ປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງ ມາເຖິງ ສປປ ລາວ ເພື່ອຢ້ຽມຢາມທາງການ

18/10/2024 12:03
Email Print 83
KPL - Asean 2024 ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ໃນຕອນບ່າຍວັນທີ 17 ຕຸລານ 2024 ເພື່ອຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ



ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ໃນຕອນບ່າຍວັນທີ 17 ຕຸລານ 2024 ເພື່ອຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-18 ຕຸລາ 2024 ແລະ
ເຂົ້າຮ່ວມກອງປະຊຸມສະ ມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ການຕ້ອນຮັບການມາເຖິງທີ່ ສະໜາມບິນສາກົນວັດໄຕໂດຍ ສະຫາຍ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.



ການມາຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ ພ້ອມຄະນະໃນຄັ້ງນີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ສອງສະພາແຫ່ງຊາດ ລາວ - ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາຫລາຍຂຶ້ນກວ່າເກົ່າ. ສະພາແຫ່ງຊາດ ລາວ ແລະ ຫວຽດນາມ ຈະມີການພົບປະສອງຝ່າຍ ແລະ ແລກປ່ຽນບົດບັນທຶກ 2 ສະບັບ. ນອກນີ້, ປະທານສະພາແຫ່ງຊາດ ສສ ຫວຽດນາມ ຈະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະການນໍາ, ອະດີດການນໍາຂັ້ນສູງຂອງ ສປປ ລາວ.


ນອກຈາກນັ້ນ, ການມາເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45 ຂອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ກໍຖືເປັນການປະກອບສ່ວນໃຫ້ ສປປ ລາວ ຈະມີຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບ ຈັດກອງປະຊຸມດັ່ງກ່າວ.

KPL