ສປ ຈີນ-ມາເລເຊຍ ຈັດກອງປະຊຸມຄັ້ງທຳອິດກ່ຽວກັບບັນຫາທາງທະເລ

18/10/2024 13:12
Email Print 83
KPL - Asean 2024 ກອງປະຊຸມ ຄັ້ງທຳອິດ ຂອງການສົນທະນາ ສອງຝ່າຍ ກ່ຽວກັບ ບັນຫາ ທາງທະເລ ລະຫວ່າງ ສປ ຈີນ ກັບ ມາເລເຊຍ ໄດ້ຈັດຂຶ້ນ ຢູ່ໝູ່ເກາະລັງກາວີ ຂອງມາເລເຊຍ ເມື່ອບໍ່ດົນມານີ້.

    ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ຄັ້ງທຳອິດ ຂອງການສົນທະນາ ສອງຝ່າຍ ກ່ຽວກັບ ບັນຫາ ທາງທະເລ ລະຫວ່າງ ສປ ຈີນ ກັບ ມາເລເຊຍ ໄດ້ຈັດຂຶ້ນ ຢູ່ໝູ່ເກາະລັງກາວີ ຂອງມາເລເຊຍ ເມື່ອບໍ່ດົນມານີ້. ພາຍໃຕ້ ການເປັນ ປະທານຮ່ວມຂອງ ທ່ານ ເຊີນສຽວຕົ່ງ ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດຈີນ ແລະ ທ່ານ ນູຊີວານ ຫົວໜ້າຄະນະກຳມະການ ຄວາມໝັ້ນຄົງ ແຫ່ງຊາດ ມາເລເຊຍ ມີຜູ້ຕາງໜ້າ ພາກສ່ວນ ຮັບຜິດຊອບ ວຽກງານ ທາງທະເລ ຕົ້ນຕໍ ຂອງສອງປະເທດ ເຂົ້າຮ່ວມ. ໂດຍສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນ ມິດຕະພາບ ລະຫວ່າງ ສປ ຈີນ ກັບ ມາເລເຊຍ ລົງເລິກ ແລກປ່ຽນ ຄວາມຄິດເຫັນ ໂດຍປິ່ນອ້ອມ ສະພາບການ ທາງທະເລ ພ້ອມດ້ວຍບັນຫາ ທີ່ກ່ຽວຂ້ອງ ທັງໄດ້ແລກປ່ຽນ ບົດຮຽນກັນ ແລະ ມີຄວາມຮັບຮູ້ ທີ່ເປັນ ເອກະພາບກັນ ກ່ຽວກັບ ການຊຸກຍູ້ ການຮ່ວມມື ທາງທະເລ ທີ່ຕິດແທດຕົວຈິງ ລະຫວ່າງ ສອງປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL