ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

18/10/2024 12:09
Email Print 83
KPL - Asean 2024 ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ



ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ ເຊິ່ງຈະເປັນບ່ອນຈັດ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໃນລະຫວ່າງວັນທີ 17-23 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ
ພາຍໃຕ້ຫົວຂໍ້: “ບົດບາດຂອງລັດຖະສະພາ ໃນການຊຸກ ຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ”



ການລົງກວດກາຄັ້ງນີ້, ກໍເພື່ອກວດກາຄວາມພ້ອມ ທາງດ້ານສະຖານທີ່ຫ້ອງປະຊຸມ, ຫ້ອງອາ ຫານ, ສະຖານທີ່ຮັບປະທານອາຫານວ່າງ, ສູນຂ່າວ ແລະ ອື່ນໆ ເຊິ່ງເຫັນໄດ້ວ່າມີຄວາມພ້ອມແລ້ວ.

ຂ່າວ-ພາບ: ສພຊ

KPL