ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກ

23/11/2026 14:37
Email Print 83
KPL - Asean 2024 ກອງ​ປະ​ຊຸມ​ສຸ​ດຍອດ ​ຜູ້​ບໍ​ລິ​ຫານ​ ທຸ​ລະ​ກິດ ​ອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ​ໃນ​ປີ 2026, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ ຄື: ສ້າງ​ຕັ້ງສະ​ຫະ​ພັນ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ເຂດ​ອ່າວ​ໂລກ.

​    ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງ​ປະ​ຊຸມ​ສຸ​ດຍອດ ​ຜູ້​ບໍ​ລິ​ຫານ​ ທຸ​ລະ​ກິດ ​ອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ​ໃນ​ປີ 2026, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ ຄື: ສ້າງ​ຕັ້ງສະ​ຫະ​ພັນ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ເຂດ​ອ່າວ​ໂລກ. ໂດຍ​ຜ່ານ​ຂໍ້​ລິ​ເລີ່ມ ​ອັນ​ໃໝ່​ອ່ຽມ​ ດັ່ງ​ກ່າວ, ພວກ​ເຮົາ​ ສາ​ມາດ​ເຂົ້າ​ໃຈ​ເນື້ອ​ໃນ​ອັນ​ອຸ​ດົມ​ສົມ​ບູນ ​ຂອງ​ຫົວ​ຂໍ້ຫລັກ​ຂອງ APEC ຄື ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ​ຂອງ​ອາ​ຊີ-ປາ​ຊີ​ຟິກ ຢ່າງ​ເປັນ​ຮູບ​ປະ​ທຳ, ສາ​ມາດ​ເວົ້າ​ໄດ້​ວ່າ ​ແນວ​ຄວາມ​ຄິດ​ ການ​ສ້າງ​ສະ​ຫະ​ພັນ​ເຂດ​ອ່າວ ໄດ້​ສ້າງ​ຊ່ອງ​ທາງ​ທີ່​ຕິດ​ແທດ​ຕົວ​ຈິງ​ ໃຫ້​ແກ່​ ການ​ປະ​ຕິ​ບັດ​ວິ​ໄສ​ທັດ​ດັ່ງ​ກ່າວ. ໃນ​ເວ​ລາ​ກ່າວ​ປາ​ໄສ ຕໍ່​ກອງ​ປະ​ຊຸມສຸ​ດຍອດ​ ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ​ APEC, ທ່ານ ສີ ​ຈິ້ນ​ຜິງ​ ຊີ້​ໃຫ້​ເຫັນວ່າ: “ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ ໄດ້​ເຕົ້າ​ໂຮມ​ເຂດ​ອ່າວ​ ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ, ເສດ​ຖະ​ກິດ​​ເຂດ​ອ່າວ ​ມີ​ລັກ​ສະ​ນະ​​ເປີດກວ້າງ, ປະ​ສານ​ສົມ​ທົບ​ກັນ ແລະ ມີ​ຜົນ​ສະ​ທ້ອນ​ ຕໍ່​ພາຍນອກ​ຢ່າງ​ໂດດ​ເດັ່ນ.” ເຂດ​ອ່າວ ​ໃນ​ຖາ​ນະ​ເປັນສູນ​ກາງ​ ທີ່​ມີ​ພະ​ລັງ​ຊີ​ວິດ​ຊີ​ວາ​ທີ່​ສຸດ ​ໃນ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ, ​ນະ​ຄອນ​​ເຊີ່ນ​ເຈີ້ນ ສະ​ຖານ​ທີ່​ ຈັດ​ກອງ​ປະ​ຊຸມ APEC ຄັ້ງ​ນີ້​ ແມ່ນ​ຕັ້ງ​ຢູ່​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ(ສປ ຈີນ). ເມື່ອ​ເລັງ​ສາຍ​ຕາ​ໃສ່​ແຄມ​ຝັ່ງ ​ມະ​ຫາ​ສະ​ໝຸດ ​ປາ​ຊີ​ຟິກ, ​ເຂດ​ອ່າວ​ຕົວ​ແບບ​ຈຳ​ນວນ​ໜຶ່ງ ເຊັ່ນ: ເຂດ​ອ່າວ​ໂຕ​ກຽວ, ເຂດ​ອ່າວ​ ຊານຟ​ຣານ​ຊິ​ສ​ໂກ, ເຂດ​ອ່າວ​ຊິດ​ນີ ແລະ ​ອື່ນໆ ແມ່ນ​ເຕົ້າ​ໂຮມ ຢູ່​ແຫ່ງ​ນີ້, ເຊິ່ງໄດ້​ເຕົ້າ​ໂຮມ​ ຊັບ​ພະ​ຍາ​ກອນ​ສຸດຍອດ​ໃນ​ນະ​ວັດ​ຕະ​ກຳ​ ວິ​ທະ​ຍາ​ສາດ, ກຸ່ມ​ອຸດ​ສາ​ຫະ​ກຳ ​ທີ່​ຄົບ​ຖ້ວນ ແລະ ເຄືອ​ຂ່າຍ​ການ​ຄ້າ​ທີ່​ຟົດ​ຟື້ນ, ເຊິ່ງ​ໄດ້​ສ້າງ​​ແຮງ​ຂັບ​ເຄື່ອນ​ໃຈ​ກາງ​ ຂອງ​ການ​ເຕີບ​ໂຕ ​ດ້ານ​ເສດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ. ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ເຂດ​ອ່າວ​ໃຫຍ່​ຕ່າງໆ​ສ່ວນຫຼາຍ​ແມ່ນ​ຄົ້ນ​ຫາ ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຂອງ​ຕົນ, ແຕ່ຍັງມີ​ກຳ​ແພງ​ກີດ​ຂວາງ​ບໍ່​ໜ້ອຍ​ ໃນ​ການ​ແລກ​ປ່ຽນ​ບົດ​ຮຽນ ປະ​ສານ​ສົມ​ທົບ ​ອຸດ​ສາ​ຫະ​ກຳ ແລະ ການ​ເຄື່ອນ​ໄຫວ ​ຢ່າງ​ເສ​ລີ​ ຂອງ​ປັດ​ໄຈ​ການ​ຜະ​ລິດ, ຄຸນ​ຄ່າ​ການ​ຮ່ວມ​ມື​ອັນ​ໃຫຍ່ຫຼວງທີ່ແຝງຊ້ອນ​ຍັງ​​ບໍ່​ໄດ້​ເສີມ​ຂະ​ຫຍາຍ​ອອກ​ມາຢ່າງ​ເຕັມ​ສ່ວນ. ການ​ສະ​ເໜີ​ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ​ສະ​ຫະ​ພັນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ອ່າວ​ໂລກ, ແມ່ນ​ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ຕົວ​ຈິງ​ດັ່ງ​ກ່າວ, ມີ​ຈຸດ​ປະ​ສົງ​ເພື່ອ​ທຳລາຍ​ກຳ​ແພງ​ກີດ​ຂວາງໃນ​ການ​ຮ່ວມ​ມື ​ລະ​ຫວ່າງ​ ກຸ່ມ​ເສດ​ຖະ​ກິດ​ຕ່າງໆ, ເຊື່ອມ​ຈອດ​ເຂດ​ອ່າວ​ຕ່າງໆ​ ທີ່​ມີ​ພະ​ລັງ​ຊີ​ວິດ​ຊີ​ວາ ​ຢູ່​ແຄມ​ຝັ່ງ​ມະ​ຫາ​ສະ​ໝຸດ​ ປາ​ຊີ​ຟິກ. ຄື​ດັ່ງ​ ທ່ານ ສີ ​ຈິ້ນ​ຜິງ ​ເນັ້ນ​ໜັກ​ວ່າ, ຄວນ “ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ ​ພາກ​ພື້ນ​ເຊື່ອມ​ໂຍງ ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຊຸກ​ຍູ້​ໃຫ້​ປັດ​ໄຈ ​ການ​ຜະ​ລິດ ​ເຄື່ອນ​ໄຫວ​ຢ່າງ​ເສ​ລີ.” ຖ້າ​ຫາກວ່າ ສະ​ຫະ​ພັນ​ເຂດ​ອ່າວ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ, ອາດ​ຈະ​ກາຍ​ເປັນ ​ສິ່ງທົດ​ລອງ​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ ດ້ານ​ປັດ​ໄຈ​ການ​ຜະ​ລິດ, ຊຸກ​ຍູ້​ໃຫ້​ເຕັກ​ໂນ​ໂລ​ຊີ ທຶນ ແລະ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ​ຖອດ​ຖອນ​ບົດ​ຮຽນ ​ເຊິ່ງ​ກັນ​ແລະ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ​ ໃນ​ເຂດ​ອ່າວ​ຕ່າງໆ, ເຮັດ​ໃຫ້​ແຮງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ ​ຢູ່​ຈຸດ​ດຽວ ​ສົ່ງ​ຜົນ​ສະ​ທ້ອນ​ໄປ​ສູ່ ​ພາຍນອກ, ຂັບ​ເຄື່ອນ​ພາກ​ພື້ນ​ອ້ອມ​ຂ້າງ​ ກ້າວ​ໄປ​ຂ້າງ​ໜ້າ​ ພ້ອມ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL