ອິນໂດເນເຊຍ ກຳນົດເປົ້າໝາຍຜະລິດເຂົ້າໃຫ້ໄດ້ 32ລ້ານໂຕນໃນ2025


ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ທ່ານ ອັນດີ ອຳຣານ ສຸລາຍໝານ(Andi Amran Sulaiman),ລັດຖະມົນຕີ ກະຊວງ ກະສິກຳ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ຕັ້ງເປົ້າໝາຍ ການຜະລິດເຂົ້າ ໃຫ້ໄດ້ 32 ລ້ານໂຕນ ໃນປີ2025 ເພື່ອບັນລຸ ເປົ້າໝາຍ ການເພິ່ງພາ ຕົນເອງ ດ້ານສະບຽງ ອາຫານ ແລະ ກ້າວໄປສູ່ ໂຈະການນຳເຂົ້າ ເຂົ້າຈາກຕ່າງປະເທດ ໃນຕໍ່ໜ້າ. ຫລັງຈາກ ລັດຖະບານ ອິນໂດເນເຊຍ ຄາດຄະເນການຜະລິດເຂົ້າ ໃນປີ 2025 ຈະເພີ່ມຂຶ້ນ 1 ລ້ານໂຕນຕໍ່ປີ ເມື່ອທຽບກັບປີ 2024, ເພີ່ມຂຶ້ນ 1 ລ້ານໂຕນ ແມ່ນມີຄວາມສໍາຄັນ.ເນື່ອງຈາກວ່າ ມີມູນຄ່າ ເທົ່າກັບ 12 ພັນຕື້ຣູເປຍ ໂດຍເລັ່ງ ຈັດຕັ້ງປະຕິບັດ ຫລາຍມາດຕະການ ເຊັ່ນ: ໂຄງການສຳຮອງ ສະບຽງ ອາຫານ ແລະ ການນໍາໃຊ້ ເຕັກໂນໂລຊີ ກະສິກໍາ ແບບທັນສະໄໝ.ໂຄງການເຫລົ່ານີ້ ມີເປົ້າໝາຍເຮັດໃຫ້ ອິນໂດເນເຊຍ ສາມາດ ເພິ່ງພາຕົນເອງ ໃນດ້ານສະບຽງອາຫານແລະ ເພື່ອສະໜັບ ສະໜູນ ການເຕີບໂຕ ຂອງປະຊາກອນ ໃນແຕ່ລະປີ. ຂະນະທີ່ ສຳນັກງານ ສະຖິຕິ ອິນໂດເນເຊຍ ຄາດການຜະລິດເຂົ້າ ຂອງປະເທດ ຈະຢູ່ປະມານ 30,34 ລ້ານໂຕນໃນປີນີ້ ຫລຸດລົງ 2,43% ເມື່ອທຽບກັບ ສະຖິຕິ 31,10 ລ້ານໂຕນ ໃນປີ2023./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ