ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

18/10/2024 12:29
Email Print 83
KPL - Asean 2024 ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ



ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ເພື່ອປຶກສາຫາລືເພື່ອຊຸກຍູ້ ເພີ່ມທະວີການພົວພັນ ກໍຄື ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດລາວ-ການາດາ ກໍຄື ສອງອົງການນິຕິບັນຍັດ
ຂອງສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຍິ່ງໆຕົວຂຶ້ນ;

ທ່ານ ລີເບີ ລີບົວປາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ສອງປະເທດລາວ-ການາດາ ແລະ ສອງອົງການນິຕິບັນຍັດ ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດລາວ ເຮັດສໍາເລັດພັນທະສາກົນ ໃນການເປັນປະທານ ໄອປາ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ການາດາ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1974 ມາຮອດປີນີ້ ຄົບຮອບ 50 ປີ (1974-2024). ໃນຕະຫລອດໄລຍະ 5 ທົດສະວັດຜ່ານມາ ການພົວພັນຮ່ວມມື ລະຫວ່າງ 2 ປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະແດງອອກໃນການການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ ສອງຝ່າຍກໍໄດ້ການຮ່ວມມືດ້ານເສດຖະກິດ-ການຄ້າ ໃນໄລຍະ 5 ປີ 2019-2023 ມູນຄ່າການຄ້າຂອງສອງຝ່າຍ ລາວ-ການາດາ ບັນລຸໄດ້ 141.486.316 ໂດລາສະຫະລັດ, ມູນຄ່າການລົງທຶນຂອງການາດາ ຢູ່ ສປປ ລາວ 65.808.000 ໂດລາສະຫະລັດ. ນອກຈາກນີ້, ການາດາ ຍັງໃຫ້ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ ແລະ ການແກ້ໄຂລະເບີດທີ່ຍັງບໍ່ທັນແຕກ (UXO);



ປັດຈຸບັນ, ສປປ ລາວ
ສຸມໃສ່ກະກຽມປັບປຸງ ລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນເຄື່ອງ ມືສຳຄັນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ. ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງກົດໝາຍທັງໝົດ 167 ສະບັບ ກວມເອົາທຸກຂົງເຂດ ການປົກຄອງ-ຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການຕ່າງປະເທດ.

ໃນໂອກາດນີ້, ທ່ານ ລີເບີ ລີບົວປາວ ໄດ້ສະເໜີບາງທິດທາງແຜນການ ການພົວພັນ ແລະ ຮ່ວມມື ໃນຕໍ່ໜ້າ ລະຫວ່າງ ສອງອົງການນິຕິບັນຍັດ ໂດຍສະເໜີໃຫ້ສອງອົງການນິຕິບັນຍັດ ມີການແລກປ່ຽນຄະນະຜູ້ແທນນຳກັນ ທີ່ຕິດພັນກັບການແລກປ່ຽນປະສົບການທີ່ດີ ໃນການປະຕິບັດ ພາລະບົດບາດ ຂອງອົງການນິຕິບັນຍັດ ແລະ ບັນຫາອື່ນໆ; ສະເໜີໃຫ້ ການາດາ ສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ເປັນຕົ້ນ ວຽກງານການເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ຂົງເຂດອື່ນໆ; ສືບຕໍ່ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ຂ່າວ: ກິດຕາ

KPL