ລາວຈະເປັນເຈົ້າພາບກອງປະຊຸມ ລມຕ ພະລັງງານອາຊຽນ25-27- ກັນຍານີ້

24/02/2024 14:11
Email Print 83
KPL - Asean 2024 ສູນພະລັງງານອາຊຽນຮ່ວມມືກັບກະຊວງພະລັງງານ ແລະ ບໍ່ແຮ່ຂອງ ສປປ ລາວແຈ້ງວ່າ ສປປ ລາວຈະເປັນເຈົ້າພາບຈັດກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 ທີ່ນະຄອນຫລວງວຽງຈັນລະຫວ່າງວັນທີ 25-27 ກັນຍາ 2024

    *ສູນພະລັງງານອາຊຽນຮ່ວມມືກັບກະຊວງພະລັງງານ ແລະ ບໍ່ແຮ່ຂອງ ສປປ ລາວແຈ້ງວ່າ ສປປ ລາວຈະເປັນເຈົ້າພາບຈັດກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 ທີ່ນະຄອນຫລວງວຽງຈັນລະຫວ່າງວັນທີ 25-27 ກັນຍາ 2024 ຂະນະທີ່ການແຈ້ງວາລະກອງປະຊຸມຄັ້ງນີ້ຍັງປະກອບສ່ວນ ແລະ ສະໜັບສະໜູນ ສປປ ລາວເປັນປະທານອາຊຽນອີກດ້ວຍ. ກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 ພ້ອມຈະມີກິດຈະກໍາການວາງສະແດງສິນຄ້າ ແລະ ຜົນງານຕ່າງໆທີ່ສອດຄ່ອງກັບຄຳຂວັນການເປັນປະທານອາຊຽນໃນປີນີ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ເນັ້ນໜັກເຖິງຄວາມສຳ ຄັນສູງສຸດຂອງການຮ່ວມມືພາກພື້ນໃນການຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານ. ທ່ານ ດຣ ອາຄົມເດດ ວົງໄຊ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສ ປະຈຳ ສປປ ລາວ ສະແດງຄວາມດີໃຈໃນການເປັນເຈົ້າພາບ ຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນ ສປປ ລາວ ພ້ອມທັງເປັນໄລຍະການເປັນປະທານອາຊຽນ.


     ທ່ານກ່າວຕື່ມອີກວ່າ “ພວກເຮົາຮູ້ສຶກເປັນກຽດ ໃນການເປັນເຈົ້າພາບກອງປະຊຸມ ແລະ ງານວາງສະແດງພາກທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນປີນີ້ ເຊິ່ງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວໃນການພັດທະນາການຮ່ວມມືກັບພາກພື້ນໃນຂົງເຂດພະລັງງານ. ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມແຂງການເຊື່ອມຈອດໃນອາຊຽນ, ສົ່ງເສີມການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມຄວາມເຂັ້ມແຂງທາງດ້ານພະລັງງານໃນພາກພື້ນ” ການວາງສະແດງພາກທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ຈະຖືກຈັດຂຶ້ນພ້ອມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມສາກົນອາຊຽນທາງດ້ານພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (AICEE)ຈະປະກອບດ້ວຍຫລາຍລາຍການ, ລວມເວທີເສວະນາລະດັບສູງ ແລະ ການສົນທະນາ ລະຫວ່າງລັດຖະມົນຕີ-ປະທານກຳມະການບໍລິຫານ, ເປັນເວທີໃຫ້ແກ່ບັນດາ ຜູ້ນຳ ດ້ານຄວາມຄິດ, ຜູ້ສ້າງນະໂຍບາຍ ແລະ ຜູ້ຊ່ຽວຊານທາງດ້ານານອຸດສາຫະກຳ ໃນການປຶກສາຫາລືຕໍ່ສິ່ງທ້າທາຍ ແລະ ໂອກາດສຳ ຄັນທາງດ້ານພະລັງງານໃນພາກພື້ນອາຊຽນ. ທ່ານ ດຣ ນູກິ ອັກຍາ ອຸຕະມະ, ປະທານບໍລິຫານ ສູນພະລັງງານອາຊຽນ ໄດ້ເນັ້ນໜັກຕື່ມວ່າ ຄວາມມຸ່ງໝັ້ນຂອງສູນພະລັງງານອາຊຽນໃນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວຜ່ານ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24).


      ທ່ານກ່າວວ່າ “ພວກເຮົາຍຶດໝັ້ນໃນຄວາມຕັ້ງໃຈທີ່ຈະສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນນັ້ນບໍ່ພຽງແຕ່ການສະໜັບສະໜູນບູລິມະສິດທາງດ້ານພະລັງງານ, ແຕ່ການຈັດວາງສະແດງພາກທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ແລະ ຈະຊຸກຍູ້ໃຫ້ເປົ້າໝາຍໃນພາກພື້ນຂອງ ໃນແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ(APAEC) ໄລຍະ II: 2021-2025 ໂດຍຜ່ານການຊຸກຍູ້ການຮ່ວມມື ແລະ ສະແດງສິ່ງປະດິດສ້າງລະຫວ່າງພາກລັດ, ໃນການວາງສະແດງຄັ້ງທີ 24 ທີ່ໃກ້ເຂົ້າມາ, ສູນພະລັງງານອາຊຽນຢືນຢັນ ຕໍ່ຄວາມມຸ່ງໝັ້ນໃນການ ສ້າງພູມສັນຖານພະລັງງານທີ່ກ້າວໜ້າ ແລະ ເຊື່ອມຈອດກັນໃນພາກພື້ນອາຊຽນ. ນອກເໜືອຈາກຮູບແບບການວາງສະແດງແບບດັ້ງເດີມ, ສູນພະລັງງານອາຊຽນຈະເຮັດໃຫ້ ການຈັດວາງສະແດງພາກທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ເປັນຕົວກະຕຸ້ນໃຫ້ເກີດມີການຮ່ວມມື, ນະວັດຕະກຳ ແລະ ຄວາມເຂັ້ມແຂງ.

     ຖ້າທ່ານຕ້ອງການສຶກສາ ແລະ ຄົ້ນຫາຂໍ້ມູນເພີ່ມຕື່ມ, ພວກເຮົາມີເວບໄຊ Visit ACE website: aseanenergy.org ກ່ຽວກັບ ສູນພະລັງງານອາຊຽນ ສູນພະລັງງານອາຊຽນ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1999, ເປັນອົງການຈັດຕັ້ງລະຫວ່າງລັດຖະບານຂອງ ປະຊາຄົມ ອາຊີ ຕາເວັນອອກສ່ຽງໃຕ້ (ASEAN) ເຊິ່ງເປັນຕົວແທນຜົນປະໂຫຍດຂອງສະມາຊິກອາຊຽນ 10 ປະເທດ (AMS) ໃນຂະແໜງພະລັງງານ, ສູນພະລັງງານອາຊຽນ ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ ວ່າດ້ວຍການຮ່ວມມືທາງດ້ານພະລັງງານ (APAEC), ເປັນກົດບັດໃນການຮ່ວມມືທີ່ດີຂຶ້ໄປສູ່ການຍົກລະດັບພະລັງງານ. ສູນດັ່ງກ່າວໄດ້ຮັບການຊີ້ນຳໂດຍຄະນະບໍລິຫານອາວຸໂສດ້ານພະລັງງານຈາກແຕ່ລະປະເທດສະມາຊິກ ອາຊຽນ ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນໃນຖານະທີເປັນອະດີດສະມາຊິກ.

       ສາມພາລະບົດບາດທີ່ສຳຄັນຂອງການ ສູນພະລັງງານອາຊຽນ: ເປັນຄັງຄວາມຄິດທາງດ້ານພະລັງງານອາຊຽນ ເພື່ອໃຫ້ການຊ່ວຍເຫຼືອ ປະເທດສະມາຊິກອາຊຽນໂດຍການກຳນົດ ແລະ ນຳສະເໜີວິທີແກ້ໄຂທີ່ເປັນນະວັດຕະກຳຕໍ່ກັບສິ່ງທ້າທາຍທາງດ້ານພະລັງງານອາຊຽນ ໃນດ້ານນະໂຍບາຍ, ຂອບເຂດກົດໝາຍ ແລະ ກົດລະບຽບ ແລະ ເທັກໂນໂລຊີ; ເປັນຕົວເລັ່ງໃນການຮວບຮວມ ແລະ ເສີມສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ຟື້ນຟູດ້ານພະລັງງານອາຊຽນ ໂດຍການຈັດຕັ້ງປະຕິບັດໂຄງການກ່ຽວການສ້າງຄວາມອາດສາມາດ ແລະ ໂຄງການຊ່ວຍເຫຼືອປະເທດສະມາຊິກອາຊຽນໃນການພັດທະນາຂະແໜງພະລັງງານຂອງເຂົາ; ເປັນສູນຂໍ້ມູນພະລັງງານ ແລະ ສູນຄວາມຮູ້ຂອງອາຊຽນເພື່ອສະໜອງ ບ່ອນເກັບຂໍ້ມູນຄວາມຮູ້ສຳຄັນປະເທດສະມາຊິກອາຊຽນ; ການຮັກສາການປັບປຸງຂອງພາກພື້ນ ແບບຍືນຍົງ ແລະ ບໍ່ເປັນອັນຕະລາຍຕໍ່ລະບົບນິເວດແມ່ນໜຶ່ງໃນປັດໃຈພື້ນຖານຂອງຂະແໜງພະລັງງານຂອງອາຊຽນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL