວກັນ. ພັກເຮົາໄດ້ຖືເອົາ 2 ກອງພັນດັ່ງກ່າວເພື່ອເປັນກຳລັງຫລັກແຫລ່ງ, ຂະຫຍາຍກຳລັງປະກອບອາວຸດເປັນຫລາຍກອງພັນໃນທົ່ວປະເທດສົມທົບກັບປະຊາຊົນສືບຕໍ່ບຸກໂຈມຕີສັດຕູຢູ່ທຸກແຫ່ງຫົນ. ຄືນວັນທີ 23-24 ພຶດສະພາ 1960, ຜູ້ນຳຂອງຝ່າຍແນວລາວຮັກຊາດ ກໍ່ໄດ້ໂຕນອອກຈາກຄຸກໂພນເຄັງກັບຄືນສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ, ໂດຍມີສາລະວັດທີ່ຍາມຄຸກ ແລະ ການກະກຽມ ຂອງກອງທັບປະຕິວັດສົມທົບພາໂຕນອອກ ໂດຍພາຍໃຕ້ການຊີ້ນຳຂອງຂັ້ນເທິງ. ວັນທີ 9 ສິງຫາ 1960, ຍ້ອນມີຜົນສະທ້ອນຈາກອິດທິພົນຂອງການປະຕິວັດ, ໄດ້ເກີດມີການລັດຖະປະຫານຂອງກອງແລຢູ່ວຽງຈັນ. ປະຕິບັດຕາມຄຳສັ່ງຂອງພັກ, ກອງທັບເຮົາໄດ້ສຳພັນກັບກຳລັງລັດຖະປະຫານຮັກສາຕົວເມືອງວຽງຈັນ ໃນໄລຍະໜຶ່ງ. ຕໍ່ມາໃນວັນທີ 21 ກຸມພາ 1962 ໄດ້ປົດປ່ອຍທົ່ງໄຫຫີນຊຽງຂວາງ. ໄລຍະນີ້ອີງໃສ່ທ່າຖືກກົດໝາຍຂອງການປະຕິວັດ, ກອງທັບເຮົາໄດ້ຮັບການຊ່ວຍເຫລືອດ້ານອາວຸດທີ່ທັນສະໄໝ ຈາກບັນດາປະເທດສັງຄົມນິຍົມຈຳນວນໜຶ່ງ.
ເລີ່ມແຕ່ນັ້ນມາ, ດ້ວຍບັນຍາກາດຟົດຟື້ນປະຕິວັດຢູ່ໃນທ່າແຮງໃໝ່, ກອງທັບເຮົາສາມາດປົດປ່ອຍດິນແດນໄດ້ 2 ສ່ວນ 3 ແລະ ພົນລະເມືອງ 1 ສ່ວນ 3 ຂອງປະເທດ. ກຳ ລັງປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງກະໂດດຂັ້ນ, ຈາກ 2 ກອງພັນ ກ້າວຂຶ້ນເປັນຫລາຍສິບກອງພັນ, ພິເສດໃນລະດູແລ້ງ ປີ 1961- 1962 ກອງທັບເຮົາໄດ້ບຸກໂຈມຕີສັດຕູຢູ່ສາລາພູຄູນ, ທາງເລກ 8,9,12; ບັ້ນຮົບປົດປ່ອຍຫລວງນ້ຳທາ (1962) ດັບສູນສັດຕູເກືອບສອງພັນຄົນ, ບັງຄັບໃຫ້ພວກມັນຕ້ອງຍອມເຊັນສັນຍາເຊີແນວປີ 1962 ກ່ຽວກັບລາວ ແລະ ປະຕິບັດການລວມລາວຄັ້ງທີ 2.