ຮອງປະທານປະເທດ ຕ້ອນຮັບທູດຟິລິບປິນ ເຂົ້າຢ້ຽມອໍາລາ

11/03/2025 12:05
Email Print 83
KPL - Asean 2024 ຂປລ. ໃນວັນທີ 11 ມີນາ 2025 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ.



ຂປລ. ໃນວັນທີ 11 ມີນາ 2025 ນີ້
, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟິລິບປິນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ດີນາ ຈອຍ ອາມາຕົງ  ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດ ຢ່າງຈົບງາມ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ການຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຟິລິບປິນ, ທັງໄດ້ປະກອບສ່ວນເຂົ້າໃນ ການສົ່ງເສີມ ການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດ ດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດໃໝ່ຂອງຕົນ.




ທ່ານ ນາງ ດີນາ ຈອຍ ອາມາຕົງ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ
, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳຂອງ ພັກ, ລັດ ຂອງ ສປປ ລາວ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະ ການປະຕິບັດໜ້າ ທີ່ວຽກງານຂອງຕົນ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ທ່ານທູດຟິລິບປິນ ຄົນໃໝ່ ຈະສືບຕໍ່ສຸມທຸກເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບ ການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ.

ຂ່າວ: ທະນູທອງ

KPL