ປິດກອງປະຊຸມໄອປາ ຄັ້ງທີ 47 ພ້ອມມອບລາງວັນກຽດຕິຄຸນໃຫ້ແກ່ອະດີດການນຳຂັ້ນສູງຂອງສະພາແຫ່ງຊາດລາວ
ຂປລ. ໃນພິທີປິດ, ໄດ້ມີການຮັບຮອງເອົາບົດລາຍງານຜົນຂອງກອງປະຊຸມກຳມາທິການ ແລະ ກອງປະຊຸມປ່ິນອ້ອມຕ່າງໆ ຄື: ກຳມາທິການວຽກງານການເມືອງ, ເສດຖະກິດ, ສັງຄົມ, ກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ (WAIPA), ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ (YPA), ກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມປຶກສາຫາລືກັບປະເທດສັງເກດການ, ກອງປະຊຸມພົບປະລະຫວ່າງ ໄອປາ- ອາຊຽນ ຄ້ັງທີ 5 ລວມເຖິງບົດລາຍງານຂອງຄະນະກຳມະການຮ່າງຖະແຫລງການຮ່ວມ, ພ້ອມທັງໄດ້ຮ່ວມກັນລົງນາມໃນຖະແຫລງການຮ່ວມຂອງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 47 ແລະ ພິທີມອບລາງວັນກຽດຕິຄຸນໄອປາ (AIPA Distinguished Service Award) ໃຫ້ແກ່ບັນດາຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 3 ທ່ານ ຄື: ທ່ານ ໄຊສົມພອນ ພົມວິຫານ ອະດີດປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ທ່ານນາງ ປວນ ມະຫາຣານີ (Puan Maharani) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສາທາລະນະລັດອິນໂດເນເຊຍ ແລະ ທ່ານ ຊົວ ຢາຣາ (Suos Yara) ສະມາຊິກສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ.
ພ້ອມກັນນ້ີ, ຍັງໄດ້ມອບ-ຮັບສະຖານະໃຫ້ແກ່ລັດຖະສະພາປະເທດສັງເກດການໃໝ່ຂອງໄອປາໄດ້ແກ່: ສາທາລະນະລັດແຊັກບີ (Serbia) ແລະ ລາຊະອານາຈັກແອັດສະປາຍ (Spain) ໂດຍມີຜູ້ຕາງໜ້າຈາກທັງສອງປະເທດຂຶ້ນກ່າວຄຳປາໄສຮັບສະຖານະດັ່ງກ່າວ.
ໃນວາລະດຽວກັນ, ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ 3 (Faustino “Bojie” G. Dy III) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສາທາລະນະລັດຟີລິບປິນ ໃນນາມປະທານໄອປາ ຄັ້ງທີ 47 ໄດ້ລົງນາມ ແລະ ສົ່ງມອບໜັງສືມອບ-ຮັບຕຳແໜ່ງ, ຄ້ອນປະທານ ແລະ ທຸງຂອງໄອປາ ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດສິງກະໂປ ເພື່ອຮັບໜ້າທີ່ເປັນປະທານໄອປາ ຄັ້ງທີ 48 ໃນປີ 2027, ພ້ອມທັງຮັບຟັງຄຳກ່າວຮັບຕຳແໜ່ງ ແລະ ຮັບຊົມວິດີໂອແນະນຳປະເທດສິງກະໂປອີກດ້ວຍ.
ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ 3 ໄດ້ກ່າວສູນທອນພົດປິດກອງປະຊຸມຢ່າງເປັນທາງການ ໂດຍ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຄະນະຜູ້ແທນລັດຖະສະພາສະມາຊິກ, ປະເທດສັງເກດການ ແລະ ຄູ່ຮ່ວມມື ຕ່າງໆ ທ່ີເຮັດໃຫ້ກອງປະຊຸມຄ້ັງນ້ີປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງຢ້ຳຄືນເຖິງຄວາມສຳຄັນຂອງການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງລັດຖະສະພາອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ໃນພາກພື້ນ ກໍຄື ການສືບຕໍ່ສະໜັບສະໜູນສິງກະໂປໃນການເປັນເຈ້ົາພາບຈັດກອງປະຊຸມຄັ້ງຕໍ່ໄປ.
