“ສວນບໍລະເວນ” ຕົ້ນແບບທ່ອງທ່ຽວອະນຸລັກທຳມະຊາດ ແລະ ພັດທະນາຊຸມຊົນ
![]()
ຂປລ. ການທ່ອງທ່ຽວ ນອກຈາກຈະເປັນພາກສ່ວນສຳຄັນໃນການສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ນຳລາຍໄດ້ເຂົ້າປະເທດແລ້ວ, ຍັງສາມາດເປັນກົນໄກສຳຄັນໃນການອະນຸລັກປ່າໄມ້, ແຫລ່ງນ້ຳ, ສັດປ່າ ແລະ ວິຖີຊີວິດຂອງຊຸມຊົນ. ການທ່ອງທ່ຽວແບບຍືນຍົງ ຈຶ່ງເປັນແນວທາງທີ່ສາມາດສ້າງຄວາມສົມດຸນລະຫວ່າງ ການພັດທະນາ, ການສ້າງລາຍຮັບ ແລະ ການຮັກສາທຳມະຊາດ.
ທ່ານ ປໍ ຄ້າຍຄ່ຽມມະນີ ຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວ “ສວນບໍລະເວນ” ບ້ານແສນວັງໃຫຍ່ ເມືອງສາລະວັນ ແຂວງສາລະວັນ ໃຫ້ສຳພາດວ່າ: ຕົນໄດ້ປະກອບອາຊີບບໍລິການທ່ອງທ່ຽວຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ມາເປັນເວລາກວ່າ 20 ປີ. ຈຸດເລີ່ມຕົ້ນແມ່ນ “ເຮືອນປາລາມີ” ຊຶ່ງໃຫ້ບໍລິການໃນຮູບແບບໂຮມສະເຕແບບຄອບຄົວ ແລະ ໃນປີ 2024 ໄດ້ເປີດ “ສວນບໍລະເວນ” ໂດຍວາງແນວຄິດໃຫ້ເປັນ “ຟາມຣີສອດ” ທີ່ເນັ້ນການອະນຸລັກທຳມະຊາດ ຫລາຍກວ່າການສ້າງຄວາມຫລູຫລາ. ສຳລັບຈຸດເດັ່ນຂອງ “ສວນບໍລະເວນ” ແມ່ນການນຳໃຊ້ພູມປັນຍາ ແລະ ເອກະລັກທາງວັດທະນະທຳຂອງບັນດາເຜົ່າ ມາປະຍຸກໃຊ້ໃນການອອກແບບອາຄານ ໂດຍເນັ້ນນຳໃຊ້ວັດສະດຸຈາກທຳມະຊາດ ແລະ ການອອກແບບໃຫ້ສາມາດຄວບຄຸມອຸນຫະພູມໄດ້ດີ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ສ້າງບັນຍາກາດໃຫ້ນັກທ່ອງທ່ຽວສາມາດພັກຜ່ອນກັບທຳມະຊາດໄດ້ດົນຂຶ້ນ. ພ້ອມນີ້, ຍັງເນັ້ນການຈັດການແບບອິນຊີ, ປູກພືດຜັກສວນຄົວໄວ້ບໍລິໂພກເອງ ໂດຍບໍ່ນຳໃຊ້ປຸ໋ຍເຄມີ, ຫລີກລ່ຽງກິດຈະກຳທີ່ອາດສົ່ງຜົນກະທົບຕໍ່ທຳມະຊາດ ແລະ ວາງລະບົບບຳບັດນ້ຳເສຍຈາກການອາບນ້ຳ ແລະ ການໃຊ້ງານ ບໍ່ໃຫ້ໄຫລລົງສູ່ແຫລ່ງນ້ຳທຳມະຊາດ. ການອອກແບບລະບົບດັ່ງກ່າວ ໄດ້ຮ່ວມມືກັບນັກອອກແບບຊາວຝຣັ່ງທີ່ມີປະສົບການ.
![]()
ແນວໃດກໍຕາມ, ສິ່ງສຳຄັນອີກດ້ານໜຶ່ງ ແມ່ນການສ້າງໂອກາດໃຫ້ຊຸມຊົນເຂົ້າມາມີສ່ວນຮ່ວມ. ປັດຈຸບັນ ມີ 16 ຄອບຄົວໃນຊຸມຊົນເຂົ້າມາຮ່ວມວຽກງານ ເຊັ່ນ: ການກະກຽມອາຫານ, ການບໍລິການ, ການນຳພາແຂກທ່ຽວ ແລະ ການອະນາໄມ ຊຶ່ງຮູບແບບນີ້ຊ່ວຍສ້າງລາຍຮັບໃຫ້ຄົນໃນຊຸມຊົນ ພ້ອມທັງສົ່ງເສີມບົດບາດ ແລະ ຄວາມສະເໝີພາບຍິງ-ຊາຍ ໃຫ້ທຸກຄົນມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດ.
ທ່ານ ປໍ ຄ້າຍຄ່ຽມະນີ ກ່າວວ່າ: ໃນລະດູທ່ອງທ່ຽວ ຫລື High Season ສາມາດສ້າງລາຍຮັບເຖິງ 140 ລ້ານກີບຕໍ່ເດືອນ ແລະ ໂຮມສະເຕອີກແຫ່ງໜຶ່ງປະມານ 60 ລ້ານກີບຕໍ່ເດືອນ. ລາຍຮັບສ່ວນໜຶ່ງຍັງຖືກນຳໄປໃຊ້ໃນການຟື້ນຟູປ່າ ແລະ ເພີ່ມພື້ນທີ່ສີຂຽວຢູ່ເຂດແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ໂດຍຮ່ວມມືກັບຊຸມຊົນ ເຊັ່ນ: ການປູກຕົ້ນໄມ້ ແລະ ຕົ້ນໄມ້ປະດັບ. ປັດຈຸບັນ “ສວນບໍລະເວນກາເດັນ” ມີທັງເກສເຮົາສ໌ສາມັກຄີ, ໂຮມສະເຕປາລາມີ ແລະ ຟາມຣີສອດແຄມຫ້ວຍນ້ຳເສັດ ຊຶ່ງຕັ້ງຢູ່ໃກ້ນ້ຳຕົກຕາດເລາະ ປະມານ 1 ກິໂລແມັດ, ສະຖານທີ່ແຫ່ງນີ້ເໝາະສຳລັບຜູ້ທີ່ຕ້ອງການພັກຜ່ອນກັບທຳມະຊາດ ແລະ ສຳຜັດວິຖີຊີວິດຊາວສວນ.
![]()
“ສວນບໍລະເວນກາເດັນ” ຈຶ່ງເປັນອີກໜຶ່ງຕົວຢ່າງຂອງການນຳການທ່ອງທ່ຽວມາເຊື່ອມໂຍງກັບການອະນຸລັກ ແລະ ການພັດທະນາຊຸມຊົນ. ບໍ່ແມ່ນພຽງການນຳທຶນ ຫລື ຊັບພະຍາກອນທຳມະຊາດມາໃຊ້ເພື່ອສ້າງລາຍຮັບ, ແຕ່ເປັນການສ້າງລະບົບທີ່ທຳມະຊາດ, ຊຸມຊົນ ແລະ ທຸລະກິດ ສາມາດເກື້ອກູນ ແລະ ເຕີບໃຫຍ່ໄປພ້ອມກັນ. “ສວນບໍລະເວນກາເດັນ” ຕັ້ງຢູ່ບ້ານແສນວັງໃຫຍ່, ເມືອງສາລະວັນ, ແຂວງສາລະວັນ ຫ່າງຈາກຕົວເມືອງສາລະວັນປະມານ 35 ກິໂລແມັດ.
ໂດຍ: ສ.ພະຈັນ
