ອົດສະຕຣາລີ ລະບຸວ່າ ເອໄອເຮັດໃຫ້ຄົນຮຸ່ນໃໝ່ ຕົກເປັນເຫຍື່ອຫລາຍຂຶ້ນ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ແຊນດຣາ ບູດ (Sandra Booth) ຮັກສາການ ຮອງຜູ້ບັນຊາການ ສຳນັກງານ ສືບສວນ ຄວາມໝັ້ນຄົງ ແຫ່ງຊາດ ປະຈຳ ສຳນັກງານ ຕຳຫລວດ ອົດສະຕຣາລີ (AFP) ໄດ້ກ່າວຕໍ່ ຄະນະ ກຳມາທິການ ສືບສວນ ຂອງ ລັດຖະສະພາ ກ່ຽວກັບ ປັນຍາປະດິດ (AI) ວ່າ: ເຕັກໂນໂລຊີ AI ກຳລັງສົ່ງຜົນ ໃຫ້ຂະບວນການ ຊັກຈູງ ຜູ້ຄົນໃຫ້ມີ ແນວຄິດຮຸນແຮງ ຫລື ຖືກບົງການ ຜ່ານຊ່ອງທາງ ອອນລາຍ ເກີດຂຶ້ນໄດ້ ຢ່າງວ່ອງໄວ ກວ່າເກົ່າ ແລະ ການທີ່ເຍົາວະຊົນ ໄດ້ຖືກປູກຝັງ ແນວຄິດຮຸນແຮງ ລວມທັງ ຖືກຊັກຈູງ ທາງອອນລາຍນັ້ນ ຖືເປັນ ໜຶ່ງໃນສິ່ງທ້າທາຍ ຄັ້ງໃຫຍ່ທີ່ສຸດ ເທົ່າທີ່ ໜ່ວຍງານ ເຄີຍປະສົບມາ.
ຜ່ານມາ ການປູກຝັງ ແນວຄິດຮຸນແຮງ ຫລື ການບົງການ ບຸກຄົນ ທາງອອນລາຍ ເຄີຍໃຊ້ເວລາ ດົນຫລາຍເດືອນ- ຫລາຍປີ ແຕ່ໃນປັດຈຸບັນ ບາງກໍລະນີ ກັບເກີດຂຶ້ນ ພາຍໃນເວລາ ພຽງບໍ່ພໍເທົ່າໃດວັນ ເທົ່ານັ້ນ. ສິ່ງດັ່ງກ່າວ ມີປັດໄຈມາຈາກ ປັນຍາປະດິດ, ຄວາມຄັບແຄ້ນໃຈ ທີ່ ສະສົມເພີ່ມຂຶ້ນ ໃນສັງຄົມ, ການທີ່ຄົນຮຸ່ນໃໝ່ ພວມຊອກຫາເປົ້າໝາຍ ແລະ ບ່ອນເພີ່ງພາຈິດໃຈ ຕະຫລອດຈົນ ເຖິງຄວາມສັບສົນ ຢ່າງຊັດເຈນ ຂອງເຄືອຂ່າຍ ອອນລາຍເຫລົ່ານີ້.
ເຖິງແມ່ນວ່າ ເຕັກໂນໂລຊີ ແລະ ປັນຍາປະດິດ ຈະມອບໂອກາດ ຫລາກຫລາຍ ໃຫ້ແກ່ສັງຄົມ ລວມທັງໜ່ວຍງານບັງຄັບໃຊ້ ກົດໝາຍກໍຕາມ, ແຕ່ສຳນັກງານ ຕຳຫລວດ ອົດສະຕຣາລີ ຍັງຄົງມີຄວາມກັງວົນ ວ່າ: ເອໄອພວມເຮັດໃຫ້ການຊັກຈູງ ຫລື ບົງການຜູ້ຄົນ ທາງອອນລາຍ ສາມາດເຮັດໄດ້ງ່າຍ ແລະ ວ່ອງໄວຂຶ້ນ ເຖິງແມ່ນວ່າ ຜູ້ກໍ່ເຫດຈະມີທັກສະບໍ່ຫລາຍ ກໍຕາມ ເຊິ່ງອາດຈະນຳໄປສູ່ ຜົນກະທົບ ຢ່າງຮ້າຍແຮງ./
