ສປ ຈີນ ຈັດສັນງົບປະມານດ່ວນ 50 ລ້ານຢວນ ຊ່ວຍເຫລືອສຸກເສີນ ເຫດການແຜ່ນດິນໄຫວ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫລັງຈາກເກີດ ແຜ່ນດິນໄຫວ ຢູ່ເມືອງປ່າຊິ່ງນະຄອນ ນ້າສູເຂດຊີ້ຈ້າງ ຂອງ ສປ ຈີນ ວັນທີ 23 ຕຸລານີ້, ກະຊວງການເງິນຈີນ ແລະ ກະຊວງຄຸ້ມຄອງສຸກເສີນຂອງ ສປ ຈີນ ໄດ້ຈັດສັນງົບປະມານຊ່ວຍເຫລືອ ໄພທຳມະຊາດສູນກາງ ຈຳນວນ 50 ລ້ານຢວນ ໂດຍດ່ວນ ເພື່ອສະໜັບສະໜູນເຂດຊີ່ຈ້າງ ດຳເນີນວຽກງານກູ້ໄພຊ່ວຍເຫລືອສຸກເສີນ ແລະ ຄົ້ນຫາຜູ້ປະສົບໄພ ໃນເຫດແຜ່ນດິນໄຫວຄັ້ງນີ້. ຈຸດສຳຄັນ ແມ່ນເຮັດວຽກຄົ້ນຫາ ຜູ້ປະສົບໄພ,ຍົກຍ້າຍ ແລະ ຈັດສັນບ່ອນຢູ່ອາໄສ ໃຫ້ຜູ້ປະສົບໄພ,ຫລີກເວັ້ນ ບໍ່ໃຫ້ເກີດໄພຕາມມາ ແລະ ວຽກຮັບມືສຸກເສີນອື່ນໆ ພ້ອມທັງ ສ້ອມແປງເຮືອນຢູ່ ປະຊາຊົນ ຢູ່ພັງທະລາຍໃຫ້ດີ ເພື່ອຫຼຸດຜ່ອນ ຄວາມເສຍຫາຍ,ຜູ້ເສຍຊີວິດ ແລະບາດເຈັບ ໃຫ້ໜ້ອຍລົງສຸດຂີດ.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
