ສໍາເລັດ ກິດຈະກໍາ ຄ້າຍສຶກສາ-ຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕາງປະເທດ “C Me Fly” ຄັ້ງທີ 3
![]()
ພິທີເປີດຄ້າຍສຶກສາຮຽນຮູ້ ໄດ້ຈັດຂຶ້ນທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ນັກຮຽນດີເດັ່ນຈຳນວນ 30 ຄົນ ທີ່ມາຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ຫ້ອງຮຽນຂົງຈື ໂຮງຮຽນມັດທະຍົມວຽງຈັນ ແລະ ຫ້ອງຮຽນຂົງຈື ໂຮງຮຽນກິນນອນຊົນເຜົ່າແຂວງວຽງຈັນ ໄດ້ເຂົ້າຮ່ວມກິດຈະກຳຮຽນຮູ້ຢູ່ພາກສະໜາມດ້ານໂລຈິສຕິກ ສໍາເລັດການເຂົ້າຮ່ວມ ກິດຈະກຳສາທາລະນະກຸສົນ ພາຍໃຕ້ໂຄງການ “C Me Fly” ກໍຄື ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກສຳລັບຊາວໜຸ່ມຕ່າງປະເທດ ປະຈຳປະເທດລາວ ໃນວັນທີ 9 ພະຈິກ 2026 ໂດຍໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການໂດຍ Sinotrans Overseas ຮ່ວມກັບ Pinglan Foundation ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ. ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 65 ປີ ການສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ.
![]()
ມູນນິທິການກຸສົນກຸ່ມບໍລິສັດChina Merchants ມອບທຶນການສຶກສາໃຫ້ແກ່ສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດລາວ
ໂອກາດນີ້, ນ້ອງນັກຮຽນທີ່ເຂົ້າຮ່ວມກິດຈະກໍາ ໄດ້ຮຽນຮູ້ຢູ່ພາກສະໜາມດ້ານໂລຈິສຕິກ ພາຍໃຕ້ການນຳພາຂອງອາສາສະໝັກ “Xingyun” ຈາກ Sinotrans ໂດຍໄດ້ເລີ່ມຕົ້ນການເດີນທາງສຶກສາຮຽນຮູ້ໃນຫົວຂໍ້ “ຄົ້ນຫາຄວາມລັບຂອງຕ່ອງໂສ້ສະໜອງສິນຄ້າກະສິກຳ” ເປັນເວລາ 4 ວັນ. ຊຶ່ງກິດຈະ ກຳຄັ້ງນີ້, ບໍ່ພຽງແຕ່ເປີດໂອກາດໃຫ້ຊາວໜຸ່ມລາວໄດ້ຮຽນຮູ້ ແລະ ສຳຜັດປະສົບການຈິງກ່ຽວກັບຂະ ແໜງການໂລຈິສຕິກເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນສ້າງພະລັງແຮງໃຫ້ແກ່ໄວໜຸ່ມ ໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ ອີກດ້ວຍ.
ໃຊ້ວັດທະນະທຳເປັນຈິດວິນຍານ ເສີມສ້າງຄວາມເຂົ້າໃຈອັນດີລະຫວ່າງປະຊາຊົນ.ໃນພິທີເປີດຄ້າຍທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ມູນນິທິການກຸສົນກຸ່ມບໍລິສັດ China Merchants ໄດ້ມອບທຶນການສຶກສາເປັນຈຳນວນເງິນ 100 ລ້ານກີບ ໃຫ້ແກ່ສະຖາບັນຂົງຈື ເພື່ອສະໜັບສະໜູນການສຶກສາ ແລະ ການພັດທະນາຂອງຊາວໜຸ່ມ, ພ້ອມທັງຖ່າຍທອດນ້ຳໃຈແຫ່ງການແບ່ງປັນ ແລະ ການກຸສົນຢ່າງເປັນຮູບປະທຳ.
![]()
ບັນດານັກຮຽນເຂົ້າຮ່ວມກິດຈະກຳທົດລອງຂຽນພູ່ກັນຈີນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ໃນພິທີ, ນັກຮຽນໄດ້ຮ່ວມທົດລອງຂຽນພູ່ກັນຈີນ(ຟອຍຂຽນໜັງສື) ໂດຍຂຽນຄໍາວ່າ “ບໍ່ເຖິງກຳແພງເມືອງຈີນ ບໍ່ແມ່ນວິລະບຸລຸດ” ແລະ “ປະເທດຈີນງົດງາມຫລາຍ” ຊຶ່ງເປັນການຊ່ວຍເພີ່ມພູນຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວັດທະນະທຳຈີນໃຫ້ແກ່ຊາວໜຸ່ມລາວ. ຂະນະດຽວກັນ ເມື່ອຢືນຢູ່ຕໍ່ໜ້າປ້າຍຈັດສະແດງປະຫວັດຂອງໂຮງຮຽນ “67” ຄວາມຊົງຈໍາອັນປະທັບໃຈກ່ຽວກັບເດັກ ນ້ອຍລາວ ທີ່ເດີນທາງໄປສຶກສາຢູ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ ໃນຊຸມປີ 1960 ກໍໄດ້ຫວນຄືນສູ່ຄວາມຊົງຈຳຂອງທຸກຄົນອີກຄັ້ງ.
ທ້າວ ສິດທິພອນ ກຸລະກຸນ ໄດ້ກ່າວດ້ວຍຄວາມປະທັບໃຈວ່າ: “ຂ້ອຍຮູ້ສຶກຄືກັບໄດ້ເປີດປ່ອງຢ້ຽມບານໜຶ່ງ ແລະ ຫາກໍຮູ້ວ່າ ຄົນຮຸ່ນພໍ່ແມ່ຂອງພວກເຮົາໄດ້ສ້າງສາຍສຳພັນມິດຕະພາບທີ່ແໜ້ນແຟ້ນກັນມາແຕ່ດົນນານແລ້ວ.” ຄໍາເວົ້າດັ່ງກ່າວ ໄດ້ກາຍເປັນອີກໜຶ່ງພາບຄວາມປະທັບໃຈ ທີ່ສະທ້ອນເຖິງມິດຕະພາບອັນຍາວນານຂ້າມຜ່ານກວ່າເຄິ່ງສະຕະວັດ.
ໃຊ້ຂະແໜງການຜະລິດເປັນຂົວເຊື່ອມ ຮ່ວມຊົມຜົນສຳເລັດອັນພູມໃຈຂອງການຮ່ວມມືຢູ່
![]()
ບັນດານັກຮຽນເຂົ້າຢ້ຽມຊົມສູນບໍລິຫານຕູ້ຄອນເທນເນີ ແລະ ຄັງສິນຄ້າຂອງບໍລິສັດ Sinotrans ປະຈຳວຽງຈັນ.
ສະຖານີທົດລອງສາຍພັນພືດກະສິກຳທີ່ດີເດັ່ນ ຈີນ (ກວາງຊີ)-ລາວ, ການຈັດກິດຈະກຳແຂ່ງ ຂັນປອກເປືອກສາລີ ໄດ້ສະແດງໃຫ້ເຫັນຜົນສຳເລັດຂອງການຮ່ວມມືດ້ານກະສິກຳ ແລະ ປ່າໄມ້ລະ ຫວ່າງ ສປ ຈີນ ແລະ ສປປ ລາວ ຢ່າງເປັນຮູບປະທຳ. ບັນດາຜູ້ເຂົ້າຮ່ວມຝຶກອົບຮົມໄດ້ລົງມືປະຕິບັດຈິງ ແລະ ສຳຜັດໄດ້ເຖິງຜົນສຳເລັດອັນໂດດເດັ່ນຂອງການຮ່ວມມືດັ່ງກ່າວ. ສ່ວນຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ຫົວໜ້າຈາກກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ບັນຍາຍພິເສດໃນຫົວຂໍ້ “ຜະລິດຕະພັນກະສິກຳທີ່ເປັນເອກະລັກຂອງລາວ ແລະ ລະບົບການຂົນສົ່ງສິນຄ້າຂ້າມແດນຈີນ-ລາວ”.
ເນື້ອໃນການບັນຍາຍກວມເອົາຕັ້ງແຕ່ການຄັດເລືອກ ແລະ ປັບປຸງສາຍພັນພືດທີ່ດີ ໄປຈົນເຖິງການພັດທະນາລະບົບຂົນສົ່ງສິນຄ້າຄວບຄຸມອຸນຫະພູມຕ່ຳຂ້າມແດນ. ບົດບັນຍາຍດັ່ງກ່າວໄດ້ຊ່ວຍປັບປ່ຽນແນວຄິດແບບເດີມຂອງຜູ້ເຂົ້າຮ່ວມທີ່ເຄີຍເຫັນວ່າ “ການເຮັດກະສິກຳຕ້ອງອາໄສດິນຟ້າອາກາດເປັນຫລັກ” ໃຫ້ມີຄວາມເຂົ້າໃຈໃໝ່ວ່າ ການກະສິກຳສະໄໝໃໝ່ມີວິທະຍາສາດ ແລະ ເຕັກໂນໂລຊີເປັນພື້ນຖານສຳຄັນ, ພ້ອມທັງເຮັດໃຫ້ທຸກຄົນນຶກເຖິງບົດບາດ ແລະ ຄວາມສຳຄັນຂອງລະບົບຂົນສົ່ງສິນຄ້າຂ້າມແດນ ຕໍ່ການພັດທະນາຂະແໜງການກະສິກຳ ແລະ ການຍົກລະດັບມູນຄ່າຜະລິດຕະພັນກະສິກຳ.
ໃຊ້ໂລຈິສຕິກເປັນສື່ກາງ ການເຊື່ອມໂຍງ ແລະ ເຊື່ອມຈອດລະຫວ່າງກັນ.
![]()
ບັນດານັກຮຽນເຂົ້າຮ່ວມກິດຈະກຳເກັບໝາກໄມ້ ຢູ່ສະຖານີທົດລອງສາຍພັນພືດກະສິກຳທີ່ດີເດັ່ນ ຈີນ (ກວາງຊີ)-ລາວ.
ໃນການຢ້ຽມຊົມສະຖານີລົດໄຟວຽງຈັນໃຕ້, ຄັງສິນຄ້າ ແລະ ບໍລິຫານຕູ້ຄອນເທນເນີຂອງບໍລິສັດ Sinotrans ປະຈຳວຽງຈັນ, ນັກຮຽນໄດ້ຢືນຢູ່ຕໍ່ໜ້າຕູ້ຄອນເທນເນີຄວບຄຸມອຸນຫະພູມ ແລະ ໄດ້ສຳຜັດຢ່າງແທ້ຈິງເຖິງພະລັງແຮງຂອງການຫັນປ່ຽນ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ເຊື່ອມໂຍງທາງບົກກັບພາກພື້ນ ແລະ ສາກົນ.
ນາງ ອາລີຍາ ຈັນທະມາໄລ ນັກສຶກສາຈາກສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ ໄດ້ກ່າວດ້ວຍຄວາມປະທັບໃຈວ່າ: “ບໍ່ຄິດເລີຍວ່າ ກ່ອນທີ່ໝາກໄມ້ ແລະ ແປ້ງມັນຕົ້ນຈະຖືກຂົນສົ່ງໄປປະເທດຈີນ ຈະຕ້ອງຜ່ານຫລາຍຂັ້ນຕອນ, ໂລຈິສຕິກບໍ່ ພຽງແຕ່ຊ່ວຍຂົນສົ່ງສິນຄ້າມາສູ່ພວກເຮົາເທົ່ານັ້ນ, ແຕ່ຍັງເປັນສິ່ງທີ່ເຊື່ອມໂຍງປະເທດລາວ ແລະ ຈີນເຂົ້າກັນຢ່າງແໜ້ນແຟ້ນອີກດ້ວຍ.”ການຈັດກິດຈະກຳຄ້າຍສຶກສາຮຽນຮູ້ “C Me Fly” ປະຈຳປະເທດລາວໃນຄັ້ງນີ້, ເປັນພາບສະ ທ້ອນອັນຊັດເຈນຂອງການທຸ່ມເທດຳເນີນງານຢ່າງຕໍ່ເນື່ອງຕະຫລອດ 3 ປີຂອງໂຄງການ. ມາຮອດປັດຈຸ ບັນ, ໂຄງການໄດ້ສະໜັບສະໜູນການພັດທະນາຊາວໜຸ່ມຕ່າງປະເທດ ຫລາຍກວ່າ 200 ຄົນ ແລະ ໄດ້ກາຍເປັນໜຶ່ງໃນໂຄງການສາທາລະນະກຸສົນທີ່ມີບົດບາດສຳຄັນ ໃນການສົ່ງເສີມການພັດທະນາຊາວໜຸ່ມ, ການແລກປ່ຽນວັດທະນະທຳລະຫວ່າງຈີນກັບຕ່າງປະເທດ ແລະ ການສ້າງຄວາມເຂົ້າໃຈອັນດີລະຫວ່າງປະຊາຊົນ.
![]()
ບັນດານັກຮຽນຈັດກິດຈະກຳແຂ່ງຂັນປອກກາບສາລີ ຢູ່ສະຖານີທົດລອງສາຍພັນພືດກະສິກຳທີ່ດີເດັ່ນ ຈີນ (ກວາງຊີ)-ລາວ.
ໃນຕໍ່ໜ້າ ບໍລິສັດ China Merchants ຈະອາໄສທ່າແຮງຈາກເຄືອຂ່າຍການດຳເນີນງານຢູ່ຕ່າງປະເທດທີ່ກວ້າງຂວາງຂອງຕົນ ເພື່ອສືບຕໍ່ຂະຫຍາຍຂອບເຂດປະເທດທີ່ຈັດກິດຈະ ກຳ ແລະ ຮູບແບບການດຳເນີນງານຂອງໂຄງການ “C Me Fly” ໃຫ້ຫລາກຫລາຍຍິ່ງຂຶ້ນ ເພື່ອນຳພາຊາວໜຸ່ມ ໄດ້ລົງສຳຜັດປະສົບການຈິງໃນຂະແໜງໂລຈິສຕິກ.
ບໍລິສັດ China Merchants ຈະສືບຕໍ່ໃຊ້ໂລຈິສຕິກເປັນສື່ກາງ ແລະ ການກຸສົນເປັນຂົວເຊື່ອມ ເພື່ອຊ່ວຍໃຫ້ຄວາມໄຝ່ຝັນຂອງຊາວໜຸ່ມໄດ້ໂບຍບິນສູງຂຶ້ນ ແລະ ໄປໄດ້ໄກຍິ່ງຂຶ້ນ ໃນໂລກທີ່ເຊື່ອມໂຍງກັນດ້ວຍລະບົບໂລຈິສຕິກ.
