ນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

18/10/2024 11:52
Email Print 83
KPL - Asean 2024 ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາ ຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສາມັດຊາໃຫຍ່ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຫລື AIPA-45 ທີ່ນະຄອນຫລວງວຽງຈັນ.



ຂປລ. ໃນວັນທີ 17 ຕຸລາ 2024 ນີ້
, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາ ຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສາມັດຊາໃຫຍ່ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຫລື AIPA-45 ທີ່ນະຄອນຫລວງວຽງຈັນ.



ໃນໂອກາດນີ້
, ສະຫາຍ ສອນໄຊ ສີພັນດອນ ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ເຈິນ ແທັງ ເໝີ້ນ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ເປັນປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ ສປປ ລາວ ເຮັດສໍາເລັດໜ້າທີ່ ພັນທະສາກົນຂອງຕົນ ເຊິ່ງສປປ ລາວ ຫາກໍ່ສໍາເລັດການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມອື່ນໆຢ່າງຈົບງາມ; ປັດຈຸບັນ, ສະພາແຫ່ງຊາດລາວ ໃນນາມເປັນໃນການເປັນປະທານໄອປາ ພວມຂຸ້ນຂ້ຽວສຸມໃສ່ ການເປັນເຈົ້າພາບກອງປະຊຸມ ໄອປາ ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ, ເຊື່ອໝັ້ນວ່າການເຂົ້າຮ່ວມຂອງສະຫາຍ ແລະ ຄະນະ ຈະປະກອບສ່ວນອັນສໍາຄັນ ເຂົ້າໃນຜົນສໍາເລັດກອງປະຊຸມດັ່ງກ່າວ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນໃຈຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ຈາກພາຍຸຢາກິ ທີ່ພັດເຂົ້ານະຄອນຫລວງຮ່າໂນ້ຍ ແລະ ບັນດາແຂວງພາກເໜືອ ແລະ ພາຍຸຊູລິກ ທີ່ພັດເຂົ້າບັນດາແຂວງພາກກາງ ຂອງ ສສ ຫວຽດນາມ ໃນເດືອນກັນຍາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍ ຈໍານວນຫລວງຫລາຍ, ບ້ານເຮືອນປະຊາຊົນຖືກເພພັງທໍາລາຍ ແລະ ພື້ນຖານໂຄງລ່າງໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ. ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນເດັດດ່ຽວ ຂອງພັກ, ລັດຖະບານ ແລະ ການປະກອບສ່ວນຢ່າງແຂງແຮງຂອງສະພາແຫ່ງຊາດ ປະຊາຊົນຫວຽດນາມອ້າຍນ້ອງ ຈະສາມາດຜ່ານຜ່າ ອຸປະສັກນາໆປະການໄດ້. ພ້ອມທັງ ຕີລາຄາສູງ ແລະ ຂໍຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດ ພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025), ພິເສດແມ່ນຜົນສໍາເລັດ ຂອງກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໃນກາງເດືອນສິງຫາຜ່ານມາ ທີ່ໄດ້ຕົກລົງຮັບຮອງເອົາຫລາຍບັນຫາທີ່ສໍາຄັນຂອງຊາດ.

    ໂອກາດດຽວກັນ, ສະຫາຍ ເຈິນ ແທັງ ເໝີ້ນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມື ພ້ອມທັງໄດ້ຊົມເຊີຍການເປັນປະທານ ກອງປະຊຸມສາມັດຊາໃຫຍ່ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຫລື AIPA-45  ຂອງ ສປປ ລາວ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL