ຫລາຍພື້ນທີ່ຢູ່ອາຟຣິກາໃຕ້ ປະສົບກັບອາກາດຮ້ອນ ເຮັດໃຫ້ຕ້ອງໄດ້ນຳໃຊ້ມາດຕະການຄວບຄຸ້ມການໃຊ້ນ້ຳ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກປາກົດການ ເອວນີໂຢ, ຫລາຍພື້ນທີ່ຢູ່ ອາຟຣິກາໃຕ້ ປະສົບກັບ ອາກາດຮ້ອນຮຸນແຮງ ເມື່ອບໍ່ດົນມານີ້, ເຮັດໃຫ້ຄວາມຕ້ອງການໃຊ້ນ້ຳເພີ່ມຂຶ້ນ, ຫລາຍຕົວເມືອງຢູ່ ອາຟຣິກາໃຕ້ ໄດ້ປະຕິບັດ ມາດຕະການຄວບຄຸມ ການໃຊ້ນ້ຳແບບແບ່ງ ຂັ້ນລະດັບ. ຜູ້ຊ່ຽວຊານ ດ້ານຊັບພະຍາກອນນ້ຳ ແລະ ການຄົ້ນຄວ້າທໍລະນີສາດ ອາຟຣິກາໃຕ້ ກ່າວວ່າ: ພວກເຮົາ ໄດ້ຜະເຊີນກັບ 2 ບັນຫາຫຍຸ້ງຍາກ ຄື: ໜຶ່ງ ແມ່ນຂໍ້ບົກຜ່ອງ ດ້ານພື້ນຖານໂຄງລ່າງ ການສະໜອງນ້ຳ, ສອງ ແມ່ນປາກົດການເອວນີໂຢ ທີ່ຮຸນແຮງ. ປາກົດການເອວນີໂຢເຮັດໃຫ້ອາຟຣິກາໃຕ້ ມີຄວາມສ່ຽງຕໍ່ ການປະສົບອາກາດຮ້ອນ ແລະ ໄພແຫ້ງແລ້ງ ເພີ່ມສູງຂຶ້ນ, ຂະນະທີ່ພື້ນຖານໂຄງລ່າງເກົ່າແກ່ ໄດ້ເພີ່ມຄວາມກົດດັນ ດ້ານການສະໜອງນ້ຳ ຕື່ມອີກ. ນອກນີ້, ປາກົດການເອວນີໂຢຮອບນີ້ ອາດຈະສົ່ງຜົນກະທົບຕໍ່ ການຜະລິດກະສິກຳ ແລະ ລາຄາສະບຽງອາຫານ ນັບແຕ່ເດືອນມີນາ 2027 ເປັນຕົ້ນໄປ ເຊິ່ງເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານຢູ່ ພາກໃຕ້ ຂອງທະວີບອາຟຣິກາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
