ແກ່ນທ້າວ ປຶກສາຫາລື ການເກັບກໍາຂໍ້ມູນ ຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ

18/10/2024 13:05
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ເມືອງແກ່ນທ້າວ ຈັດ ກອງປະຊຸມ ປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ໂດຍມີ ທ່ານ ສີຄານ ແກ່ນມະນີ

   

\   ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ເມືອງແກ່ນທ້າວ ຈັດ ກອງປະຊຸມ ປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ໂດຍມີ ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຮັບຜິດຊອບວຽກງານຄົ້ນຄວ້າ-ສັງລວມ ເຂົ້າຮ່ວມ.   ການຈັດກອງປະຊຸມຄັ້ງນີ້, ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກ ເມືອງແກ່ນທ້າວ ທີ່ຈະໄຂຂຶ້ນໃນຕົ້ນປີ 2025  ແລະ ກຽມໃຫ້ແກ່ການລົງນໍາພາ, ຕິດຕາມ, ຊຸກຍູ້ ກ່ຽວກັບການ ກໍາຂໍ້ມູນ ເພື່ອຄິດໄລ່ ການເຕີບໂຕຂອງເສດຖະກິດ ແລະ ເພື່ອຄວາມເປັນເອກະພາບກັບບັນດາຫ້ອງການກ່ຽວຂ້ອງ ຢູ່ພາຍໃນເມືອງ. ກອງປະຊຸມ ໄດ້ແນະນໍາການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ແຕ່ປີ 2012 ຮອດ ປີ 2024 ແລະ ປຶກສາຫາລືຮ່ວມກັນ.   ໂອກາດນີ້, ທ່ານ ສີຄານ ແກ່ນມະນີ ກໍໄດ້ມີຄໍາເຫັນໃຫ້ບັນດາຫ້ອງການທີ່ກ່ຽວຂ້ອງ ຮີບຮ້ອນ ເກັບກໍາຂໍ້ ມູນຄືນ ເພື່ອສົ່ງໃຫ້ຫ້ອງການແຜນການ ແລະ ການລົງທຶນເມືອງ ສັງລວມ ເພື່ອລາຍງານຄະນະວິຊາການຂັ້ນແຂວງ ທີ່ຈະລົງເຮັດວຽກຮ່ວມກັບຄະນະວິຊາການຂັ້ນເມືອງ ໃນມໍ່ໆນີ້.

ຂ່າວ: ແກ່ນທ້າວ.

KPL