ງານວາງສະແດງສິນຄ້າ ລາວ-ຫວຽດນາມ 2025 ຈະຈັດຂຶ້ນໃນກາງເດືອນກໍລະກົດ ນີ້

ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ແລະ ສູນການຄ້າລາວ-ໄອເຕັກ, ຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2025 “ Lao-Viet Trade Fair 2025 ” ໃນລະຫວ່າງວັນທີ 17-21 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ.
ຈຸດປະສົງຂອງການຈັດງານໃນຄັ້ງນີ້, ເພື່ອເປັນການສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ທີ່ມີມາຍາວນານ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະ ການເພີ່ມທະວີຄວາມຮ່ວມມື ທາງດ້ານການຄ້າລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.ພ້ອມກັນນີ້, ກໍເປັນການ ເປີດໂອກາດໃຫ້ນັກທຸລະກິດ, ຜູ້ປະກອບການຂອງ 2 ປະເທດ ໄດ້ມີການແລກປ່ຽນບົດ ຮຽນ, ແນະນໍາຄຸນນະພາບສິນຄ້າຂອງກັນ ແລະ ກັນ ເພື່ອກ້າວໄປເຖິງ ການຊື້-ຂາຍສິນຄ້າ ໃຫ້ຫລາຍຂຶ້ນກວ່າເກົ່າ. ງານວາງສະແດງສິນຄ້າຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຈະກະຕຸ້ນ ການຄ້າສອງຝ່າຍໃຫ້ມີການຂະຫຍາຍຕົວ, ທັງເປັນ ການຜັນຂະຫຍາຍ ສົນທິສັນຍາການຄ້າ ຂອງສອງລັດຖະບານ ຊຶ່ງໄດ້ກຳນົດມູນຄ່າການຄ້າ ໃຫ້ບັນລຸຕາມເປົ້າໝາຍທີ່ ວາງໄວ້.
ການຈັດງານໃນຄັ້ງນີ້, ຈະມີຫ້ອງວາງສະແດງສິນຄ້າທັງໝົດ 200 ກວ່າຫ້ອງ. ໃນນັ້ນ, ມີທຸລະກິດຈາກ ສສ ຫວຽດນາມ ແລະ ພາກທຸລະກິດລາວເຂົ້າຮ່ວມຈາກທົ່ວປະເທດ. ສໍາລັບສິນຄ້າທີ່ນໍາມາ ວາງສະແດງສ່ວນໃຫຍ່ ຈະແມ່ນເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າກະສິກໍາປຸງແຕ່ງ, ຜະລິດຕະພັນການກະເສດ, ເຄື່ອງຫັດຖະກຳ, ເຄື່ອງຕັດຫຍິບ-ແຟຊັ້ນ, ອາຫານທະເລ, ເຄື່ອງເຟີນີເຈີ, ຢາ ແລະ ອຸປະກອນການແພດ. ນອກຈາກການວາງສະແດງ ສິນຄ້າແລ້ວ, ພາຍໃນງານຍັງມີກິດຈະກໍາອື່ນໆເຊັ່ນ: ການແຈກຢາຍສິນຄ້າໂປຣໂມຊັນ ຈໍານວນໜຶ່ງ ໃຫ້ຜູ້ມາຊົມງານ, ການສະແດງສິລະປະ-ວັນນະຄະດີ ທີ່ເປັນເອກະລັກໂດດເດັ່ນ ຂອງສອງຊາດ ລາວ-ຫວຽດນາມ ແລະ ການຮ້ອງເພງ ລາວ-ຫວຽດນາມ ຂອງນັກຮຽນ ແລະ ໄວໜຸ່ມ. ພິເສດ ຈະມີສິລະປະຈາກ ສສ ຫວຽດນາມ ມາສະແດງໃຫ້ ຊົມທຸກມື້ຕະຫລອດໄລຍະຈັດງານ.