ພະຍາດອະຫິວາ ແພ່ລະບາດເຮັດໃຫ້ມີຜູ້ເສຍຊີວິດທົ່ວໂລກ ເພີ່ມຂຶ້ນ 71%

06/09/2024 18:55
Email Print 83
KPL - Asean 2024 ອົງການ ອະນາໄມໂລກ (ດັບເບິລຢູເອຊໂອ) ເປີດເຜີຍ ຈຳນວນ ຜູ້ເສຍຊີວິດ ຈາກ ພະຍາດ ອະຫິວາ ໃນປີ 2023 ລວມມີ 4.000 ຄົນ ເພີ່ມຂຶ້ນ 71% ເມື່ອທຽບກັບປີ 2022, , ໂດຍ ທະວີບ ອາຟຣິກາ ໄດ້ຮັບຜົນກະທົບ ຫລາຍທີ່ສຸດ ແລະ ມີຜູ້ຕິດເຊື້ອ ເພີ່ມຂຶ້ນ ຢ່າງຫລວງຫລາຍ.

ຂປລ. ສຳນັກຂ່າວເອເອຟພ, ວັນທີ 5 ກັນຍາ, ອົງການ ອະນາໄມໂລກ (ດັບເບິລຢູເອຊໂອ) ​ເປີດເຜີຍ ຈຳນວນ ຜູ້ເສຍຊີວິດ ຈາກ ພະຍາດ ອະຫິວາ ໃນປີ 2023 ລວມມີ 4.000 ຄົນ  ເພີ່ມຂຶ້ນ 71% ເມື່ອທຽບກັບປີ 2022,  , ​ໂດຍ ທະວີບ ອາຟຣິກາໄດ້ຮັບຜົນກະທົບ ຫລາຍທີ່ສຸດແລະ ມີຜູ້ຕິດເຊື້ອ ເພີ່ມຂຶ້ນຢ່າງຫລວງຫລາຍ​. ​​ສະນັ້ນ, ອົງການ ອະນາໄມໂລກ ໄດ້ຮຽກຮ້ອງໃຫ້ທຸກຝ່າຍເລັ່ງດຳເນີນການເພື່ອຢຸດຕິ ການແພ່ລະບາດ ຂອງພະຍາດນີ້.  ເຖິງ​ແມ່ນວ່າ​ ຈະ​ເປັນ​ພະຍາດ​ ທີ່ ​ປ້ອງ​ກັນ​ແລະ ປິ່ນປົວ​ໄດ້​ ​ແຕ່​ຄວາມ​ຂັດ​ແຍ່​ງ, ການ​ປ່ຽນ​ແປງ​ ຂອງ​ສະພາບ ​ພູມ​ອາກາດ , ນໍ້າ ​ແລະ ສຸຂະ​ອະນາ​ໄມ ທີ່​ບໍ່​ດີ ຄື​ ປັດ​ໄຈຕົ້ນຕໍ ​ທີ່ ​ເຮັດ​​ໃຫ້​ພະຍາດ ອະຫິວາ ກັບຄືນ​ມາ​ແພ່​ລະບາດ ​ອີກຄັ້ງ. ໂດຍສະເພາະ ອາ​ຟຣິກາ, ກວມເອົາ ​ຜູ້​ຕິດ​ເຊື້ອ​ພະຍາດນີ້ ເພີ່ມ​ຂຶ້ນ 125%  ໃນຂະນະ​ທີ່ ຕາ​ເວັນ​ອອກ​ກາງ ​ແລະ ອາຊີ ​ມີ​ຜູ້​ຕິດ​ເຊື້ອ ​ຫລຸດ​ລົງ 32%. ໃນປີ​ນີ້​ ມີ​ຜູ້​ຕິດ​ເຊື້ອ​ນີ້ ຫລາຍ​ກວ່າ 342.000 ຄົນ ​ແລະ ​ເສຍ​ຊີວິດ 2.400 ຄົນ ​ແລະ ກວດພົບ​ ການ​ແພ່​ລະບາດ ຢ່າງ​ຕໍ່​ເນື່ອງ  ​ຢູ່ 22 ປະ​ເທດ ລວມ​ເຖິງ ຊູ​ດັງ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ ການ​ຂັດ​ແຍ່​ງ./

 

KPL