ຮອງປະທານປະເທດ ຕີລາຄາສູງຕໍ່ການມາຢ້ຽມຢາມ ທາງການຂອງ ປະທານສະພາແຫ່ງຊາດຫວຽດນາມ

18/10/2024 11:57
Email Print 83
KPL - Asean 2024 ຂປລ. ໃນວັນທີ 17 ຕຸລາ 2024, ທີ່ທໍານຽບປະທານປະເທດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45.



ຂປລ. ໃນວັນທີ 17 ຕຸລາ 2024
, ທີ່ທໍານຽບປະທານປະເທດ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45.



ໂອກາດນີ້
, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ເຈິນ ແທັງ ເໝີ້ນ ພ້ອມຄະນະ ໃນໂອກາດຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ ລັດຖະສະພາ ລະຫວ່າງ ຊາດອາຊຽນ ຄັ້ງທີ 45 ຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ ຢ້ຽມຢາມຢ່າງ ເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ຂອງສະຫາຍປະທານ ສະພາແຫ່ງຊາດຫວຽດນາມ  ແລະ ຄະນະ ຊຶ່ງເປັນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ໃນນາມເປັນປະທານ ສະແຫ່ງຊາດແຫ່ງ ສສ ຫວຽດນາມ ອັນເປັນການປະກອບສ່ວນສຳຄັນເຂົ້າໃນ ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າ ແກ່ສະພາແຫ່ງຊາດລາວ ເພື່ອເຮັດສໍາເລັດໜ້າທີ່ການເປັນເຈົ້າພາບກອງປະຊຸມຢ່າງຈົບງາມ.



ພ້ອມນີ້
, ສະຫາຍ ເຈິນ ແທັງ ເໝີ້ນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ແລະ ໄດ້ຢືນຢັນວ່າຈະສືບຕໍ່ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມື ພ້ອມທັງໄດ້ຊົມເຊີຍ ການເປັນປະທານ ກອງປະຊຸມ ສາມັດຊາໃຫຍ່ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຫລື AIPA-45  ຂອງ ສປປ ລາວ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL