ສໍາມະນາ ການຄຸ້ມຄອງຖິ່ນກໍາເນີດຜ້າໄໝຫົວພັນ

18/10/2024 13:13
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ວັນທີ 16 ຕຸລາ 2024 ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ ຈັດສຳມະນາກ່ຽວກັບການຄຸ້ມຄອງຖິ່ນກຳເນີດ ແບບລວມໝູ່ສຳລັບພາກສ່ວນກ່ຽວຂ້ອງ ຂັ້ນທ້ອງຖິ່ນແຂວງຫົວພັນ

           

    ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ວັນທີ 16 ຕຸລາ 2024 ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ ຈັດສຳມະນາກ່ຽວກັບການຄຸ້ມຄອງຖິ່ນກຳເນີດ ແບບລວມໝູ່ສຳລັບພາກສ່ວນກ່ຽວຂ້ອງ ຂັ້ນທ້ອງຖິ່ນແຂວງຫົວພັນ ແລະ ສະມາຄົມສົ່ງເສີມຜ້າໄໝຫົວພັນ. ທັງນີ້ ກໍເພື່ອພັດທະນາຖິ່ນກໍາເນີດ ທີ່ມີລັກສະ ນະຮອບດ້ານ ແລະ ຈະຊ່ວຍເຮັດໃຫ້ຖິ່ນກໍາເນີດຜ້າໄໝຫົວພັນ ປະສົບສໍາເລັດ ແລະ ນໍາຜົນປະໂຫຍດ ທາງດ້ານເສດ ຖະກິດ ແລະ ສັງຄົມ ມາສູ່ທຸກພາກສ່ວນກ່ຽວຂ້ອງໃນຕໍ່ໜ້າ.
   ການສໍາມະນາຄັ້ງນີ້, ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍ ສໍາຄັນ ຕໍ່ກັບການພັດທະນາວຽກງານ ຖິ່ນກໍາເນີດ ຜ້າໄໝຫົວພັນ ໂດຍສະເພາະແມ່ນ ການສ້າງຄວາມເຂັ້ມແຂງດ້ານການຄຸ້ມ ຄອງຖິ່ນກໍາເນີດ ໃຫ້ສະມາຄົມສົ່ງເສີມ ຜ້າໄໝຫົວພັນ. ພ້ອມນີ້, ຍັງໄດ້ສ້າງຄວາມເຂັ້ມແຂງ ແລະ ເຄື່ອງມື ທາງດ້ານການໂຄສະນາສົ່ງເສີມທາງ ການຕະຫລາດ ໃຫ້ສະມາຄົມສົ່ງເສີມຖິ່ນກໍາເນີດຜ້າໄໝຫົວພັນ ເພື່ອໃຫ້ສາມາດນໍາເອົາຜ້າໄໝທີ່ເປັນສິນຄ້າຖິ່ນກໍາ ເນີດທີ່ແຂວງຫົວພັນ ມີຄວາມພາກພູມໃຈ ແລະ ເອກອ້າງ ເຖິງຄວາມມີເອກະລັກສະເພາະ ໃຫ້ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ໄດ້ສໍາຜັດ ແລະ ຊົມໃຊ້, ທັງຈະເປັນປະໂຫຍດຢ່າງສູງ ສໍາລັບການພັດທະນາຖິ່ນກໍາເນີດຜ້າໄໝຫົວພັນ ແລະ ຈະປະ ກອບສ່ວນຊ່ວຍປັບປຸງຊີວິດການເປັນຢູ່ຂອງຜູ້ຜະລິດຜ້າໄໝ ກໍຄື ແມ່ຍິງໃນເຂດຊົນນະບົດ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງການຫລຸດພົ້ນອອກຈາກຄວາມທຸກຍາກ, ຄວາມດ້ອຍພັດທະນາ ທັງໃນລະດັບທ້ອງຖິ່ນ ກໍຄື ລະດັບຊາດ.
    ຖິ່ນກໍາເນີດ ຜ້າໄໝຫົວພັນ ໄດ້ຮັບການຈົດທະບຽນ ນັບແຕ່ປີ 2020 ເປັນຕົ້ນມາ, ຫລັງຈາກນັ້ນ ກໍຜະເຊີນ ກັບໄລຍະຄວາມຫຍຸ້ງຍາກ ແລະ ຂໍ້ຈໍາກັດຫລາຍດ້ານ ໂດຍສະເພາະແມ່ນ ການແພ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຢ່າງຫລວງຫລາຍຕໍ່ ອຸດສາຫະກໍາຜ້າໄໝຂອງລາວ ໂດຍສະເພາະ ແມ່ນຖິ່ນກໍາເນີດຜ້າໄໝຫົວພັນ ຈຶ່ງເຮັດໃຫ້ການຊຸກຍູ້ສົ່ງເສີມ ວຽກງານຖິ່ນກໍາເນີດຜ້າໄໝຫົວພັນ ມີລັກສະນະບໍ່ເຕັມເມັດເຕັມໜ່ວຍ. ນອກນັ້ນ, ສະມາຄົມສົ່ງເສີມຖິ່ນກໍາເນີດຜ້າໄໝຫົວພັນ ກໍຍັງມີຂໍ້ຈໍາກັດຫລາຍດ້ານ  ເປັນຕົ້ນ ດ້ານຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມຖິ່ນກໍາເນີດຜ້າໄໝຫົວພັນ, ຂໍ້ຈໍາກັດດ້ານປະສົບການ ແລະ ທຶນຮອນ ຊຶ່ງສິ່ງເຫລົ່ານີ້ ລ້ວນແລ້ວ ແຕ່ເປັນບັນຫາຕົ້ນຕໍ ຕໍ່ກັບການພັດທະນາ ແລະ ຜົນສໍາເລັດຂອງຖິ່ນກໍາເນີດຜ້າໄໝຫົວພັນ.

ຂ່າວ-ພາບ: ນິດຖະໜອມ

KPL