ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41

23/11/2026 14:49
Email Print 83
KPL - Asean 2024 ຂະ​ບວນ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຈີນ ແລະ ຫວຽດ​ນາມ​ ໄດ້​ສຳ​ເລັດ​ ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ທີ 41 ​ຢູ່​ອ່າວ​ເປີຍ​ປູ້ຢ່າງ​ຈົບ​ງາມ. ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ນີ້ ດໍາເນີນ​ເປັນ​ເວ​ລາ 2 ວັນ, ເດີນ​ເຮືອ 32 ຊົ່ວ​ໂມງ ແລະ ເດີນ​ເຮືອ​ທັງ​ໝົດ 351 ໄມ​ທະ​ເລ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຂະ​ບວນ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຈີນ ແລະ ຫວຽດ​ນາມ​ ໄດ້​ສຳ​ເລັດ​ ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ທີ 41 ​ຢູ່​ອ່າວ​ເປີຍ​ປູ້ຢ່າງ​ຈົບ​ງາມ. ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ນີ້ ດໍາເນີນ​ເປັນ​ເວ​ລາ 2 ວັນ, ເດີນ​ເຮືອ 32 ຊົ່ວ​ໂມງ ແລະ ເດີນ​ເຮືອ​ທັງ​ໝົດ 351 ໄມ​ທະ​ເລ. ສອງ​ຝ່າຍ​​ຕ່າງ​ໄດ້​ສົ່ງ​ກຳ​ປັ່ນ​ກອງ​ທັບ​ເຮືອ ພາກສ່ວນລະ 2ລຳ​ເຂົ້າ​ຮ່ວມ. ການ​ລາດ​ຕະ​ເວນ​ຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດ​ນາມ ​ຢູ່​ອ່າວ​ເປີຍ​ປູ້​ ​ແມ່ນ​ກິດ​ຈະ​ກຳ​ ແລກ​ປ່ຽນ​ມິດ​ຕະ​ພາບ​ຕາມ​ສັນ​ຍາ ແລະ ແຜນ​ທຳ​ນຽມ​ປະ​ຈຳ​ປີ​ ລະ​ຫວ່າງ​ ສອງ​ກອງ​ທັບ. ນັບ​ແຕ່ ສປ ​ຈີນ ແລະ ສສ ຫວຽດ​ນາມ​ ໄດ້​ເຊັນ “ສັນ​ຍາ​ລາດ​ຕະ​ເວນ​ຮ່ວມ ​ຢູ່​ອ່າວ​ເປີຍ​ປູ້​ລະ​ຫວ່າງ ກອງ​ທັບ​ເຮືອ​ຈີນ-ຫວຽດ​ນາມ” ໃນ​ປີ 2005, ສອງກອງ​ທັບ​ ໄດ້​ຈັດ​ການ​ລາດ​ຕະ​ເວນ​ຮ່ວມ ​ຢູ່​ອ່າວດັ່ງກ່າວ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2006 ແລະ ໄດ້​ຈັດ​ຂຶ້ນເປັນ​ເວ​ລາ 20 ປີ​ແລ້ວ ໂດຍ​ໄດ້​ບັນ​ລຸ​ການ​ຂ້າມ​ຜ່ານ​ຈາກ​ການ​ຄົ້ນ​ຄວ້າ​ ໃນ​ໄລ​ຍະ​ເລີ່ມຕົ້ນ ຈົນ​ເຖິງ​ກິດ​ຈະ​ກຳ​ທີ່​ເປັນ​ແບບ​ກົນ​ໄກ ແລະ ປົກ​ກະ​ຕິ, ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງ ​ທີ່​ມີ​ຊີ​ວິດ​ຊີ​ວາ​ ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ຮອບ​ດ້ານ ​ຈີນ-ຫວຽດ​ນາມ ໃນ​ຂົງ​ເຂດ​ທາງ​ການ​ທະ​ຫານ​ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ ໃນ​ການ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ ທີ່ເປັນ​ມູນ​ເຊື້ອ ​ລະ​ຫວ່າງ​ ສອງ​ປະ​ເທດ, ເພີ່ມ​ຄວາມ​ເຂົ້າ​ໃຈ​ ແລະ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ ລະ​ຫວ່າງ​ ສອງກອງ​ທັບ, ທັງຊຸກ​ຍູ້​ກາ​ນ​ສ້າງ​ຄູ່​ຮ່ວມ ​ຊາ​ຕາ​ກຳ​ຈີນ-ຫວຽດ​ນາມ ​ທີ່​ມີ​ຄວາ​ມ​ໝາຍ​ຍຸດ​ທະ​ສາດ​ ໃນ​ລະ​ດັບ​ສູງກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL