ປາຖະກະຖາ ການຮ່ວມມືກັບອິນເດຍ ໃນໄລຍະໃໝ່

02/02/2024 19:48
Email Print 83
KPL - Asean 2024 ຂປລ. ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ຈັດປາຖະກະຖາພາຍໃຕ້ຫົວຂໍ້ “ການຮ່ວມມືກັບອິນເດຍ ໃນໄລຍະໃໝ່ ເປີດກວ້າງການຮ່ວມມືກັບ ສປປ ລາວ ແລະ ອາຊຽນ” ໃນວັນທີ 2 ກຸມພາ 2024 ໂດຍການເປັນປະທານກ່າວເປີດຂອງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ, ມີພາກສ່ວນຕ່າງໆເຂົ້າຮ່ວມື.



ຂປລ. ສະຖາບັນການຕ່າງປະເທດ
, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ຈັດປາຖະກະຖາພາຍໃຕ້ຫົວຂໍ້ ການຮ່ວມມືກັບອິນເດຍ ໃນໄລຍະໃໝ່ ເປີດກວ້າງການຮ່ວມມືກັບ ສປປ ລາວ ແລະ ອາຊຽນ” ໃນວັນທີ 2 ກຸມພາ 2024 ໂດຍການເປັນປະທານກ່າວເປີດຂອງ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ, ມີພາກສ່ວນຕ່າງໆເຂົ້າຮ່ວມື.



ການຈັດປາຖະກະຖາຄັ້ງນີ້
, ເປັນກິດຈະກໍາໜຶ່ງ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ ຄົບຮອບ 68 ປີ (2 ກຸມພາ 1956 ເຖິງ 2 ກຸມພາ 2024) ເປັນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ໃນໄລຍະຜ່ານມາ ກໍຄື ເສີມຂະ ຫຍາຍການຮ່ວມມືທີ່ເປັນທ່າແຮງ ຂອງສອງປະເທດໃນອະນາຄົດ. ນອກຈາກນີ້, ກໍເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງ ອິນເດຍ ແລະ ອາຊຽນ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024 ​ໂດຍຜູ້ເຂົ້າຮ່ວມ ໄດ້ຮັບຟັງ ແລະ ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບຂົງເຂດວຽກງານຕ່າງໆ ພາຍໃຕ້ການຮ່ວມມື ລາວ-ອິນເດຍ ແລະ ອາຊຽນ-ອິນເດຍ ໃນໄລຍະຜ່ານ, ກາລະໂອກາດ, ສິ່ງທ້າທ້າຍ ແລະ ຂົງເຂດວຽກງານ ທີ່ເປັນທ່າແຮງສໍາລັບການຮ່ວມມື ລະຫວ່າງ ສອງປະເທດ ໃນອະນາຄົດ.



ສປປ ລາວ ແລະ ອິນເດຍ  ໄດ້ສ້າງສາຍພົວພັນການທູດຮ່ວມກັນ ໃນວັນທີ
2 ກຸມພາ 1956. ຕະຫລອດໄລຍະ 68 ປີຜ່ານມາ, ການພົວພັນການທູດ ລະຫວ່າງສອງປະເທດ ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ ເຊິ່ງມີລັກສະນະມູນເຊື້ອ ດ້ານປະຫວັດສາດ ເນື່ອງຈາກມີຄວາມຄ້າຍຄືກັນ ທາງດ້ານວັດທະນະທໍາ ແລະ ສາສະໜາ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ, ມີການແລກປ່ຽນການຢ້ຽມຢາມກັນ ຢ່າງເປັນປົກກະຕິໃນລະດັບການນໍາຂັ້ນສູງ ຈົນເຖິງວິຊາການ, ມີການຮ່ວມມືກັນ ໃນຫລາຍຂົງເຂດວຽກງານເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ສຶກສາ, ເຕັກໂນໂລຊີ,  ການຄ້າ-ການລົງທຶນ ແລະ ອື່ນໆ. ນອກນີ້, ທັງສອງຝ່າຍ ກໍໄດ້ລົງນາມຮ່ວມກັນ ໃນນິຕິກໍາຕ່າງໆຫລາຍສະບັບ. ໃນນັ້ນ, ກໍແມ່ນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ສະຖາບັນການຕ່າງປະເທດ ຂອງ ສປປ ລາວ ແລະ ສະຖາບັນການຕ່າງປະເທດ ຂອງ ອິນເດຍ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍ ໂດຍຜ່ານການຈັດຕັ້ງປະຕິບັດກິດຈະກໍາ ໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ພາບ: ຂັນໄຊ

KPL