ມູນເຊື້ອຂອງພັກ ເປັນປັດໄຈພື້ນຖານ ຕັດສິນທຸກໄຊຊະນະ ຂອງການປະຕິວັດລາວ

11/03/2025 11:43
Email Print 83
KPL - Asean 2024 ຂປລ. ພັກປະຊາຊົນ ປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ນັບແຕ່ປີ 1955 ຈົນເຖິງປີ 1975 ຈຶ່ງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສົມບູນ. ໃນພາລະກິດປະຕິວັດ ພັກໄດ້ຜ່ານຜ່າຂະບວນການ ຕໍ່ສູ້ອັນຍາວນານ, ລໍາບາກ ແລະ ລະອິດລະອ້ຽວ, ຜ່ານແປວໄຟສົງຄາມທໍາລາຍ.



ຂປລ. ພັກປະຊາຊົນ ປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ນັບແຕ່ປີ 1955 ຈົນເຖິງປີ 1975 ຈຶ່ງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສົມບູນ. ໃນພາລະກິດປະຕິວັດ ພັກໄດ້ຜ່ານຜ່າຂະບວນການ ຕໍ່ສູ້ອັນຍາວນານ
, ລໍາບາກ ແລະ ລະອິດລະອ້ຽວ, ຜ່ານແປວໄຟສົງຄາມທໍາລາຍ. ແຕ່ຍ້ອນມີການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫລາດສ່ອງໃສ ແລະ ເດັດຂາດ ຈຶ່ງເຮັດໃຫ້ຂະບວນການ ຕໍ່ສູ້ປົດປ່ອຍຊາດ ມີໄຊຊະນະຢ່າງສົມບູນ ໂດຍການເຊີດຊູຄັນທຸງ ປະຕິວັດຊາດ-ປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີ ປວງຊົນທັງຊາດ, ທຸກກຳລັງທີ່ຮັກຊາດ ແລະ ກ້າວໜ້າ, ເຮັດໃຫ້ປະເທດລາວ ກາຍເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ ໃນປັດຈຸບັນ.

 ທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຫລວງນໍ້າທາ ໄດ້ສະແດງຄວາມຮູ້ສຶກ ໃນໂອກາດເຂົ້າຮ່ວມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ 70 ປີ ພາຍໃຕ້ການນໍາພາ ຂອງພັກ ທີ່ມີກຽດສະຫງ່າ” ແຂວງອຸດົມໄຊ ເມື່ອບໍ່ດົນນີ້ວ່າ: ໃນບັນຍາກາດສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ  ຄົບຮອບ 70 ປີ, ຂ້າພະເຈົ້າ ມີຄວາມເອກ ອ້າງທະນົງໃຈຕໍ່ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ເປັນພັກການເມືອງໜຶ່ງທີ່ເຂັ້ມແຂງ, ໝູນໃຊ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ມີຄວາມສາມາດນໍາພາ ປະຊາຊົນ ບັນດາເຜົ່າກ້າວຂຶ້ນ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່, ສ້າງຄວາມສໍາເລັດອັນໃຫຍ່ຫລວງ ໃນປະຫວັດສາດຂອງຊາດລາວ, ປະກອບສ່ວນຢ່າງສົມກຽດ ເຂົ້າໃນຂະບວນການກອມມູນິດ ແລະ ກໍາມະກອນສາກົນ, ເພື່ອສັນຕິພາບ, ຄວາມຢູ່ດີກິນດີ ແລະ ຄວາມກ້າວໜ້າທາງສັງຄົມຂອງມວນມະນຸດ. ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງການນໍາພາທີ່ ສະຫລຽວສະຫລາດ, ເປັນເຈົ້າຕົນເອງ ແລະ ປະດິດສ້າງຂອງພັກ ໃນການວາງແຜນ ແລະ ບູລະນະແນວທາງການເມືອງ ຂອງພັກຢ່າງຖືກຕ້ອງ ແລະ ສົມບູນຍິ່ງຂຶ້ນ, ໃນການປະດິດສ້າງທິດສະດີ ແລະ ວາງແນວທາງປ່ຽນແປງໃໝ່ ຮອບດ້ານຢູ່ປະເທດເຮົາ “ໄດ້ມີບາດກ້າວເລີ່ມຕົ້ນ ທີ່ຖືກຕ້ອງ, ບັນລຸໄດ້ຜົນງານອັນໃຫຍ່ຫລວງ ເປັນພື້ນຖານໜັກແໜ້ນ”. ໃນສະພາບການໃໝ່ນີ້, ພັກເຮົາສືບຕໍ່ນໍາພາພາລະກິດ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງທຸກເງື່ອນໄຂ ເພື່ອກ້າວສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.

ທ່ານ ຄໍາຟອງ ອິນມະນີ ຍັງກ່າວອີກວ່າ: ໂອກາດສະເຫລີມສະຫລອງ  3 ວັນປະຫວັດສາດ ຂອງຊາດລາວເຮົາ ໂດຍສະເພາະແມ່ນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີນີ້ ໃນນາມພະນັກງານ, ສະມາຊິກພັກ, ເປັນລູກຫລານທີ່ເກີດໃໝ່ ໃຫຍ່ຕາມຫລັງ ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫລືອຕໍ່ຜົນງານອັນລໍ້າຄ່າ, ວິລະກຳອັນລໍ້າເລີດ, ຄວາມເສຍສະລະເພື່ອສ່ວນລວມຂອງການນຳ ແລະ ສະມາຊິກພັກ ຮຸ່ນກ່ອນ ແລະ ການນຳ, ສະມາຊິກພັກໃນປັດຈຸບັນ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມສະຫງົບ, ປະເທດຊາດ ມີຄວາມເຂັ້ມແຂງ ກໍຄື ເຮັດໃຫ້ ແຂວງຫລວງນໍ້າທາ ມີຄວາມສະຫງົບ, ມີການພັດທະນາຢ່າງຕໍ່ເນື່ອງ ແນໃສ່ຍົກສູງຄວາມຮູ້-ຄວາມສາມາດຮອບດ້ານ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກ ງານ ໂດຍສະເພາະແມ່ນ ການນໍາເອົາຄວາມ ເປັນແບບຢ່າງ ນໍາໜ້າທີ່ດີຂອງພະນັກງານ, ສະມາຊິກພັກ ໃນໄລຍະນໍາພາຕໍ່ສູ້ປົດປ່ອຍຊາດ ມາປະດິດສ້າງ ແລະ ໝູນໃຊ້ເຂົ້າໃນການປະຕິບັດ ວຽກງານໃຫ້ຖືກຕ້ອງ ແລະ ເກີດດອກອອກຜົນ, ປຸກລະດົມປະຊາຊົນ ລາວບັນດາເຜົ່າ ໃຫ້ເຊີດຊູນໍ້າໃຈຮັກຊາດ, ຮັກຄວາມສາມັກຄີປອງດອງຊາດ; ສ້າງທຸກເງື່ອນໄຂໃຫ້ປະຊາຊົນລາວ ບັນດາເຜົ່າມີສ່ວນຮ່ວມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ແນໃສ່ສ້າງ ປະເທດລາວ, ສັງຄົມລາວ ໃຫ້ມີຄວາມເຂັ້ມແຂງ, ກຸ້ມຕົນເອງ ແລະ ເພິ່ງຕົນເອງຢ່າງແທ້ຈິງ.

ຂ່າວ-ພາບ: ຂັນໄຊ

KPL