ກຳປູເຈຍ ຈະຈັດສັນງົບປະມານ ໃນການສ້າງຖະໜົນ ວົງແຫວນຫລາຍກວ່າ 200 ລ້ານໂດລາ

06/09/2024 18:55
Email Print 83
KPL - Asean 2024 ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ກ່າວໃນເວລາ ເຂົ້າຮ່ວມ ໃນພິທີສຳເລັດ ການສຶກສາ ຂອງ ທະນາຍຄວາມ ວ່າ: ປະເທດນີ້ ພວມວາງແຜນ ຈັດສັນ ງົບປະມານ ຫລາຍກວ່າ 200 ລ້ານໂດລາ ສະຫະລັດ ເພື່ອສ້າງ ຖະໜົນ ວົງແຫວນ ໃນບໍລິເວນ ຊາຍແດນ ໃຫ້ສຳເລັດ ໃນໄລຍະ 10 ປີຕໍ່ໜ້າ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 5 ເດືອນກັນຍາ, ທ່ານ ຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ກ່າວໃນເວລາ ເຂົ້າຮ່ວມ ໃນພິທີສຳເລັດ ການສຶກສາ ຂອງ  ທະນາຍຄວາມ ວ່າ: ປະເທດນີ້ ພວມວາງແຜນ ຈັດສັນ ງົບປະມານ ຫລາຍກວ່າ 200 ລ້ານໂດລາ ສະຫະລັດ ເພື່ອສ້າງ ຖະໜົນ ວົງແຫວນ ໃນບໍລິເວນ ຊາຍແດນ ໃຫ້ສຳເລັດ ໃນໄລຍະ 10 ປີຕໍ່ໜ້າ. ທ່ານ ຮຸນມາເນດ ກ່າວ​ວ່າ ປັດຈຸບັນ ກຳປູເຈຍ ​ພວມສ້າງ ຖະໜົນ​ ວົງ​ແຫວນ​ ຊາຍ​ແດນ​ ປະມານ 1.300 ​ກິ​ໂລ​ແມັດ ຫລື ​ກວມ​ເອົາ​ ປະມານ 50% ຂອງ​ ຄວາມ​ຍາວ​ທັງ​ໝົດ ​ແລະ ວາງ​ແຜນ ​ສ້າງ​ຖະໜົນ​ ສ່ວນ​ທີ່​ເຫລືອ ​ໃຫ້​ສຳ​​ເລັດ ​​ໃນ 10 ປີ, ​ໂດຍ​ມີຄ່າ​ໃຊ້​ຈ່າຍ ​ຫລາຍ​ກວ່າ 200 ລ້ານ​ໂດ​ລາ ​ສະຫະລັດ.

          ໃນ​ຂະນະ​ທີ່ ທ່ານຮຸນມາເນດ ໄດ້​ເປີດ​ ຫ້ອງການ ກອງ​ທຶນ​ ພັດທະນາ ​ພື້ນຖານ​ ໂຄງ​ລ່າງ ໃນບໍລິ​ເວນ​ຊາຍ​ແດນ (BIDF) ​ເມື່ອ​ວັນ​ທີ 26 ສິງຫາ​ທີ່​ຜ່ານ​ມາ , ໂດຍມີ ​ເປົ້າ​ໝາຍ ​ລະດົມ​ທຶນ ​ເພີ່ມຂຶ້ນ​ເຕີມ ​ເພື່ອພັດທະນາ ພື້ນຖານ​ໂຄງ​ລ່າງ ຕາມ​ຊາຍ​ແດນ​ຂອງ​ ກໍາປູ​ເຈຍ ​ໂດຍ​ແນ​ໃສ່ ​ການ​ກໍ່ສ້າງ ຖະໜົນ​ວົງ​ແຫວນ​ ຊາຍ​ແດນ​ເປັນ​ຫລັກ , ປັດຈຸບັນ, ມີ​ປະຊາຊົນ ​ເກືອບ 400.000 ຄົນ ໄດ້ບໍລິຈາກ​ເງິນ ​ໃຫ້​ກອງ​ທຶນ​ນີ້ ​ແລະ ການ​ລະດົມ​ທຶນ ຍັງ​ຈະສືບຕໍ່ໄປ​ຢ່າງ​ຕໍ່​ເນື່ອງ. /

 

 

KPL